ພິທີປິດຊຸດຮຽນ ຮຸ່ນທີ XXII ໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2022 ໂດຍ ມີ ພົຈວ ສົມພົງ ຂໍາວິລຸນ ຫົວ ໜ້າກອງບັນຊາການປ້ອງກັນສູນກາງ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍຄະນະອຳນວຍການໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນັກຮຽນທີ່ສຳເລັດການສຶກສາ ເຂົ້າຮ່ວມ.

ໃນພິທີ, ພັທ ບຸນເຍືອງ ພົມມະບຸດ ຫົວໜ້າອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນປ້ອງກັນສູນກາງ ຜ່ານບົດສະຫຼຸບວ່າ: ນັກຮຽນຮຸ່ນທີ XXII ມີຈຳ ນວນພົນທັງໝົດ 128 ສະຫາຍ ຍິງ 17 ສະຫາຍ, ກຳນົດເວລາການຮຽນ-ການສອນຫຼັກສູດ 1 ປີ, ປະກອບມີ 3 ໝວດວິຊາຮຽນແບ່ງເປັນ 4 ໄລຍະ ຄື: ໄລຍະທີໜຶ່ງແມ່ນໄລຍະຮຽນຮູ້ພາກວິຊາເບື້ອງຕົ້ນຂອງກຳລັງ ປກສ 2 ວິຊາຮຽນ ມີ 6 ວັນ ເທົ່າກັບ 42 ຊົ່ວໂມງ ( ເວລານອກຫຼັກສູດ ), ໄລຍະທີສອງ ຮຽນຮູ້ກ່ຽວກັບໝວດວິຊາຄວາມຮູ້ທົ່ວໄປ 4 ວິຊາຮຽນ, ມີ 13 ວັນ ເທົ່າກັບ 91 ຊົ່ວໂມງ; ໄລຍະທີສາມຮຽນຮູ້ກ່ຽວກັບໝວດວິຊາພື້ນຖານວິຊາສະເພາະ ມີ 11 ວິຊາຮຽນ, ມີ 65 ວັນ ເທົ່າ ກັບ 455 ຊົ່ວໂມງ; ໄລຍະທີສີ່ຮຽນຮູ້, ລົງເລິກວິຊາສະເພາະ ປກສ 8 ວິຊາ ຮຽນ ມີ 176 ວັນ ເທົ່າກັບ 1.232 ຊົ່ວ ໂມງ ( ລວມທັງເວລາລົງຝຶກຫັດ ແລະ ເວລາຄົ້ນຄວ້າສອບເສັງ ). ຫຼັງຈາກຮຽນຈົບຫຼັກສູດແລ້ວນັກຮຽນໄດ້ສອບເສັງຈົບຊັ້ນ 3 ວິຊາ ຄື: ວິຊາກົດໝາຍ, ການເມືອງ ແລະ ວິຊາສະເພາະ ປກສ. ຜ່ານການຈັດຕັ້ງປະຕິບັດຕີລາຄາຜົນການສຶກສາຄົ້ນຄວ້າຮໍ່າຮຽນນັກຮຽນ ຮຸ່ນທີ XXII ໄດ້ປະເພດຄະແນນດີຫຼາຍ ມີ 23 ສະຫາຍ ຍິງ 3 ສະຫາຍ ເທົ່າກັບ 17,96%, ຄະແນນດີ 50 ສະຫາຍ ຍິງ 11 ສະຫາຍ ເທົ່າກັບ 39,06%, ຄະ ແນນດີພໍໃຊ້ 55 ສະຫາຍ ຍິງ 3 ສະຫາຍ ເທົ່າກັບ 42,96%, ຜົນຂອງການສອບເສັງແມ່ນບັນລຸຄາດໝາຍ 100%.

ໂອກາດດັ່ງກ່າວ, ນັກຮຽນທີ່ສຳເລັດການສຶກສາ ຈຳນວນ 128 ສະຫາຍ ກໍໄດ້ຮັບໃບປະກາສະນິຍາບັດ, ມອບໂດຍ ພັທ ບຸນເຍືອງ ພົມມະບຸດ; ພ້ອມທັງໄດ້ຮັບໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງ ປກສ 33 ສະຫາຍ ຍິງ 6 ສະຫາຍ; ຍ້ອງຍໍຂັ້ນກອງບັນຊາການປ້ອງກັນສູນກາງ 57 ສະຫາຍ ຍິງ 6 ສະ ຫາຍ, ຍ້ອງຍໍຂັ້ນໂຮງຮຽນ 23 ສະຫາຍ ຍິງ 3 ສະຫາຍ, ພິເສດຍັງໄດ້ມອບໃບຊົມເຊີຍຂອງກອງບັນຊາການປ້ອງກັນສູນກາງໃຫ້ນັກຮຽນ 1 ສະຫາຍ ທີ່ຜົນງານປະກອບສ່ວນຊ່ວຍພະນັກງານແພດປະຈຳໂຮງຮຽນເບິ່ງແຍງ ແລະ ປິ່ນປົວພະນັກງານ-ນັກຮຽນທີ່ຕິດ ເຊື້ອພະຍາດໂຄວິດ-19 ຫາຍເປັນປົກ ກະຕິ. ພ້ອມນີ້ ນັກຮຽນຍັງໄດ້ຮັບນະ ໂຍບາຍປະດັບຊັ້ນສິບໂທ 126 ສະຫາຍ ຍິງ 17 ສະຫາຍ, ສິບຕີ 2 ສະຫາຍ ປະດັບຊັ້ນໂດຍ ພົຈວ ປອ ສຸວັນນີ ສີສຸພາບ ມີໄຊ; ອີກທັງໄດ້ປະກາດສັບຊ້ອນໃຫ້ບັນດາກົມກອງອ້ອມຂ້າງກະຊວງ, ປກສ ແຂວງ ເພື່ອໄປປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍປະກອບສ່ວນໃຫ້ກົມກອງໄດ້ຮັບການພັດທະນາຍິ່ງຂຶ້ນ.

ຈາກນັ້ນ, ພົຈວ ປອ ສຸວັນນີ ສີສຸ ພາບມີໄຊ ໄດ້ໂອ້ລົມຕໍ່ພິທີ, ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ນັກຮຽນທີ່ສໍາເລັດການສຶກສາ ແລະ ມີທິດຊີ້ນຳໃຫ້ແຕ່ລະສະຫາຍຈົ່ງນຳເອົາບົດຮຽນທາງດ້ານວິຊາສະເພາະທີ່ໄດ້ຮໍ່າຮຽນມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ຖືກຕ້ອງສອດ ຄ່ອງຕາມສະພາບຕົວຈິງຂອງກົມກອງດ້ວຍຄວາມຮັບຜິດຊອບສູງ ແນໃສ່ຮັບປະກັນໃຫ້ການປະຕິບັດໜ້າທີ່ມີຜົນສຳເລັດ.