ໃນໄລຍະຜ່ານມາ, ມີຫຼາຍທ້ອງຖິ່ນໄດ້ອະນຸຍາດໃຫ້ເຄື່ອນຍ້າຍຖ່ານດໍາທີ່ຜະລິດຈາກໄມ້ປູກ ຫຼື ໄມ້ໃນສວນ ສົ່ງອອກໄປຕ່າງປະເທດ ເພື່ອສ້າງລາຍໄດ້ ແລະ ເປັນການສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳ, ແຕ່ວ່າປັດຈຸບັນ ໄດ້ມີບາງບໍລິສັດສວຍໂອກາດເກັບຊື້ຖ່ານດຳທີ່ບໍ່ໄດ້ຮັບອະນຸຍາດ ປະປົນໄປນຳ. ຄຽງຄູ່ກັນນີ້, ກໍຍັງມີກຸ່ມຄົນຈຳນວນໜຶ່ງ ສວຍໂອກາດລັກລອບຕັດໄມ້ໃນເຂດປ່າສະຫງວນ ແລະ ປ່າຄຸ້ມຄອງ ເພື່ອມາເຜົາຖ່ານຂາຍ, ສົ່ງຜົນກະທົບໃຫ້ປ່າໄມ້ ຄືຕົ້ນໄມ້ທີ່ພວມເຕີບໃຫຍ່ຖືກລັກລອບຕັດ.

ການກະທຳດັ່ງກ່າວນີ້ ເປັນການທໍາລາຍປ່າໄມ້ໃນແຫຼ່ງທໍາມະຊາດຢ່າງໜັກ ແລະ ເປັນການລະເມີດກົດໝາຍ ວ່າດ້ວຍ ປ່າໄມ້ ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019 ໃນມາດຕາ 95, 96 ແລະ 98 ແລະ ຂັດກັບຄໍາສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 (ຂໍ້ທີ 8), ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021, ຄໍາແນະນຳຂອງ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0054/ກປ, ລົງວັນທີ 9 ມິຖຸນາ 2016 (ຂໍ້ທີ 5.6) ແລະ ແຈ້ງການ ສະບັບເລກທີ 0073/ກປ, ລົງວັນທີ 3 ພະຈິກ 2016 ( ຂໍ້ທີ 6 ແລະ 7 ) ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ.

ຕໍ່ກັບການແກ້ໄຂບັນຫາດັ່ງກ່າວ, ໃນວັນທີ 17 ມັງກອນ 2022, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການເຖິງ ບັນດາຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ຢຸດຕິການອອກອະນຸຍາດເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກຕ່າງປະເທດ ເນື່ອງຈາກມີການສວຍໂອກາດເກັບຊື້ຖ່ານດໍາທີ່ຜະລິດຈາກໄມ້ທຳມະຊາດ ແລະ ຈາກເຕົາເຜົາຖ່ານທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ປະປົນໄປນຳເປັນຈຳນວນຫຼວງຫຼາຍ.

+ ບັນຫານີ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ:

ເພື່ອເປັນການແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງແຈ້ງໃຫ້ປະຕິບັດດັ່ງນີ້:

  • ໃຫ້ຢຸດຕິການອອກອະນຸຍາດເຄື່ອນຍ້າຍຖ່ານດໍາ ເພື່ອສົ່ງອອກໄປຕ່າງປະເທດ ຢ່າງເດັດຂາດ
  • ໃຫ້ດໍາເນີນການກວດກາ ແລະ ຂຶ້ນບັນຊີໂຮງງານຜະລິດຖ່ານ, ເຕົາເຜົາຖ່ານ, ຖ້າມີການອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການ ແຕ່ບໍ່ມີແຫຼ່ງທີ່ມາຂອງວັດຖຸດິບທີ່ຈະແຈ້ງ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແມ່ນໃຫ້ໂຈະການຜະລິດ
  • ສໍາລັບໂຮງງານຜະລິດຖ່ານ, ເຕົາເຜົາຖ່ານທີ່ບໍ່ໄດ້ຮັບອະນຸຍາດສ້າງຕັ້ງ ແລະ ດໍາເນີນກິດຈະການ ແມ່ນໃຫ້ຍຸບເລີກ ພ້ອມທັງດໍາເນີນຄະດີຕາມກົດໝາຍ

