ໃນວັນທີ 31 ມັງກອນ 2022, ພັອ ບຸນຈັນ ອິນພົມມາ ຫົວໜ້າຫ້ອງຊາວໜຸ່ມ ກະຊວງ ປກສ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ຫ້ອງກໍາມະບານ ກະຊວງ ປກສ ເນື່ອງໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ (1 ກຸມພາ 1956-1 ກຸມພາ 2022), ກ່າວຮັບໂດຍ ພັອ ວັນນະເລດ ບຸດຕະວົງ ຫົວໜ້າຫ້ອງກໍາມະບານ ກະຊວງ ປກສ ພ້ອມຄະນະ.

ໂອກາດດັ່ງກ່າວ, ພັອ ບຸນຈັນ ອິນພົມມາ ໄດ້ກ່າວສະແດງຄໍາອວຍພອນ ພ້ອມທັງຕີລາຄາສູງຕໍ່ຜົນງານການເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງ ຫ້ອງກຳມະບານ ກະຊວງ ປກສ ທີ່ຍາດໄດ້ຜົນງານຫຼາຍດ້ານ ຕະຫຼອດໄລຍະຜ່ານມາ; ເຊິ່ງ ກໍາມະບານ ກະຊວງ ປກສ ໄດ້ເຄື່ອນໄຫວຕາມພາລະບົດບາດ ເປັນຕົ້ນແມ່ນ ການປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ.

ພ້ອມທັງອວຍພອນໃຫ້ ຄະນະນໍາຫ້ອງກະມະບານ ແລະ ພະນັກງານ-ນັກຮົບທຸກຄົນ ຈົ່ງສໍາເລັດໜ້າທີ່ການເມືອງຂອງຕົນ, ຊີ້ນໍາ-ນຳພາອ້າຍນ້ອງປະຕິບັດສຳເລັດທຸກວຽກງານ ໂດຍສະເພາະບັນລຸໄດ້ຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງກຳມະບານລາວວາງອອກ ໃຫ້ປະກົດຜົນເປັນຈິງ.

ພ້ອມດຽວກັນນີ້, ພັອ ວັນນະເລດ ບຸດຕະວົງ ໄດ້ຕາງໜ້າໃຫ້ ຄະນະຫ້ອງກຳມະບານ, ສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ ສະແດງຄວາມຂອບໃຈຕໍ່ ຄະນະຫ້ອງຊາວໜຸ່ມ ກະຊວງ ປກສ ທີ່ໄດ້ເຂົ້າມາອວຍພອນໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ຕະຫຼອດມາ.