ໃນລະຫວ່າງວັນທີ 22- 24 ພະຈິກ 2021 ຜ່ານມາ, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນຄະດີອາຍາ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ສາມາດມ້າງກຸ່ມແກ້ງປອມແປງເອກະສານ 5 ຄົນ ພ້ອມຂອງກາງໄປສອບສວນ ເຊິ່ງໄດ້ແກ່:

  • ທ້າວ ນ້ອຍ ອາຍຸ 19 ປີ ຢູ່ບ້ານຈອມມະນີ
  • ທ້າວ ຈິດອານັນ ອາຍຸ 24 ປີ ຢູ່ບ້ານຄໍາສະຫວາດ
  • ທ້າວ ສົມສັກ ຫຼື ກົບ ອາຍຸ 27 ປີ ຄ້າຂາຍ ຢູ່ບ້ານໂນນສະຫວ່າງ ທັງສາມບ້ານຢູ່ເມືອງໄຊເສດຖາ
  • ທ້າວ ອານຸສິດ ຫຼື ເລ້ ອາຍຸ 43 ປີ ຢູ່ບ້ານພະຂາວ ເມືອງໄຊທານີ
  • ນາງ ອໍາພອນ ອາຍຸ 35 ປີ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ

+ ຜ່ານການສືບສວນ-ສອບສວນ ຜູ້ຖືກຫາທັງ 5 ຄົນ ຮັບສາລະພາບວ່າ:

ໄດ້ສົມຮູ້ຮ່ວມຄິດໂດຍການແບ່ງຄວາມຮັບຜິດຊອບກັນ ຕິດຕໍ່ພົວພັນກັບບັນດາບຸກຄົນ ແລະ ເຮັດທະບຽນປອມ ທີ່ຕ້ອງການແລ່ນເອກະສານຂຶ້ນທະບຽນໃບຂັບຂີ່ ແລະ ເສຍຄ່າທາງ ພາຍຫຼັງມີຄົນມາໃຊ້ບໍລິການ ພວກກ່ຽວໄດ້ພາກັນມາຜະລິດກາປະທັບ (ກາຈໍ້າ) ແລະ ກາຊື່ທີ່ບໍ່ມີໃບອະນຸຍາດນໍາໃຊ້, ປອມແປງດ້ວຍການຮຽກເກັບຄ່າແຮງງານ ລົດຈັກຄັນໜຶ່ງ 1.200.000 ກີບ ແລະ ເອກະສານລົດໃຫຍ່ 3.300.000 ກີບ.

ຜ່ານມາ, ພວກກ່ຽວໄດ້ຜະລິດທະບຽນລົດຈັກປອມ ຈໍານວນ 15 ຄັນ, ທະບຽນລົດໃຫຍ່ ຈໍານວນ 15 ຄັນ, ບັດປະຈໍາຕົວປອມ 2 ບັດ; ສໍາລັບການເຮັດແມ່ນ ທ້າວ ອານຸສິດ ຫຼື ເລ້ ເປັນຜູ້ເຮັດ, ສ່ວນ ທ້າວ ສົມລັກ ຫຼື ກົບ, ນາງອໍາພອນ, ທ້າວ ຈິດອານັນ ແລະ ທ້າວນ້ອຍ ເປັນຜູ້ເອົາຂໍ້ມູນລາຍຊື່ບຸກຄົນທີ່ຕ້ອງການເຮັດເອກະສານ ສົ່ງໃຫ້ ທ້າວອານຸສິດ ຫຼື ເລ້.

ການມ້າງຄະດີຄັ້ງນີ້, ເຈົ້າໜ້າທີ່ຍັງສາມາດເກັບກູ້ຂອງກາງຄະດີມາໄດ້ ລວມມີ:

  • ປ້າຍທະບຽນປອມ 5 ແຜ່ນ
  • ໃບຂັບຂີ່ພາຫະນະປອມ 14 ໃບ
  • ໃບທະບຽນພາຫະນະປອມ 8 ໃບ
  • ບັດປະຈໍາຕົວປອມ 2 ໃບ
  • ໃບເສຍຄ່າທາງປອມ 2 ໃບ
  • ໃບກວດກາເຕັກນິກປອມ 4 ໃບ
  • ປຶ້ມເຫຼືອງປອມ 3 ຫົວ
  • ໃບພີວີຊີກາດບໍ່ທັນໄດ້ພິມຕົວໜັງສື 40 ໃບ (ມີໄວ້ເພື່ອເຮັດ ແລະ ພິມຕົວໜັງສືໃສ່ ປະເພດໃບຂັບຂີ່ຍານພາຫະນະປອມ, ໃບທະບຽນຍານພາຫະນະປອມ, ບັດປະຈໍາຕົວປອມ),
  • ກາປະທັບປອມກອງຄຸ້ມຄອງພາຫະນະ ແລະ ກາຂັບຂີ່ ນວ 1 ກາ
  • ກາປະທັບກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ແຂວງຄໍາມ່ວນ ບໍ່ມີອະນຸຍາດໃຫ້ນໍາໃຊ້ ຫຼື ເອີ້ນວ່າ ກາປະທັບປອມ 1 ກາ
  • ກາຊື່ບຸກຄົນປອມ 3 ກາ
  • ກາຈໍ້າວັນທີ 1 ອັນ
  • ຄອມພີວເຕີຕັ້ງໂຕະ 1 ຊຸດ
  • ເຄື່ອງປິ່ນເຕີ 2 ໜ່ວຍ
  • ເຄື່ອງລີດບັດແຂງ 1 ໜ່ວຍ
  • ເຄື່ອງຕັດເຈ້ຍ 1 ໜ່ວຍ

ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ຂັ້ນຕອນສືບຕໍ່ເກັບກໍາຂໍ້ມູນຫຼັກຖານ ແລະ ຂະຫຍາຍຜົນສືບຄົ້ນຫາຜູ້ທີ່ຖືກຊັດທອດ ເພື່ອນໍາຕົວມາດໍາເນີນຄະດີຕາມກົດໝາຍ.