ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ( ກົມ 512) ກະຊວງ ປກສ ຈັດກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ ປະຈຳປີ 2021 ໃນວັນ ທີ 9 ກຸມພາ 2022, ພາຍໃຕ້ການເປັນປະທານຂອງສະຫາຍ ພົຈວ ສະແຫວງ ພົມມະລີ ຄະນະພັກກະຊວງ ເລຂາຄະນະພັກຮາກ ຖານ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີບັນດາສະຫາຍຄະນະພັກ, ສະມາຊິ ພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມເຂົ້າຮ່ວມ.

ເອກະສານທີ່ນຳມາເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ປະກອບມີ: ເອກະສານເສີມຂະຫຍາຍທາດແທ້, ມູນເຊື້ອມູນເຊື້ອປະຫວັດອັນສະຫງ່າງາມຂອງກຳລັງ ປກສ ປະຊາຊົນລາວ, ເອກະສານໂຄສະນາ-ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20 ມັງ ກອນ 1949-20 ມັງກອນ 2022), ເອກະສານຈັນຍາທຳ ແລະ ຈັນຍາບັນຂອງນາຍຕຳຫຼວດ ແລະ ເອກະສານເຝິກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ປັບປຸງແບບ ແຜນວິມີເຮັດວຽກຂອງນາຍ ແລະ ພົນຕຳຫຼວດໃນໄລຍະໃໝ່.

ຈຸດປະສົງ ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດກົມ 512 ໄດ້ ເຊື່ອມຊຶມ, ກໍາແໜ້ນທາດແທ້ມູນເຊື້ອປະຫວັດອັນສະຫງ່າງາມ, ຜົນງານນຳໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສອງກຳລັງ ປກຊ-ປກສ ຕະຫຼອດໄລຍະທີ່ຜ່ານມາ. ນອກນັ້ນ, ຍັງເປັນການສຳຫຼວດກວດຄືນສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ການຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດພາຍໃນກົມ 512 ໄລຍະ 1 ປີຜ່ານມາ.

ພາຍຫຼັງເຊື່ອມຊຶມເອກະສານແລ້ວຈະໄດ້ຂຽນໃບສຳຫຼວດຕົນເອງ ເພື່ອສັງເກດຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ເພື່ອອ່ານຜ່ານຈຸ ແລະ ແບ່ງປະເພດ ໂດຍໃຫ້ໝູ່ຄະນະປະກອບຄຳເຫັນສຳລັບການເຊື່ອມຊຶມເອກະສານແມ່ນໄດ້ແບ່ງເປັນ 2 ຊຸດ ແລະ ການດຳເນີນຊິວິດ ການເມືອງໃຊ້ເວລາ 3 ວັນ ໂດຍເລີ່ມແຕ່ວັນທີ 9-11 ກຸມພາ 2022 ຈຶ່ງສຳເລັດ.