ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2021 ແລະ ວາງທິດທາງແຜນການ ປະຈຳປີ 2022 ໃນວັນທີ 27 ມັງກອນ 2022, ໂດຍມີ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາຄະນະພັກກົມໃຫຍ່, ຄະນະພັກ-ຄະນະບັນຊາກົມ, ຫ້ອງ, ແຂກຮັບເຊີນ ຈາກບັນດາກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັອ ຈັນທະວົງ ພະສຸນົນ ຮອງຫົວໜ້າຫ້ອງການ ກົມໃຫຍ່ສັນຕິບານ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ໃນໄລຍະ 1 ປີຜ່ານມາ ທີ່ສະແດງ ເຖິງການນໍາພາ-ຊີ້ນຳຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ກັບການເຄື່ອນໄຫວວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເປັນຕົ້ນແມ່ນ:

+ ວຽກງານຄຸ້ມຄອງຄົນຕ່າງປະເທດ:

  • ໄດ້ອອກບັດພັກເຊົາໃຫ້ວິຊາການຄົນຕ່າງປະເທດ 32.504 ຄົນ ຍິງ 6.582 ຄົນ, ມີ 47 ສັນຊາດ
  • ອອກບັດພັກເຊົາໃຫ້ນັກລົງທຶນຕ່າງປະເທດ 2.546 ຄົນ ຍິງ 717 ຄົນ, ມີ 29 ສັນຊາດ
  • ດຳເນີນຄະດີກັບຄົນຕ່າງປະເທດທີ່ລະເມີດລະບຽບ-ກົດໝາຍ 233 ຄັ້ງ ມີຜູ້ຖືກຫາ 328 ຄົນ ຍິງ 15 ຄົນ, ມີ 10 ສັນຊາດ, ແກ້ໄຂສຳເລັດແລ້ວ 28 ເລື່ອງ
  • ຄົ້ນຄວ້າເອກະສານຂໍແຕ່ງດອງໃນດິນແດນ ສປປ ລາວ 291 ຄູ່, ນອກດິນແດນ ສປປ ລາວ 359 ຄູ່ ແລະ ໄດ້ຮັບອະນຸຍາດ 84 ຄູ່
  • ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາຄົນຕ່າງປະເທດທີ່ລະເມີດລະບຽບກົດໝາຍຢູ່ 9 ຕົວ ເມືອງ ໃນນະຄອນຫຼວງວຽງຈັນ ທີ່ລັກປະກອບອາຊີບ ມີ 514 ຄົນ ຍິງ 42 ຄົນ, ມີ 10 ສັນຊາດ

+ ວຽກງານກວດຄົນເຂົ້າ-ອອກເມືອງ:

  • ແຈ້ງຄົນເຂົ້າ-ອອກເມືອງທັງໝົດ 546.313 ຄົນ ຍິງ 35.451 ຄົນ, ມີ 72 ສັນຊາດ
  • ກວດພົບຄົນຕ່າງປະເທດເຂົ້າເມືອງຜິດກົດໝາຍ ມີ 163 ຄົນ ຍິງ 9 ຄົນ ມີ 7 ສັນຊາດ
  • ກວດພົບຜູ້ນໍາໃຊ້ໜັງສືຜ່ານແດນຫຼຸດ 180 ວັນ 23 ຄົນ ມີ 2 ສັນຊາດ
  • ດຳເນີນແກ້ໄຂຄະດີຄົນຕ່າງປະເທດ ທີ່ກະທຳຜິດຕໍ່ລະບຽບ-ກົດໝາຍ 28 ຄັ້ງ ມີຈຳນວນ 236 ຄົນ ຍິງ 10 ຄົນ, ມີ 10 ສັນຊາດ
  • ຕໍ່ພັກເຊົາຊົ່ວຄາວໃຫ້ຄົນຕ່າງປະເທດ 13.821 ຄົນ ຍິງ 3.881 ຄົນ ມີ 71 ສັນຊາດ
  • ສືບຕໍ່ຈັດຕັ້ງປະຕິບັດໂຄງການອີວິຊາ ຮ່ວມກັບ ກົມກົງສູນ ກະຊວງການຕ່າງປະເທດ ໃຫ້ສຳເລັດ

