ກອງປະຊຸມເປີດກວ້າງຄະນະບໍລິຫານງານພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ຄັ້ງທີ 3 ສະໄໝທີ II ຈັດຂຶ້ນໃນວັນທີ 9 ກຸມພາ 2022 ເປັນປະທານໂດຍ ສະຫາຍ ພົຈວ ສົມລິດ ດາວຮຸ່ງສຸລິ ຄະນະພັກກະຊວງ ເລຂາຄະນະພັກກົມ ຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍຄະນະຫ້ອງ, ພະແນກ, ຄ້າຍຄຸມຂັງ ແລະ ສະມາຊິກພັກເຂົ້າຮ່ວມ.

ສະຫາຍ ພັອ ຄໍາພອນ ແສງສາ ລີຈັນ ຄະນະພັກກົມ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນປີ 2021, ຄະນະພັກກົມຕໍາຫຼວດຄຸມຂັງ-ດັດສ້າງ ຍາມໃດກໍຢຶດໝັ້ນທິດນໍາພື້ນຖານຂອງພັກເຮົາຖືເອົາວຽກງານການເມືອງ-ແນວຄິດເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງ ການຈັດຕັ້ງສັງຄົມ, ເປັນປັດໄຈຮັບປະກັນທຸກໄຊຊະນະຂອງການປະຕິວັດ, ໄດ້ມອບຄວາມຮັບຜິດຊອບໂດຍກົງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການນໍາພາສຶກສາອົບຮົມສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຢູ່ໃນຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງ ແລະ ປັບປຸງຕົນເອງ.

ປັດຈຸບັນ, ຄະນະພັກກົມຕຳຫຼວດຄຸມຂັງ-ດັດສ້າງປະກອບມີ 18 ໜ່ວຍພັກຮາກຖານຂຶ້ນກັບ, ມີສະມາຊິກພັກທັງໝົດ 565 ສະຫາຍ ຍິງ 122 ສ ຫາຍ, ໄດ້ເອົາໃຈໃສ່ສ້າງໃຫ້ໄດ້ພະນັກງານປະຕິວັດທີ່ມີຄວາມຮູ້ຄວາມສາມາດ, ມີວິຊາສະເພາະທີ່ແນ່ນອນ, ມີຄວາມໜຸ່ມແໜ້ນ, ຈົ່ງຮັກພັກດີ ແລະ ມີຄວາມອົດທົນສູ້ຊົນໃນການເຮັດວຽກງານເພື່ອຊາດເພື່ອປະຊາຊົນ, ປັບປຸງກົງຈັກການຈັດຕັ້ງ ແລະ ບັນຈຸສັບຊ້ອນພະນັກງານໄປປະຈຳການຢູ່ບັນດາຄ້າຍຄຸມ ຂັງປະຈຳພາກຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໄລຍະໃໝ່, ປັບປຸງກໍ່ສ້າງ-ບໍາລຸງກຳລັງຕຳຫຼວດຄຸມຂັງ-ດັດສ້າງໃຫ້ເຕີບໃຫ່ຍເຂັ້ມແຂງຮອບດ້ານ, ຮັບປະກັນດ້ານຈຳນວນ ແລະ ຄຸນນະພາບ, ແຕ່ງຕັ້ງບັນດາຕຳແໜ່ງຂັນຕ່າງໆຢູ່ບັນດາພະແນກການ, ຄ້າຍຄຸມຂັງ, ຄ້າຍດັດສ້າງ ແລະ ຄ້າຍຄຸມຂັງປະຈຳພາກທີ່ຂຶ້ນກັບກົມ.

ພ້ອມນີ້, ກໍໄດ້ສະເໜີຍົກຂັ້ນເງິນເດືອນຊັ້ນ ພັນໂທ ຂຶ້ນເປັນຊັ້ນ ພັນເອກ ໃຫ້ນາຍຕໍາຫຼວດຈຳນວນ 2 ສະຫາຍ, ຄົ້ນຄວ້າເອົານາຍ ແລະ ພົນຕໍາຫຼວດໄປສຶກສາຮໍ່າຮຽນຢູ່ພາຍໃນຈໍານວນ 36 ສະຫາຍ ຍິງ 8 ສະຫາຍ, ເປີດຮັບບຸກຄະລາກອນ ເພື່ອສຳພາດເຂົ້າຮຽນໂຮງຮຽນວິຊາສະເພາະ ປກສ ຊັ້ນຕົ້ນ ໃນກຳ ລັງປ້ອງກັນຄວາມສະຫງົບ ຈໍາ ນວນ 120 ຄົນ ຕາມຕົວເລກແບ່ງ ປັນຂອງ ກະຊວງປ້ອງກັນຄວາມ ສະຫງົບ ແລະ ໄດ້ສັບຊ້ອນພະນັກ ງານທີ່ສຳເລັດໃນການສຶກສາຮ່ຳ ຮຽນຈາກບັນດາໂຮງຮຽນ ປກສ ຊັ້ນສູງ ແລະ ປະລິຍາຕີຂອງກຳ ລັງຄວາມສະຫງົບ ຈຳນວນ 55 ສະຫາຍ ຍິງ 14 ສະ ຫາຍ.

ທິດທາງແຜນການປີ 2022 ສືບຕໍ່ຕັ້ງໜ້າກໍ່ສ້າງພັກໃຫ້ໜັກ ແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນຳພາ ປະຕິບັດຖືກຕ້ອງຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການເປີດບັ້ນດຳເນີນຊີວິດການເມືອງ ປະຈໍາປີ 2021, ຂຶ້ນແຜນກຳນົດກໍ່ສ້າງພະນັກງານສືບທອດປ່ຽນແທນ ແຕ່ລະຄະນະພັກ, ຄະນະໜ່ວຍພັກ ຮັບປະ ກັນລັກສະນະສົມສ່ວນລະຫວ່າງພະນັກງານ 3 ຮຸ່ນ, ບັນຈຸສັບຊ້ອນ, ຈັດວ່າງພະນັກງານໃຫ້ສົມຄູ່ກັບຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳປະຕິ ວັດຂອງແຕ່ລະຄົນ, ສັບຊ້ອນພະນັກງານ ແລະ ນັກຮຽນທີ່ຈົບມາໃໝ່ລົງຢູ່ບັນດາຄ້າຍເປັນສ່ວນຫຼາຍ.