ໃນ 5 ປີຜ່ານມາ (2017-2021), ຢູ່ເສັ້ນທາງລົດໄຟລາວ-ຈີນ ມີສະພາບປະກົດການຫຍໍ້ທໍ້ທາງດ້ານສັງຄົມເກີດຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນລັກຕັດສາຍໄຟຟ້າ, ສາຍເຄເບິນ, ມ້າງຮົ້ວ, ນ໋ອດ, ເຫຼັກ, ບັນຫາຢາເສບຕິດ, ອຸບັດຕິເຫດ, ຄາດ ຕະກຳ, ຍັກຍອກ, ສໍ້ໂກງ, ບັນຫາທີ່ດິນ, ສິ່ງແວດລ້ອມ, ໜີ້ສິນ ແລະອື່ນໆ ເກີດຂຶ້ນທັງໝົດ 390 ເລື່ອງ, ສາມາດແກ້ໄຂສໍາເລັດ 235 ເລື່ອງ ກັກຕົວຜູ້ຖືກຫາໄດ້ 287 ຄົນ.

ຂໍ້ມູນດັ່ງກ່າວໄດ້ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟ  5  ປີ, ສະຫຼຸບປ້ອງກັນການ ຂົນສົ່ງລົດໄຟລາວ-ຈີນ 1 ເດືອນ ແລະ ວາງທິດທາງແຜນການໃນຕໍ່ໜ້າທີ່ຈັດຂຶ້ນວັນທີ 10 ກຸມພາ 2022 ເປັນປະທານໂດຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ  ທັງເປັນຫົວໜ້າອະນຸກຳມະການປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກະຊວງ ປກສ, ມີຮອງລັດຖະມົນຕີ, ຄະນະຊີ້ນໍາ-ບັນຊາລວມ, ກອງບັນຊາການ ປກສ 4 ແຂວງ, ນະ ຄອນຫຼວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

 ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ຄະນະຮັບຜິດຊອບຊີ້ນຳວຽກງານປ້ອງກັນໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ໃນ 5 ປີຜ່ານມາ, ຢູ່ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ເຖິງວ່າເຈົ້າໜ້າທີ່ໄດ້ສຸມໃສ່   ເປັນເຈົ້າການເຮັດໜ້າທີ່ຢ່າງເຂັ້ມງວດແລ້ວກໍຕາມ ແຕ່ກໍຍັງມີປະກົດການຫຍໍ້ທໍ້ເກີດຂຶ້ນ; ເຊິ່ງມັນໄດ້ສົ່ງຜົນກະທົບ ໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເຊິ່ງສະແດງອອກມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 390 ເລື່ອງ, ແກ້ໄຂສຳເລັດ 235 ເລື່ອງ, ກັກຕົວ 287 ຄົນ ຍິງ 3 ຄົນ; ໃນນີ້, ຄະດີລັກຊັບຂອງ ລວມໝູ່ 333 ເລື່ອງ, ແກ້ໄຂໄດ້ 180 ເລື່ອງ, ກັກຕົວ 233 ຄົນ ຍິງ 1 ຄົນ, ເຄື່ອງ ຂອງເສຍຫາຍເປັນເງິນກີບ 151.692. 000 ກີບ, ເງິນບາດ 2.500 ບາດ ເງິນຢວນ 36.100 ຢວນ, ຄຳຮູບປະພັນ 14 ປາດ, ລົດຈັກ 5 ຄົນ, ສາຍໄຟຟ້າທອງແດງ 322 ກິໂລກຼາມ, ສາຍໄຟຟ້າຍາວ 2.931 ກວ່າແມັດ, ເຫຼັກອຸປະກອນຕ່າງໆຈຳນວນ 32 ໂຕນ, ເຫຼັກຄໍ້າແບບ 4.459 ເສັ້ນ, ນ໋ອດຈັບລາງລົດໄຟ 1,5 ໂຕນ, ນ໋ອດຈັບຂ້າງຂົວ 2.844 ຊຸດ, ຕູ້ຈອດ ເຫຼັກ 11 ໜ່ວຍ, ໝໍ້ກອງລົດໃຫຍ່ 10 ອັນ, ໝໍ້ໄຟລົດໃຫຍ່ 5 ໜ່ວຍ, ນໍ້າມັນກາຊວນ 6.980 ລິດ, ແບັກເກີ້ໄຟຟ້າ 63 ອັນ, ບັ້ງອົກຊີ 16 ບັ້ງ ແລະອື່ນໆ; ສາມາດເກັບກູ້ຄືນໄດ້ມີ: ລົດສິບລໍ້ 1 ຄັນ, ລົດຮຸນໄດ 1 ຄັນ, ລົດຈັກ 1 ຄັນ, ລົດ ຈັກຊາເລັ້ງ 2 ຄັນ, ສາຍໄຟຟ້າຍາວ 1.789 ແມັດ, ສາຍໄຟຟ້າທອງແດງ 4.672 ກິໂລກຼາມ, ສາຍອາລູມີນຽມ 2.255 ກິ ໂລກຼາມ, ແກັບໝາກຝ່າ ແລະ ສະນວນ 3 ແກັດ, ດິນລະເບີດ 17 ຫຼອດ, ເຫຼັກວັດສະດຸກໍ່ສ້າງຕ່າງໆ 29 ໂຕນ, ເຫຼັກ ກຽວ 262 ໂຕ, ເຫຼັກຈັບຕີນທາງລົດໄຟ 39 ອັນ, ເຫຼັກຂໍ້ຕໍ່ 147 ອັນ, ນໍ້າມັນກາຊວນ 2.760 ລິດ, ໝໍ້ໄຟລົດໃຫຍ່ 2 ໜ່ວຍ, ແບັກເກີ້ໄຟຟ້າ 69 ອັນ,ໄດປັ່ນໄຟ 1 ເຄື່ອງ, ແອ 2 ໜ່ວຍ, ນ໋ອດຈັບລາງ 1.980 ອັນ, ເຫຼັັກຄໍ້າແບບ 14 ເສັ້ນ,  ບັ້ງອົກຊີ້ 11 ບັງ ແລະອື່ນໆ.