ສຳລັບຖ່ານຂາວທີ່ຜະລິດຈາກໄມ້ຕິ້ວ, ຖ່ານອັດແທ່ງ ຫຼື ອັດເມັດຈາກຂີ້ເລື່ອຍ ແມ່ນສາມາດສົ່ງອອກໄດ້ ໂດຍປະຕິບັດໃຫ້ສອດຄ່ອງກັບຂໍ້ຕົກລົງ ສະບັບເລກທີ 0851/ອຄ, ລົງວັນທີ 14 ກັນຍາ 2021 (ມາດຕາ 1 ເອກະສານຊ້ອນທ້າຍ II, ຂໍ້ທີ 2.1 ແລະ 2.2) ບົນພື້ນຖານວັດຖຸດິບ (ໄມ້) ທີ່ນໍາມາຜະລິດຖ່ານ ຕ້ອງໄດ້ຮັບອະນຸຍາດຕົວເລກແຜນການຂຸດຄົ້ນຈາກລັດຖະບານ.

ພ້ອມດຽວກັນນັ້ນ, ຜູ້ປະກອບການ ຫຼື ບໍລິສັດທີ່ດຳເນີນທຸລະກິດຜະລິດ ແລະ ສົ່ງອອກຖ່ານຂາວ ຕ້ອງໄດ້ຮັບອະນຸຍາດສ້າງຕັ້ງ, ຈົດທະບຽນຖືກຕ້ອງຕາມລະບຽບກົດໝາຍ ແລະ ຕ້ອງມີແຜນຊຸກຍູ້ ແລະ ສົ່ງເສີມການປູກໄມ້ຕິ້ວ ເພື່ອສະໜອງໃຫ້ແກ່ການຜະລິດຂອງຕົນຢ່າງຕໍ່ເນື່ອງ ລວມທັງມີການຄຸ້ມຄອງແຫຼ່ງວັດຖຸດິບ ແລະ ການຄຸ້ມຄອງການສົ່ງອອກ ເພື່ອຫຼີກລ່ຽງບໍ່ໃຫ້ມີການສວຍໂອກາດດໍາເນີນວຽກງານດັ່ງກ່າວ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍທີ່ໄດ້ກໍານົດໄວ້.

ທັງນີ້, ມອບໃຫ້ ກົມກວດກາປ່າໄມ້ ແລະ ກົມປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ແນວໃດກໍຕາມ, ຖ້າຫາກຍັງເມີນເສີຍ ແລະ ປະປ່ອຍໂດຍບໍ່ເອົາໃຈໃສ່ ໃນການແກ້ໄຂບັນຫາດັ່ງກ່າວຢ່າງຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງແລ້ວ ກໍຈະສົ່ງຜົນກະທົບຕໍ່ປ່າໄມ້ ແລະ ການດຳລົງຊີວິດໃນການທຳມາຫາກິນ ກໍຄື ການຊອກຫາລາຍໄດ້ຂອງປະຊາຊົນ, ເຊິ່ງການເຜົາຖ່າານ ກໍເປັນອີກໜຶ່ງອາຊີບທີ່ຕິດພັນກັບປະຊາຊົນມາຢ່າງຍາວນານ; ດ້ວຍເຫດນີ້, ກໍຄວນມີນະໂຍບາຍ ແລະ ລະບຽບການຢ່າງຈະແຈ້ງໃນການສົ່ງເສີມ ໃຫ້ອະນຸຍາດຕັດໄມ້ໃນຄັງ, ໃນສວນ ຫຼື ຫົວໄຮ່ປາຍນາຂອງບຸກຄົນຄຸ້ມຄອງ ເພື່ອເຜົາຖ່ານຂາຍໄດ້ໃນປະເທດ ເພື່ອບໍ່ໃຫ້ມີການສວຍໂອກາດລັກລອບຕັດໄມ້ໃນເຂດປ່າສະຫງວນ ແລະ ປ່າຄຸ້ມຄອງ.