ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ໃນວັນທີ 28 ມັງກອນ 2022, ເປັນປະທານໂດຍ ພັອ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ຫົວໜ້າກົມຈັດຕັ້ງພະນັກງານ, ມີຄະນະພັກ-ຄະນະກົມ, ຫ້ອງ, ພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ໃຫ້ຮູ້ວ່າ:

ໃນໄລຍະ 1 ປີ ຜ່ານມາ, ຄະນະພັກ-ຄະນະກົມຈັດຕັ້ງພະນັກງານ ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານທີ່ສຳຄັນແຖວໜ້າ, ເປັນວຽກກົກ ແລະ ເປັນວຽກທີ່ເຮັດເປັນປົກກະຕິ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ສາມາດສ້າງໃຫ້ພະນັກງານພາຍໃນກົມ ມີແນວຄິດອຸ່ນອຽນ, ເຮັດສໍາເລັດໜ້າທີ່ການເມືອງ ເຊິ່ງສະແດງອອກຄື:

ໄດ້ຄົ້ນຄວ້າເກັບກໍາປຶ້ມຊີວະປະຫວັດນາຍຕໍາຫຼວດ ໃຫ້ເປັນລະບົບ ແລະ ປະສານສົມທົບກັບບັນດາກົມກອງອ້ອມຂ້າງກະຊວງ ແລະ ທ້ອງຖິ່ນ ເພື່ອເອົາຂໍ້ມູນສະຖິຕິພະນັກງານໃຫ້ຄົບຖ້ວນ ແລະ ກວດກາຄືນປື້ມຊີວະປະຫວັດພະນັກງານຂັ້ນນຳພາ-ບັນຊາ ທີ່ສູນກາງ ແລະ ກະຊວງ ຄຸ້ມຄອງ.

ອອກບັດຢັ້ງຢືນຊັ້ນຕາມການສະເໜີຂອງບັນດາກົມກອງ-ທ້ອງຖິ່ນລະອຽດ ຄື: ສະໜອງຂໍ້ມູນຊີວະປະຫວັດພະນັກງານ ບັນດາກົມກອງ-ທ້ອງຖິ່ນ ໃຫ້ ຂັ້ນເທິງຈຳນວນ 96 ຄັ້ງ ຈໍານວນ 230 ຫົວ, ປ້ອນຂໍ້ມູນປຶ້ມຊີວະປະຫວັດພະນັກງານ ເຂົ້າຖານຂໍ້ມູນຄຸ້ມຄອງພະນັກງານຈຳນວນ 2.385 ຫົວ, ຮັບໜັງສືສະເໜີອອກບັດຢັ້ງຢືນຊັ້ນ ຈໍານວນ 6.379 ຄົນ, ອອກບັດຢັ້ງຢືນຊັ້ນນາຍຕຳຫຼວດ ໃຫ້ກົມກອງ-ທ້ອງຖິ່ນ ຈຳນວນ 4.384 ບັດ, ແປງຂໍ້ມູນບັດຢັ້ງຢື້ນຊັ້ນຄືນ ຈຳນວນ 329 ຍິງ 114 ບັດ, ກວດກາເອກະສານສະເໜີເຮັດບັດຢັ້ງຢືນຊັ້ນ ແລະ ຂໍ້ຕົກລົງເລື່ອນຊັ້ນ ຈຳນວນ 2.947 ສະຫາຍ, ສະໜອງຂໍ້ມູນປະຫວັດພະນັກງານຂອງ ບັນດາກົມກອງ-ທ້ອງຖິ່ນ ໃຫ້ ກົມນະໂຍບາຍ ຈຳນວນ 201 ຫົວ.

ສຳລັບທິດທາງແຜນການ ປີ 2022, ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດຕໍ່ນາຍ ແລະ ພົນຕຳຫຼວດ ພາຍໃນກົມກອງ ໃຫ້ເປັນປົກກະຕິ, ຕໍ່ເນື່ອງດ້ວຍຫຼາຍເນື້ອໃນ, ວິທີການ, ທັງລົງເລິກໃກ້ຊິດຕິດແທດແຕ່ລະເປົ້າໝາຍ, ຖືເອົາການປັບປຸງ ແລະ ຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນບັນຫາຕົ້ນຕໍ, ຈັດຕັ້ງເຂົ້າຮ່ວມຂະບວນການຄົ້ນຄວ້າເຊື່ອມຊຶມເອກະສານການເມືອງຕ່າງໆຂອງຂັ້ນເທິງ ຈັດຕັ້ງຂຶ້ນໃຫ້ເປັນປົກກະຕິ, ພ້ອມນັ້ນກໍເປັນເຈົ້າການສະກັດກັ້ນ ແລະ ຕີຖອຍບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນພາຍໃນກົມກອງ ດ້ວຍຄວາມເຂັ້ມງວດ ແລະ ທັນການ.