ຄະນະພັກກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈະຕັ້ງໜ້າປະຕິບັດ 4 ຄາດໝາຍ 41 ໂຄງການຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ແລະ 1 ແຜນງານ, 2 ແຜນຍຸດທະສາດ, 17 ວຽກຈຸດສຸມຂອງກົມໃຫຍ່ຕຳຫຼວດໃຫ້ມີປະສິດຕິພາບສູງ ໂດຍສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ ຫາ ປີ 2023 ຢ່າງມີຈຸດສຸມ ແລະ ໃຫ້ເປັນຮູບປະທຳຕົວຈິງ.

ພົຈວ ນີລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກ່າວໃນກອງປະຊຸມເປີດກວ້າງຄະນະພັກກົມໃຫຍ່ຕຳຫຼວດວ່າ: ຄະນະພັກກົມໃຫຍ່ຕໍາຫຼວດ ຈະຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ ຫາ ປີ 2023 ຢ່າງມີຈຸດສຸມ ແລະ ໃຫ້ເປັນຮູບປະທຳຕົວຈິງ, ໂດຍສືບຕໍ່ຊີ້ນຳ-ນຳພາບັນດາກົມ, ຫ້ອງ, ສູນ, ເຄື່ອນໄຫວເປັນເສນາທິການວຽກງານວິຊາສະເພາະຕາມພາລະບົດບາດຂອງຕົນໃຫ້ໄດ້ຮັບຜົນດີ ເຊັ່ນ: ປັບປຸງວຽກງານກໍ່ສ້າງ-ນຳໃຊ້ຕາໜ່າງພື້ນຖານລັບ, ສະຖານທີ່ພົບປະລັບເພື່ອນຮ່ວມງານ, ຜູ້ເຊື່ອຖືໄດ້ ເພື່ອເກັບກຳຂ່າວ, ຄຸ້ມຄອງເປົ້າໝາຍ, ປະ ເພດຕ່າງໆ, ຊຸກຍູ້ດຳເນີນຄະດີໃຫ້ຖືກຕ້ອງຕາມຂະບວນການຍຸດຕິທຳຂອງກົດໝາຍ, ກຳໃຫ້ໄດ້ເປົ້າໝາຍຄ້າ-ຂາຍ, ລັກລອບ-ຂົນສົ່ງຢາເສບຕິດຕາມດ່ານຊາຍແດນທີ່ຕິດຈອດທີ່ເຂົ້າມາ ເຄື່ອນໄຫວກະທຳຜິດຢູ່ພາຍໃນປະເທດ, ປະສານສົມທົບສາຍຕັ້ງວິຊາສະເພາະກັບຕຳຫຼວດ ປກສ ແຂວງ, ນະຄອນຫຼວງວຽງຈັນ ໃຫ້ດີ, ນຳພາການແກ້ໄຂບັນຫາສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດລົງຢ່າງຈະແຈ້ງ ແລະ ເອົາໃຈໃສ່ປັບປຸງການດຳເນີນຄະດີໃຫ້ຖືກຕ້ອງສອດຄ່ອງກັບກົດລະບຽບ, ກົດໝາຍຢ່າງເຂັ້ມງວດ.

ຄຽງຄູ່ກັບການສຸມໃສ່ຊີ້ນຳ-ນຳພາວຽກງານລົງກໍ່ສ້າງຮາກຖານຕາມສາຍຕັ້ງວິຊາສະເພາະຢູ່ທ້ອງຖິ່ນໃຫ້ມີປະສິດທິຜົນດີຂຶ້ນ. ໃນນີ້, ຈະສຸມໃສ່ເຂດ, ແຂວງທີ່ມີຄວາມສ່ຽງສູງເປັນບູລິມະສິດກວ່າໝູ່, ເອົາໃຈໃສ່ສະກັດກັ້ນ-ຕ້ານອາຊະຍະກຳທາງດ້ານເສດຖະກິດທຸກປະເພດທີ່ມີຜົນກະທົບຕໍ່ເສດຖະກິດລັດ, ລວມໝູ່, ຕໍ່ສັງຄົມຕາມທິດຊີ້ນຳຂອງຂັ້ນເທິງໃຫ້ວ່ອງໄວ ເຊັ່ນ: ການພະນັນທີ່ຕ້ອງຫ້າມ, ເກມອອນລາຍ, ຄ້າຂາຍເຖື່ອນ, ການກະທຳຜິດທາງເສດຖະກິດຜ່ານລະບົບຄອມພິວເຕີ ແລະ ສືບຕໍ່ເຂົ້າຮ່ວມເປັນຄະນະກຳມະການນຳແຕ່ລະພາກສ່ວນຕາມການຕົກລົງຂອງຂັ້ນເທິງໃຫ້ມີປະສິດທິຜົນ, ພ້ອມທັງສືບຕໍ່ປະຕິບັດແຜນຍຸດທະສາດວ່າດ້ວຍການກວດກາ, ຄວບຄຸມ, ປ້ອງກັນສະກັດກັ້ນ ແລະ ຕ້ານຢາເສບຕິດ. ແຕ່ນີ້ຮອດປີ 2025, ກະກຽມເຂົ້າຮ່ວມຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດຂອງບັນດາປະເທດອາຊຽນ.

ໃນໄລຍະຜ່ານມາ, ຄະນະພັກກົມໃຫຍ່ຕໍາຫຼວດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຊີ້ນຳ-ນຳພາບັນດາໜ່ວຍພັກກົມ, ຫ້ອງ ແລະ ສູນ ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດຂອງຕົນ, ພົ້ນເດັ່ນແມ່ນການນຳພາຈັດຕັ້ງຜັນຂະຫຍາຍຍຸດທະສາດຕ້ານຢາເສບຕິດມາເປັນວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ໂດຍໄດ້ສຸມໃສນໍາພາການດໍາເນີນແກ້ໄຂຄະດີຕາມກົດໝາຍ ແລະ ຫຼັກການວິຊາສະເພາະນຳພາມ້າງຄະດີກຸ່ມແກ້ງຄ້າ-ຂາຍຢາເສບຕິດລາຍໃຫຍ່ ຈຳນວນ 3.407 ລາຍ ມີ ຜູ້ຖືກຫາ 4,759/ ຄົນ ຍິງ 484 ຄົນ ສາມາດຢຶດຂອງກາງປະເພດຢາບ້າ 5,896.84 Kg, ເຮໂຣ ອິນ 21,9 Kg, ຍາອິ 4.4g, ໄອສ 1,566,9 Kg, ຝິ່ນ 900g, ແປ້ງ 179.30 Kg, ລົດຈັກ 6 ຄັນ, ລົດໃຫຍ່ 8 ຄັນ ແລະອື່ນໆ. ພ້ອມທັງໄດ້ຂຶ້ນບັນຊີເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດລາຍໃຫຍ່ 1.888 ຄົນ ຍິງ 173 ຄົນ ແລະ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດຕາມຈຸດຫຼ່ໍແຫຼມຕ່າງໆ.