ວັນທີ 9 ກຸມພາ 2022, ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຊຸດ ລວມມູນຄ່າ 2.500.000 ກີບ ໄປມອບໃຫ້ ໂຮງຮຽນ ມສ ສະຫວັນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ເຊິ່ງຕາງໜ້າມອບໂດຍ ທ່ານ ວົງສະຫວັນ ພະສະຫວັດ ຫົວໜ້າໜ່ວຍງານບໍລິຫານ ແລະ ຕາງໜ້າໃຫ້ໂຮງຮຽນຮັບເຄື່ອງໂດຍ ທ່ານ ແກ່ນຕາ ແກ້ວສຸເດືອນ ຜູ້ອຳນວຍການໂຮງຮຽນ ມສ ສະຫວັນ.

ທັງນີ້, ທ່ານ ແກ່ນຕາ ແກ້ວສຸເດືອນ ໄດ້ກ່າວສະແດງຄຳຂອບໃຈມາຍັງ ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ທີ່ໄດ້ນຳເອົາຊຸດກິລາມາມອບໃຫ້ທາງໂຮງຮຽນ ເຊິ່ງທາງໂຮງຮຽນຂອງພວກເຮົາແມ່ນຍັງຂາດແຄນຊຸດກິລາທີ່ຈະໃຊ້ເຂົ້າໃນການແຂ່ງຂັນກັບບັນດາໂຮງຮຽນຕ່າງໆພາຍໃນເມືອງ ແລະ ທັງເປັນການສ້າງແຮງຈູງໃຈໃຫ້ນ້ອງນັກຮຽນພາຍໃນໂຮງຮຽນຫັນມາຫຼິ້ນກິລາ ເພືອຫ່າງໄກສິ່ງສິບຕິດ.

ສຳລັບເຄື່ອງກິລາດັ່ງກ່າວ ທາງໂຮງຮຽນຈະໄດ້ມອບຕໍ່ໃຫ້ນ້ອງຮັກຮຽນນຳໃຊ້ເຂົ້າໃນຂະບວນການແຂ່ງຂັນກິລາທີ່ທາງເມືອງ ແລະ ແຂວງ ຈະມີແຜນຈັດຂຶ້ນ, ພ້ອມນັ້ນ ທ່ານອຳນວຍການກໍຍັງອວຍພອນໄຊມາຍັງ ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ຈົ່ງມີສະຂຸພາບແຂງແຮງ ແລະ ປະສົບສຳເລັດໃນການດຳເນີນທຸລະກິດ.