ວັນທີ 28 ມັງກອນ ຜ່ານມາ, ທ່ານ ເຄື່ອນເພັດ ວົງຈັນ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນຢູ່ບ້ານດ່ານຖິ່ນ ຫາບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ທີ່ບໍລິສັດ PSC ກໍ່ສ້າງເຄຫາສະຖານ ແລະ ຂົວທາງເປັນຜູ້ຮັບເໝົາ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວມີຜົນສໍາເລັດໄປຕາມແຜນການທີ່ວາງໄວ້.

ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນຢູ່ບ້ານດ່ານຖິ່ນ ຫາບ້ານຫ້ວຍຊາຍນ້ອຍ ແມ່ນເລີ່ມກໍ່ສ້າງຈາກ 3 ແຍກບ້ານດ່ານຖິ່ນ ຈຸດເຊື່ອມຕໍ່ລະຫວ່າງເສັ້ນທາງປູຢາງສອງຊັ້ນກັບເສັ້ນທາງດິນແດງປູແຮ່ ໄປຫາສົ້ນຂົວເຫຼັກບ້ານຫ້ວຍຊາຍນ້ອຍ ມີໄລຍະທາງຄວາມຍາວ 6 ກວ່າກິ ໂລແມັດ, ໜ້າທາງກວ້າງ 9 ແມັດ, ປູຢາງ ແລະ ໜ້າທາງກວ້າງ 7 ແມັດ ລວມມູນຄ່າການກໍ່ສ້າງທັງໝົດເກືອບ 6 ຕື້ກີບ; ປັດຈຸບັນແມ່ນກຳລັງເລີ່ມກໍ່ສ້າງກວດ, ປັບ ແລະ ເປີດໜ້າທາງ ໂດຍເລີ່ມຈາກສາມແຍກບ້ານດ່ານຖິ່ນໄປຕາມລຳດັບ, ກຳນົດໄລຍະເວລາການກໍ່ສ້າງ 18 ເດືອນ ໃຫ້ສຳເລັດ.

ທ່ານຮອງເຈົ້າແຂວງບໍ່ແກ້ວ ໄດ້ມີຄຳເຫັນໃຫ້ທິດຊີ້ນຳໃຫ້ຄະນະຮັບຜິດຊອບຕ້ອງເປັນເຈົ້າການຕິດຕາມກາກວດ ແລະ ເອື້ອອຳນວຍຄວາມສະດວກ ແກ້ໄຂບັນຫາທີ່ເປັນສິ່ງກີດຂວາງໃຫ້ຖືກຕ້ອງສອດຄ່ອງໂດຍໄວ ພ້ອມທັງໃຫ້ບໍລິສັດຜູ້ຮັບເໝົາ ຈົ່ງເປັນເຈົ້າການສຸມໃສ່ເຂົ້າໃນການກໍ່ສ້າງໃຫ້ຕໍ່ເນື່ອງ ແລະ ຮັບປະກັນໃຫ້ໄດ້ມາດຕະຖານເຕັກນິກວິຊາການທີ່ໄດ້ວາງໄວ້ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວສຳເລັດຕາມກຳນົດເວລາ, ຮັບປະກັນດ້ານຄຸນນະ ພາບນຳໃຊ້ໄດ້ຍາວນານ; ເສັ້ນທາງປູຢ່າງສອງຊັ້ນບ້ານດ່ານຖິ່ນ ຫາບ້ານຫ້ວຍຊາຍນ້ອຍ ມີຄວາມສຳຄັນຫຼາຍ, ເຊິ່ງຈະສ້າງຄວາມສະດວກສະບາຍໃນການສັນຈອນໄປມາ, ການຂົນສົ່ງສິນຄ້າ ແລະ ຜົນຜະລິດກະສິກຳຂອງປະຊາຊົນ, ລະຫວ່າງເມືອງຫວຍຊາຍ ຫາ ເມືອງປາກທາ ແລະ ເມືອງອຸດົມ ເຊື່ອ ແນ່ວ່າ ພາຍໃຕ້ການນຳພາຂອງພັກ-ລັດ ເສັ້ນທາງແຕ່ລະສາຍທີ່ສຳຄັນພາຍໃນແຂວງບໍ່ແກ້ວ ໃນຕໍ່ໜ້າຕ້ອງໄດ້ຮັບການປັບປຸງຍົກລະດັບໃຫ້ດີຂຶ້ນເປັນແຕ່ລະບາດກ້າວຕາມລຳດັບ; ດັງນັ້ນ, ຜູ້ສັນຈອນໄປມາໃນໄລຍະການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ບ້ານດ່ານຖິ່ນ ຫາບ້ານຫ້ວຍຊາຍນ້ອຍ ຕ້ອງມີສະຕິລະມັດລະວັງໃນການຂັບຂີ່ດ້ວຍຄວາມປອດໄພ ເພື່ອຫຼີກລຽງການເກີດອຸບັດຕິເຫດຕາມທ້ອງຖະໜົນ.

ໂອກາດດຽວກັນນີ້, ທ່ານ ເຄື່ອນເພັດ ວົງຈັນ, ພ້ອມຄະນະ ໄດ້ສືບຕໍ່ຕິດຕາມຊຸກຍູ້ການປັບປຸງສ້ອມແປງເສັ້ນທາງດິນແດງປູແຮ່ ເຂົ້າບ້ານໃຫຍ່ພັດທະ ນານ້ຳປຸກ ມີຄວາມຍາວ 3 ກວ່າກິໂລແມັດ ແລະ ການ ປັບປຸງສ້ອມແປງເສັ້ນທາງຊອຍພາຍໃນບ້ານ ຈຳນວນ 10 ເສັ້ນ, ມີຄວາມຍາວ 3 ກວ່າກິໂລ ແມັດ, ລວມມູນຄ່າການກໍ່ສ້າງ ທັງໝົດ 260 ລ້ານກວ່າກີບ; ໃນນີ້, ທຶນສົມທົບຂອງບ້ານໃຫຍ່ພັດທະນານ້ຳປຸກ 40 ລ້ານກີບ, ການລົງກວດກາໃນຄັ້ງນີ້ ແມ່ນເລັ່ງໃສ່ກວດກາເບິ່ງຈຸດທໍ່ລະບາຍນ້ຳຫ້ວຍຂ້າມເສັ້ນທາງເຂົ້າບ້ານໃຫຍ່ພັດທະນານ້ຳປຸກ ເພື່ອສຶກສາການອອກແບບທໍ່ຂ້າມເສັ້ນທາງຄືນໃໝ່ ໃຫ້ແຖດເໝາະກັບສະພາບຄວາມເປັນຈິງ ເພາະຜ່ານມາເວລາຝົກຕົກແຮງມັກເຮັດໃຫ້ນ້ຳຖ້ວມບໍລິເວນດັ່ງກ່າວ ສ້າງຄວາມເສຍຫາຍໃຫ້ແກ່ເສັ້ນທາງ ແລະ ການສັ້ນຈອນໄປມາພົບກັບຄວາມຫຍຸ້ງຍາກ.

ນອກນີ້, ທ່ານຍັງໄດ້ລົງຕິດຕາມຊຸກຍູ້ການປັບປຸງສ້ອມແປງເສັ້ນທາງຊອຍພາຍໃນກຸ່ມບ້ານດ່ານຖິ່ນ ມີຈຳນວນ 30 ເສັ້ນ, ມີຄວາມຍາວ 5 ກວ່າກິໂລ ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 260 ລ້ານ ກວ່າກີບ; ໃນນີ້, ທຶນສົມທົບຂອງກຸ່ມບ້ານດ່ານຖິ່ນ 34 ລ້ານກີບ, ເຊິ່ງທັງ 2 ບ້ານທີ່ໄດ້ຮັບການປຸງປັບສ້ອມແປງເສັ້ນທາງຮ່ອມພາຍໃນບ້ານຄັ້ງນີ້ແມ່ນຈະໄດ້ສ້າງເປັນຕົວເມືອງໃນຊົນນະບົດຂອງ ເມືອງຫ້ວຍຊາຍແຂວງບໍ່ແກ້ວ.