+ ວຽກງານຕຳຫຼວດທ່ອງທ່ຽວ:

  • ລົງຊັນນະສູດສະຖານທີ່ເກີດເຫດ 7 ຄັ້ງ
  • ເກັບກຳສະຖິຕິນັກທ່ອງທ່ຽວເຂົ້າພັກແຮມທົ່ວປະເທດ 45.644 ຄົນ ຍິງ 13.356 ຄົນ, ມີ 66 ສັນຊາດ
  • ແກ້ໄຂຂໍ້ຂັດແຍ່ງລະຫວ່າງຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຕ່າງໆ ໄດ້ 4 ຄັ້ງ
  • ຂຶ້ນສະຖິຕິໂຮງແຮມ ມີ 569 ແຫ່ງ, ເຮືອນພັກ 2.165 ແຫ່ງ, ຮ້ານອາຫານ 2.360 ແຫ່ງ ແລະ ສະຖານບັນເທິງ 249 ແຫ່ງ
  • ຮັບແຈ້ງການເສຍຫາຍຈາກນັກທ່ອງທ່ຽວ ໃນທົ່ວປະເທດ 14 ເລື່ອງ ມີ 6 ສັນຊາດ

ສ່ວນວຽກງານອື່ນໆປິ່ນອ້ອມຢູ່ບັນດາກົມ, ຫ້ອງ ແມ່ນປະຕິບັດໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້.

ໂອກາດດັ່ງກ່າວ, ພົທ ກົງທອງ ພົງວິຈິດ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ກົມໃຫຍ່ສັນຕິບານ ຈົ່ງພ້ອມກັນເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ເປັນປົກກະຕິຕໍ່ເນື່ອງ, ສຸມໃສ່ວຽກງານກວດຄົນເຂົ້າ-ອອກເມືອງ ແຕ່ການປະຕິບັດໜ້າທີ່ວຽກນີ້ຕ້ອງຮັບປະກັນການບໍລິການຢ່າງນິ້ມນວນ-ຄ່ອງແຄ້ວ ແລະ ແຫຼມຄົມທາງດ້ານວິຊາສະເພາະ, ຕ້ອງໃຫ້ໄດ້ຄຸນນະພາບ, ຖືກມາດຕະຖານຕາມທີ່ກຳນົດໄວ້ ເພື່ອສ້າງບົດບາດໃຫ້ແກ່ພະນັກງານກວດຄົນເຂົ້າ-ອອກເມືອງ.

ເພີ່ມທະວີວຽກງານກວດກາ-ຄຸ້ມຄອງຄົນຕ່າງປະເທດ ທີ່ເຂົ້າມາປະຕິບັດໜ້າທີ່ວຽກງານ, ມາດໍາເນີນທຸລະກິດ, ມາທ່ອງທ່ຽວຢ້ຽມຢາມ ແລະ ປະຕິບັດພາລະກິດຕ່າງໆ ຢູ່ ສປປ ລາວ ໃຫ້ເຂົ້າສູ່ລະບຽບ-ກົດໝາຍຢ່າງຮັດກຸມ, ແກ້ໄຂບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວລະເມີດລະບຽບກົດໝາຍ ເປັນຕົ້ນແມ່ນ ການລັກລີ້ຊ່ອນ, ແຕ່ງດອງບໍ່ຖືກຕ້ອງ, ລັກປະກອບອາຊີບ ແລະ ການກໍ່ອາຊະຍາກຳຕ່າງໆໃຫ້ໝົດໄປເທື່ອລະກ້າວ, ສ່ວນວຽກງານວິຊາສະເພາະດ້ານອື່ນ ກໍໃຫ້ມີຜົນສຳເລັດຕາມຂາດໝາຍຈຸດສຸມທີ່ວາງໄວ້.

ນອກນີ້, ກໍໃຫ້ພ້ອມກັນສຸມໃສ່ຈັດຕັ້ງປະຕິດບັດຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ໃຫ້ມີຜົນສຳເລັດ ຕາມກຳນົດເວລາທີ່ຂັ້ນເທິງໄດ້ວາງອອກ ເພື່ອຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ-ປອດໄພ.