ໃນວັນທີ 1 ກຸມພາ 2022, ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະກຽດຕິຍົດ 121 ເພື່ອປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານວິຊາສະເພາະຮັບໃຊ້ໜ້າທີ່ການເມືອງ, ມີລະບຽບແບບແຜນທັນສະໄໝ ແລະ ງົດງາມ, ເປັນປະທານໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີ ພັທ ພອນວິລັດ ແສງດາລາ ຫົວໜ້າພະແນກບຳລຸງ ກົມກໍ່ສ້າງກຳລັງ ແລະ ພັທ ທິບພະວັນ ຫອມວັນທາ ຫົວໜ້າຂະແໜງອົບຮົມ ກອງພັນໃຫຍ່ 279 ກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະກອງບັນຊາການ, ຫ້ອງ, ກອງພັນ, ກອງຮ້ອຍ ເຂົ້າຮ່ວມ.

ພັທ ສົມພົງ ທຳມະວົງ ຮອງຫົວໜ້າກອງພັນ 121 ໄດ້ຜ່ານແຜນການຝຶກອົບຮົມລະບຽບງົດງາມ ວ່າ:

ເພື່ອເປັນການປັບປຸງກຳລັງປ້ອງກັນສູນກາງ ໃຫ້ມີລະບຽບແບບແຜນທີ່ທັນສະໄໝ, ແນໃສ່ຮັບໃຊ້ໜ້າທີ່ວິຊາສະເພາະ ໃຫ້ເຂົ້າສູ່ລະບຽບແບບແຜນເທື່ອລະກ້າວ ໂດຍສະເພາະແມ່ນ ການປະຕິບັດ 7 ລະບອບ 18 ວຽກຂອງກໍາລັງ ໃຫ້ກອງພັນ 121, 122 ໃຫ້ເປັນລະບຽບຈົບງາມຖືກຕາມທິດຊີ້ນຳ ຂອງຂັ້ນເທິງ ເພື່ອໃຫ້ນາຍ ແລະ ພົນຕຳຫຼວດທີ່ເຮັດວຽກງານຕົວຈິງຮັບຮູ້ໜ້າທີ່ ແລະ ທິດສະດີ, ຈັງຫວະຫຼັກການ ແລະ ກົດເກນການເຄື່ອນເໜັງຂອງລະບຽບຮູບແຖວອັນເຂັ້ມແຂງ, ມີຄວາມເປັນເອກະພາບ ແລະ ກ້າວໜ້າທັນສະໄໝ, ມີຄວາມຊຳນິຊຳນານຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ, ມີສະຕິຕໍ່ການຈັດຕັ້ງລະບຽບວິໄນເຂັ້ມງວດ ແລະ ມີຜົນສຳເລັດໜ້າທີ່ການເມືອງຂອງຕົນເປັນຢ່າງດີ. 

+ ການຝຶກອົບຮົມປະກອບມີ:

  • ວິຊາຄຸນສົມບັດສິນທໍາປະຕິວັດຂອງ ພະນັກງານ-ນັກຮົບປ້ອງກັນສູນກາງ
  • ຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ
  • 7 ລະບອບ 18 ວຽກຂອງກຳລັງປະກອບອາວຸດ
  • ລະບຽບງົດງາມມືເປົ່າຄົງທີ່ ແລະ ເຄື່ອນທີ່
  • ລະບຽບງົດງາມມີປືນຄົງທີ່ ແລະ ເຄື່ອນທີ່
  • ຮຽນຮູບແຖວຂັ້ນໝູ່-ຂັ້ນກອງຮ້ອຍ
  • ຮຽນວິທີປ່ຽນຍາມນໍາໃຊ້ປືນ CKC

ກຳນົດເວລາຝຶກ 12 ວັນ ໂດຍມີຄະນະຮັບຜິດຊອບຝຶກອົບຮົບ 18 ທ່ານ ແລະ ຄູ-ອາຈານ 6 ທ່ານ, ມີຊົ່ວໂມງຮຽນ 12 ວັນ ເທົ່າ 84 ຊົ່ວໂມງ, ມີກອງພັນ ແລະ ກອງຮ້ອຍ ອ້ອມຂ້າງກອງບັນຊາການຈຳນວນ 65 ສະຫາຍ.