ເຈົ້າໜ້າທີ່ຕໍາຫຼວດໜ່ວຍງານວິຊາສະເພາະສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຮັບການລາຍງານຈາກພົນລະ ເມືອງດີ ພົບເປົ້າໝາຍມົ້ວສຸມ ແລະ ມີການຊື້-ຂາຍຢາເສບຕິດ ຢູ່ຫ້ອງແຖວແຫ່ງໜຶ່ງ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງເຂົ້າຈັບກຸມເປົ້າໝາຍ ພ້ອມຢາບ້າ.

ເຈົ້າໜ້າທີ່ ປກສ ເມືອງໃຫ້ ຮູ້ວ່າ: ໃນວັນທີ 27 ມັງກອນ 2022, ໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີການເຄື່ອນໄຫວມົ້ວສຸມ ແລະ ຊື້-ຂາຍຢາເສບຕິດ (ຢາບ້າ) ຢູ່ເຂດບ້ານຊະນະໄຊ ເມືອງປາກຊັນ ເມື່ອໄດ້ຮັບການລາຍງານຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ ສົມທົບການຈັດຕັ້ງບ້ານລົງຕິດຕາມເປົ້າໝາຍດັ່ງກ່າວ, ພໍຮອດເວລາ 11:00 ໂມງເຊົ້າຂອງວັນດຽວກັນ ຈຶ່ງໄດ້ພົບເປົ້າໝາຍກໍາລັງຈະມົ້ວສຸມ ແລະ ມີການຊື້-ຂາຍຢາບ້າຢູ່ຫ້ອງແຖວດັ່ງທີ່ໄດ້ຮັບແຈ້ງມາ, ເຈົ້າໜ້າທີ່ຈຶ່ງເຂົ້າກວດຄົ້ນ ພ້ອມກັກຕົວ ທ້າວ ເຕີຢ່າ ອາຍຸ 36 ປີ, ຢູ່ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພ້ອມຂອງ ກາງຢາບ້າ ຈໍານວນ 10 ຖົງ ລວມມີຢາ 1.837 ເມັດ.

ຜູ້ຖືກຫາ ສາລະພາບວ່າ: ເລີ່ມມີການພົວພັນເສບຢາບ້າມາແຕ່ ປີ 2003 ເປັນຕົ້ນມາ ຢາບ້າທີ່ນໍາມາເສບແຕ່ລະຄັ້ງແມ່ນໝູ່ຄູ່ຢູ່ບ້ານດຽວກັນເອົາມາປັນເສບ; ພາຍຫຼັງເສບຢາເສບຕິດແຕ່ລະຄັ້ງ ກໍໄດ້ມີການເຄື່ອນໄຫວລັກຊັບພົນລະເມືອງ ຈົນຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ແລະ ຖືກຕັດອິດສະລະພາບ ແຕ່ປີ 2006-2009 ກໍຖືກປ່ອຍຕົວ, ມາໃນປີ 2012 ໄດ້ເລີ່ມກັບມາພົວພັນເສບ ແລະ ຊື້-ຂາຍຢາບ້າຫຼາຍຄັ້ງ. ມາຮອດຕົ້ນເດືອນມັງກອນ 2022, ໄດ້ມາເຊົ່າຫ້ອງແຖວແຫ່ງໜຶ່ງ ເຂດບ້ານຊະນະໄຊ ເມືອງປາກຊັນ ເພື່ອເປັນບ່ອນມົ້ວສຸມ ແລະ ຂາຍໃຫ້ກຸ່ມຄົນຈໍານວນໜຶ່ງ, ຢາບ້າ ທີ່ເອົາມາຂາຍແມ່ນໄດ້ມາຈາກໝູ່ຢູ່ບ້ານໂພນເມືອງນ້ອຍ ເມືອງຄໍາເກີດ, ເວລາປະມານ 11:00 ໂມງ ຂອງວັນທີ 27 ມັງກອນ 2022. ໃນຂະນະທີ່ຕົນກໍາລັງຈະມີການຊື້-ຂາຍຢາບ້າຢູ່ນັ້ນ ກໍຖືກເຈົ້າໜ້າທີ່ຕໍາຫຼວດ ເຂົ້າຈັບຕົວພ້ອມຂອງກາງຢາບ້າມາດໍາເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນ ເຈົ້າໜ້າທີ່ ປກສ ເມືອງປາກຊັນ ໄດ້ກັກຕົວ ທ້າວ ຄໍາກອງ ອາຍຸ 39 ປີ ບ້ານນ້ຳງຽບ ເມືອງປາກຊັນ ພ້ອມຂອງກາງຢາບ້າ 69 ເມັດ, ຜ່ານມາຜູ້ກ່ຽວຖືກຄອບຄົວນໍາໄປຝາກດັດສ້າງເປັນເວລາ 2 ປີ, ພາຍຫຼັງອອກມາກໍກັບມາເສບ ແລະ ຄ້າຂາຍຢາບ້າຕື່ມອີກ.