ໃນພິທີ, ພົຈວ ຈັນສະແຫວງ ທິບ ຄູນທອງ ຮອງຫົວໜ້າຫ້ອງວ່າການກະ ຊວງ ປກສ ຄະນະຮັບຜິດຊອບຊີ້ນຳ    ວຽກງານປ້ອງກັນໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ໄດ້ຜ່ານຮ່າງບົດບັນທຶກ ແລະ ມອບ-ໂອນກຳລັງປ້ອງກັນໃຫ້ກົມ ຕຳຫຼວດທາງລົດໄຟ ກົມໃຫຍ່ຕໍາຫຼວດ ເປັນຜູ້ຄຸ້ມຄອງ ແລະ ສືບຕໍ່ຈັດຕັ້ງປະ ຕິບັດວຽກງານດັ່ງກ່າວຕໍ່ໄປ.

ໂອກາດດຽວກັນ, ພົທ ກົງທອງ ພົງວິຈິດ ເນັ້ນໃຫ້ກົມຕໍາຫຼວດທາງລົດໄຟ ກົມໃຫຍ່ຕໍາຫຼວດ, ກອງບັນຊາການ ປກສ 4 ແຂວງ ແລະ ປກສ ນະຄອນຫຼວງວຽງ ຈັນ ເອົາໃຈໃສ່ເພີ່ມທະວີປະສານສົມທົບກັນຢ່າງກົມກຽວຕໍ່ກັບວຽກງານປ້ອງ ກັນຄວາມສະຫງົບ, ຄວາມປອດໄພຮອບດ້ານ, ນໍາເອົາບັນດາເນື້ອໃນຄວາມໝາຍຄັນສໍາຄັນ, ຜົນສໍາເລັດການກໍ່ສ້າງທາງ ລົດໄຟລາວ-ຈີນ ແລະ ບັນດາເອກະສານກ່ຽວຂ້ອງ ລົງເຜີຍແຜ່ໃຫ້ບັນດາພໍ່-ແມ່ປະຊາຊົນທີ່ຢູ່ລຽບຕາມທາງລົດໄຟຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ, ປຸກລະດົມກຳລັງແຮງທົ່ວສັງຄົມເຂົ້າຮ່ວມວຽກງານປ້ອງກັນຄວາມ ສະຫງົບ; ເອກະພາບກັນອອກນິຕິ      ກຳ, ລະບຽບການ ແລະ ຂໍ້ຫ້າມເປັນບູລິມະສິດພິເສດກ່ຽວກັບຮ້ານຊື້-ຂາຍເຫຼັກເສດໂດຍບໍ່ໃຫ້ຮັບຊື້ເຫຼັກ, ນ໋ອດ ຫຼື ອຸປະ ກອນກ່ຽວກັບທາງລົດໄຟ, ນໍາພາກຳລັງທຸກຂັ້ນທີ່ເຮັດໜ້າທີ່ປ້ອງກັນອອກກວດກາລາດຕະເວນໃນຂອບເຂດຄວາມຮັບ ຜິດຊອບຂອງຕົນຕະຫຼອດ 24  ຊົ່ວໂມງ ເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນບໍ່ດີສວຍ ໂອກາດເຄື່ອນໄຫວລັກຊັບ, ທໍາລາຍຊັບ ແລະ ກໍ່ຄວາມບໍ່ສະຫງົບຕາມແລວທາງ ລົດໄຟ.