ໃນວັນທີ 27 ມັງກອນ 2022, ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີປະກາດການແຕ່ງຕັ້ງ, ດັດແປງຊັ້ນ ແລະ ຊັບຊ້ອນນາຍ ແລະ ພົນຕຳຫຼວດ, ໂດຍການເປັນປະທານ ແລະ ປະດັບຊັ້ນຂອງ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີບັນດາຄະນະພັກ-ຄະນະບັນຊາ, ກົມ, ຫ້ອງ, ສູນ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ນາງ ດຳດວນ ວົງປັນຍາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ສະບັບເລກທີ 36/ຕຫຼ ລົງວັນທີ 27 ມັງກອນ 2022 ໃນນີ້ໄດ້ແຕ່ງຕັ້ງ:

ພັຕ ຄອນສະຫວັນ ດວງສາຂາ ເປັນຫົວໜ້າພະແນກພັກ ແລະ ອົງການຈັດຕັ້ງມະຫາຊົນ ແລະ ພັທ ສີພັນໂທ ສີວິນາລາດ ເປັນຮອງພະແນກໂຄສະນາ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ

ຂໍ້ຕົກລົງວ່າດ້ວຍ ການດັດແປງຊັ້ນໃຫ້ນາຍ-ພົນຕຳຫຼວດ ສະບັບເລກທີ 109/ກມປສ ລົງວັນທີ 7 ມັງກອນ 2022 ໃນນີ້ໄດ້ດັດແປງຊັ້ນ:

  • ສິບໂທ ຂຶ້ນເປັນ ຮ້ອຍໂທ 2 ສະຫາຍ
  • ຊັ້ນສິບ ໂທ ຂຶ້ນເປັນ ຮ້ອຍຕີ 32 ສະຫາຍ ຍິງ 12 ສະຫາຍ
  • ສິບໂທ ຂຶ້ນເປັນ ວາທີ 14 ສະຫາຍ ຍິງ 3 ສະຫາຍ

ນອກນັ້ນ, ຍັງໄດ້ປະກາດສັບຊ້ອນນາຍ ແລະ ພົນຕຳຫຼວດ ໃຫ້ບັນດາຫ້ອງ ແລະ ກົມຂຶ້ນກັບກົມໃຫຍ່ຕຳຫຼວດ ຕື່ມອີກ.

ໃນຕອນທ້າຍ, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ບັນດາສະຫາຍວ່າ: ການເລື່ອນຊັ້ນ ແລະ ຊັບຊ້ອນໜ້າທີ່ໃໝ່ ແມ່ນການມອບໝາຍໜ້າທີ່ຂອງການຈັດຕັ້ງຂັ້ນເທິງໃຫ້ນາຍ-ພົນຕໍາຫຼວດ, ຜູ້ມີຜົນງານ, ມີຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ສູງຂຶ້ນອີກກ້າວໜຶ່ງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນແຕ່ລະໄລຍະ.

ສະນັ້ນ, ບັນດາສະຫາຍຈົ່ງເອົາໃຈໃສ່ຕື່ມບາງບັນຫາໃນຕໍ່ໜ້າ ແລະ ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ ກໍາລັງປ້ອງກັນຄວາມສະຫງົບ ແມ່ນກໍາປັ້ນເຫຼັກຂອງພັກ, ແມ່ນຜູ້ປົກປັກຮັກສາລະບອບໃໝ່, ຕ້ອງມີທັດສະນະຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ ແລະ ຢູ່ພາຍໃຕ້ການນຳພາລວມສູນ, ເປັນເອກະພາບ, ຮອບດ້ານຂອງພັກ ແລະ ການຈັດຕັ້ງຂັ້ນເທິງຂອງຕົນ, ຕ້ອງເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ, ໜັກແໜ້ນລະບຽບກົດໝາຍຂອງລັດ, ກົດລະບຽບຂອງກຳລັງ, ຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ມີມານະຈິດສູ້ຮົບອາດຫານ, ທັບມ້າງທຸກເລ່ລ່ຽມ ແລະ ກົນອຸບາຍຂອງກຸ່ມຄົນບໍ່ດີ ເພື່ອປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.