ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ 2 ສະໄໝທີ IX ໄດ້ຈັດຂຶ້ນໃນວັນທີ 8 ກຸມພາ 2022 ຢູ່ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສລືເດດມູນສອນກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍຮອງເລຂາ, ຄະນະປະຈຳພັກ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານພັກຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ສະຫຼຸບຕີລາຄາຜົນສຳເລັດການກະກຽມດຳເນີນກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ຄຈສພ ຄັ້ງທີ IX, ຄົ້ນຄວ້າປະກອບຄໍາຄິດຄໍຳເຫັນໃສ່ຮ່າງແຜນດໍາເນີນງານຂອງຄະນະພັກ ຄຈສພ ສະໄໝທີ IX (2021-2026), ພິຈາລະນາການແບ່ງງານ, ແບ່ງຄວາມຮັບຜິດຊອບແລະລະບອບແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານພັກ ຄຈສພ ສະໄໝທີ IX ແລະ ຄົ້ນຄວ້າປຶກສາຫາລືວຽກງານຈຳນວນໜຶ່ງ.

ໃນກອງປະຊຸມ, ບັນດາຄະນະບໍລິຫານງານພັກ ໄດ້ປະກອບຄຳເຫັນໃສ່ບັນດາເອກະສານດັ່ງກ່າວຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນ, ປະທານກອງປະຊຸມໄດ້ນໍາພາ-ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ຄຈສພ ຄັ້ງທີ IX, ເພື່ອຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຂອງແຕ່ລະໜ່ວຍພັກໃຫ້ຖືກຕ້ອງ, ສອດຄ່ອງ ແລະ ນຳພາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ໃນຕອນທ້າຍກອງປະຊຸມ, ສະຫາຍ ນາງ ສີໃສ ລືເດດມູນສອນ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄຈສພ ໄດ້ມີທິດຊີ້ນຳໃຫ້ຄະນະບໍລິຫານງານແຕ່ລະສະຫາຍສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດສະມາຊິກພັກ-ພະນັກງານລັດຖະກອນຕັ້ງໜ້າປະຕິບັດໜ້າທີ່ວຽກງານຂອງຕົນ, ເປັນເຈົ້າການຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໜັກແໜ້ນ ແລະ ພ້ອມກັນປັບປຸງແກ້ໄຂກົນໄກ, ລະບອບແບບແຜນວິທີເຮັດວຽກດ້ວຍບາດກ້າວບຸກທະລຸຢ່າງແຂງແຮງ.