ກອງປະຊຸມເປີດກວ້າງຄະນະພັກ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2022, ເປັນປະທານໂດຍ ສະຫາຍ ພົຕ ຄຳກິ່ງ ຜຸຍ ຫຼ້າມະນີວົງ ຄະນະປະຈຳພັກກະຊວງ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມ ໃຫຍ່ຕຳຫຼວດ ມີບັນດາຄະນະພັກ, ເລຂາໜ່ວຍພັກກົມ, ຫ້ອງ, ສູນ ອ້ອມຂ້າງກົມໃຫຍ່ຕໍາຫຼວດ ເຂົ້າຮ່ວມ.

ສະຫາຍ ພົຈວ ນິລະວົງ ເຈືອງຕະວະລາດ ຮອງເລຂາຄະນະພັກ, ຮອງຫົວໜ້າກົມໃຫຍ່ຕຳຫຼວດ ໄດ້ຂຶ້ນຜ່ານບົດການເຄື່ອນໄຫວວ່າ: ຄະນະພັກກົມໃຫຍ່ຕໍາຫຼວດໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການຊີ້ນຳ-ນຳພາບັນດາໜ່ວຍພັກກົມ, ຫ້ອງ ແລະ ສູນ ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດຂອງຕົນ ພົ້ນເດັ່ນແມ່ນການນຳພາຈັດຕັ້ງຜັນຂະຫຍາຍຍຸດທະສາດຕ້ານຢາເສບຕິດ ມາ ເປັນວ່າລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ສຸມໃສນໍາພາການດໍາເນີນແກ້ໄຂຄະດີຕາມກົດໝາຍ ແລະ ຫຼັກການວິຊາສະ ເພາະໃນ 1 ປີ ຜ່ານມາ, ມີຄະດີເກີດຂຶ້ນ ທັງໝົດ 6.581 ເລື່ອງ, ໃນນີ້ດຳເນີນສຳ ເລັດ 1.681 ເລື່ອງ ແລະ ກໍາລັງສືບຕໍ່ດໍາ ເນີນ 4.900 ເລື່ອງ.

ນອກນັ້ນ, ໄດ້ເອົາໃຈໃສ່ນຳພາຕິດ ຕາມເປົ້າໝາຍອາຊະຍາກຳປະເພດຕ່າງໆ ໄດ້ 45 ເປົ້າໝາຍ, ສືບຄົ້ນຫາຄຸ້ມຄອງ ເປົ້າໝາຍຊັນນະສູດເປົ້າໝາຍໄດ້ 214 ເປົ້າໝາຍ, ໄດ້ຄົ້ນຄ້ວາສ້າງລະບົບຖານຂໍ້ມູນຕ້ານອາຊະຍາກຳ, ສ້າງແຜນແກ້ໄຂ ຕູ້ເກມ, ຫວຍອອນລາຍ, ການແລກປ່ຽນ ເງິນຕາບໍ່ຖືກຕ້ອງຕາມກົດໝາຍ, ນຳພາ ມ້າງຄະດີກຸ່ມແກ້ງຄ້າ-ຂາຍຢາເສບຕິດ ລາຍໃຫຍ່ ຈຳນວນ 3.407 ເລື່ອງ ມີຜູ້ ຖືກຫາ 4.759 ຄົນ ຍິງ 484 ຄົນ ສາມາດ ຍຶດຂອງກາງປະເພດຢາບ້າ 5.896.84 ກິໂລກຼາມ, ເຮໂຣອິນ 21,9 ກິໂໍລກຼາມ, ຍາອິ 4.4 ກຼາມ, ໄອສ໌ 1.566,9 ກິໂລ ກຼາມ, ຝິ່ນ 900 ກຼາມ, ແປ້ງ 179.30 ກິ ໂລກຼາມ, ລົດຈັກ 6 ຄັນ, ລົດໃຫຍ່ 8 ຄັນ ແລະອື່ນໆ. ພ້ອມທັງໄດ້ຂຶ້ນບັນຊີ ເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດລາຍໃຫຍ່ 1.888 ຄົນ ຍິງ 173 ຄົນ ແລະ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາ ເສບຕິດຕາມຈຸດຫຼ່ໍແຫຼມຕ່າງໆ.

ໃນຕໍ່ໜ້າ, ຄະນະພັກກົມໃຫຍ່ຕໍາ ຫຼວດ ຈະສືບຕໍ່ຕັ້ງໜ້າປະຕິບັດ 4 ຄາດ ໝາຍ 41 ໂຄງການຂອງອົງຄະນະພັກ ກະຊວງປ້ອງກັນຄວາສະຫງົບ ແລະ 1 ແຜນງານ, 2 ແຜນຍຸດທະສາດ, 17 ວຽກ ຈຸດສຸມຂອງກົມໃຫຍ່ຕຳຫຼວດໃຫ້ມີປະສິດຕິພາບສູງ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ.