ເສັ້ນທາງຄົມະນາຄົມ ຢູ່ເມືອງຈັນທະບູລີ ມີຄວາມຍາວທັງໝົດ 190,1 ກິໂລແມັດ ໃນນັ້ນມີທາງເບຕົງ 43,4 ກິໂລແມັດ, ທາງອັດສະຟານ 17,3 ກິໂລແມັດ, ທາງປູຢາງ 63 ກິໂລແມັດ, ທາງດິນແດງ ແລະ ທາງທຳມະຊາດ 66,4 ກິໂລແມັດ, ມີຂົວເບເລ້ 1 ແຫ່ງ, ທໍ່ດາໂລ 19 ແຫ່ງ, ມີລະບົບຮ່ອງນໍ້າສາຍຫຼັກ 20 ຮ່ອງ ລວງຍາວ 1.077 ແມັດ; ໃນປີ 2021 ຜ່ານມາ, ເມືອງຈັນທະບູລີ ສາມາດກໍ່ສ້າງ-ສ້ອມແປງເສັ້ນທາງຢູ່ພາຍໃນເມືອງຄືນໃໝ່ໄດ້ຫຼາຍເສັ້ນທາງ ເຮັດໃຫ້ການສັນຈອນຢູ່ຫຼາຍເສັ້ນທາງພາຍໃນເມືອງ ໄປ-ມາໄດ້ຢ່າງສະດວກສະບາຍດີຂຶ້ນກວ່າເກົ່າ.

ທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ກ່າວວ່າ:

ໃນປີ 2021 ຜ່ານມາ, ຍທຂ ເມືອງຈັນທະບູລີ ໄດ້ປະສານສົມທົບກັບ ພະແນກ ຍທຂ ນະຄອນຫຼວງວຽງຈັນ ໃນການກໍ່ສ້າງ-ສ້ອມແປງເສັ້ນທາງຕ່າງໆ ແລະ ຮອງນໍ້າພາຍໃນເມືອງ ເພື່ອຮັບປະກັນໃຫ້ສັນຈອນໄປ-ມາໄດ້ສອງລະດູ; ພ້ອມກັນນັ້ນ, ກໍເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງບັນດາເສັ້ນທາງທີ່ໄດ້ຮັບອະນຸມັດງົບປະມານຈາກລັດຖະບານ ແມ່ນສຳເລັດ 100%, ພິເສດແມ່ນທຶນສົມທົບ 30% ຂອງປະຊາຊົນ ເຫັນວ່າມີອັນພົ້ນເດັ່ນເຊິ່ງເປັນສາຍທາງຫຼັກໃນຄຸ້ມບ້ານ. ການກໍ່ສ້າງແມ່ນແນ່ໃສ່ລະຍາຍການສັນຈອນ ແລະ ຮັກສາຄວາມສະອາດບໍ່ໃຫ້ຢຽບຂີ້ຕົມເຂົ້າຫາທາງໃຫຍ່, ປະຊາຊົນເປັນເຈົ້າການໃນການປົກປັກຮັກສາເສັ້ນທາງ ມີຈຳນວນ 17 ໂຄງການ ມູນຄ່າທຶນສົມທົບຂອງປະຊາຊົນທັງໝົດ 17,66 ຕື້ກວ່າກີບ.

ພ້ອມດຽວກັນນີ້, ໄດ້ລົງຄຸ້ມຄອງຕິດຕາມໂຄງການກໍ່ສ້າງທາງປູຢາງສອງຊັ້ນ ແຕ່ຂົວດອນແດງ-ໂຮງຮຽນທິດສະດີໜອງບົວທອງ ມູນຄ່າທັງໝົດ 4.970.236.190 ກີບ, ປັດຈຸບັນປະຕິບັດໜ້າວຽກໄດ້ທັງໝົດ 96%, ລົງຄຸ້ມຄອງຕິດຕາມໂຄງການກໍ່ສ້າງທາງເບຕົງ ຮ່ອມ 16 ບ້ານດົງປ່າແຫຼບ ປະຕິບັດສຳເລັດແລ້ວ 100%, ຕິດຕາມການລ່ວງຮ້ອງລະບາຍນໍ້າທຳມະຊາດອອກຈາກເມືອງ ແຕ່ເຂດເມືອງສີໂຄດຕະບອງ ຫາ ບ້ານໜອງປິງ ປັດຈຸບັນປະຕິບັດໄດ້ 80%, ສົມທົບບ້ານໂພນຕ້ອງສະຫວາດ ລົງກວດກາທາງຮ່ອມ 4, 24, 13/4, 15, 17, 21/2  ເພື່ອກໍ່ສ້າງທາງເບຕົງ, ໄດ້ອອກອະນຸຍາດກໍ່ສ້າງເສັ້ນທາງ ຈຳນວນ 2 ຮ່ອມ ຄື: ຮ່ອມ 1 ກວ້າງ 3,5 ແມັດ ຍາວ 60 ແມັດ, ຮ່ອມ 2 ກວ້າງ 3,9 ແມັດ ຍາວ 45 ແມັດ ຢູ່ບ້ານດົງໝ້ຽງ (ທຶນປະຊາຊົນ 100%), ໄດ້ລົງປຸກລະດົມພໍ່ແມ່ປະຊາຊົນ ຊໍາລະເງິນປະຊາຊົນສົມທົບ 30% ໃນການກໍ່ສ້າງເສັ້ນທາງຈໍານວນ 17 ໂຄງ ການ ຊໍາລະໃຫ້ຜູ້ຮັບເໝົາກໍ່ສ້າງ ຈໍານວນ 6.226.621.338 ກີບ ຍັງຄ້າງຊໍາລະ 11.475.669.525 ກີບ.

ນອກນັ້ນ, ຍັງໄດ້ສົມທົບກັບອໍານາດການປົກຄອງບ້ານ ແລະ ນັກທຸລະກິດທີ່ມີເງື່ອນໄຂປະກອບສ່ວນທຶນຮອນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງພາຍໃນບ້ານ ໂດຍນຳໃຊ້ທຶນຂອງປະຊາຊົນເອງ 100% ມີ 3 ບ້ານ ຈໍານວນ 3 ເສັ້ນທາງ ລວມມູນຄ່າການກໍ່ສ້າງທັງໝົດ 983.000.000 ກີບ ຄື: ເສັ້ນທາງຮ່ອມ 7 ບ້ານໜອງທາເໜືອ ກໍ່ສ້າງທາງເບຕົງເສີມເຫຼັກຍາວ 254 ແມັດ ມູນຄ່າກໍ່ສ້າງທັງໝົດ 583 ລ້ານກີບ, ເສັ້ນທາງຮ່ອມ 7 ບ້ານທົ່ງຕູມ ກໍ່ສ້າງທາງເບຕົງເສີມເຫຼັກຍາວ 170 ແມັດ ມູນຄ່າ 150 ລ້ານກີບ ແລະ ເສັ້ນທາງຮ່ອມ 7 ບ້ານໜອງທາໃຕ້ ກໍ່ສ້າງທາງເບຕົງເສີມຫຼັກຍາວ 300 ແມັດ ມູນຄ່າກໍ່ສ້າງ 250 ລ້ານກີບ.

ນອກນີ້, ຍັງໄດ້ເອົາໃຈໃສ່ວຽກງານຄຸ້ມຄອງ-ຂົວທາງ ໂດຍເຂົ້າຮ່ວມຕິດຕາມໂຄງການກໍ່ສ້າງທາງປູຢາງສອງຊັ້ນ ແຕ່ດອນແດງ-ບໍ່ນາງົວ ນຳ ພະແນກ ຍທຂ ນະຄອນຫຼວງວຽງຈັນ ຍາວ 3.070 ແມັດ, ກວ້າງ 6 ແມັດ ມູນຄ່າທັງໝົດ 2,9 ຕື້ກີບ, ໄດ້ເຮັດບົດລາຍງານສັງລວມການສ້າງແຜນລວງຮ່ອງລະບາຍນໍ້າ ເພື່ອແກ້ໄຂນໍ້າຖ້ວມຂັງ ຈຳນວນ 5 ຮ່ອງ, ສົ່ງໃຫ້ ພະແນກ ຍທຂ ນະຄອນຫຼວງວຽງຈັນ ເພື່ອຂໍງົບປະມານ, ໄດ້ອອກໃບອະນຸຍາດດັດແປງຂອບທາງຍ່າງຢູ່ເສັ້ນທາງຮ່ອງໄກ່ແກ້ວ ບ້ານຮ່ອງໄກ່ແກ້ວ ຈໍານວນ 1 ຈຸດ, ສົມທົບນໍາ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສ້ອມແປງເສັ້ນທາງຄຸ້ມທາດດຳ ບ້ານຊຽງຍືນ, ເສັ້ນທາງຮ້ອງຄ້າ-ຂົວຫຼວງ ແລະ ສ້ອມແປງຂຸມພັກນໍ້າຢູ່ເສັ້ນທາງເຈົ້າອານຸ ຢູ່ບ້ານດົງປ່າແຫຼບ ແລະ ເສັ້ນທາງເຈົ້າຟ້າງຸ່ມ.

ໃນປີນີ້, ຍທຂ ເມືອງຈັນທະບູລີ ຈະສຸມໃສ່ສ້ອມແປງເສັ້ນທາງໃຫ້ເປັນປົກກະຕິ ແລະ ສ້ອມແປງທາງສຸກເສີນທີ່ເປ່ເພເສຍຫາຍ ໃຫ້ສາມາດສັນຈອນໄປມາໄດ້ປົກກະຕິ, ສືບຕໍ່ກໍ່ສ້າງບັນດາເສັ້ນທາງຮ່ອມທີ່ມີຄວາມຫຍຸ້ງຍາກໃຫ້ສຳເລັດຕາມແຜນການທີ່ວາງໄວ້, ສືບຕໍ່ກວດກາສະພາບເສັ້ນທາງທີ່ເປເພຢູ່ພາຍໃນເມືອງ ເພື່ອລາຍງານ ພະແນກ ຍທຂ ນະຄອນຫຼວງວຽງຈັນ ຂຶ້ນແຜນສ້ອມແປງໃຫ້ທັນກັບສະພາບການ; ນອກນີ້, ຍັງຈະສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂປະກົດການຫຍໍ້ທໍ້ທາງດ້ານອຸປະຕິເຫດຕາມທ້ອງຖະໜົນ, ແກ້ໄຂຄວາມແອອັດຂອງການຈະລາຈອນ ຕາມຈຸດຕ່າງໆທີ່ມີຄວາມສັບສົນ ເຊັ່ນ: ການຈອດລົດຊະຊາຍ ແລະ ການແລ່ນລົດໃນຕົວເມືອງທີ່ຍັງບໍ່ທັນເປັນລະບຽບ ເພື່ອເປັນການແກ້ໄຂບັນຫາລົດຕິດ ແລະ ຫຼຸດຜ່ອນອຸບັດຕິເຫດ, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍປູກຈິດສຳນຶກໃຫ້ຊາວເມືອງຈັນທະບູລີ ມີຄວາມຕື່ນຕົວປະຕິບັດລະບຽບການສັນຈອນຢ່າງເຂັ້ມງວດ, ຂຶ້ນແຜນຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫຼັກ, ທາງຮ່ອມ ໂດຍສະເພາະແມ່ນເຂດຕົວເມືອງເກົ່າ ແລະ ຕົວເມືອງໃນ ເປັນຕົ້ນແມ່ນ ການຕິດຕັ້ງປ້າຍໂຄສະນາ ແລະ ການຕໍ່ເທີບ-ເງີບ.