ໃນຕອນເຊົ້າຂອງວັນທີ 11 ກຸມພາ 2022ນີ້, ຢູ່ທີ່ສະໂມສອນຂອງເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ເຜີຍແຜ່ແຜນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຢູ່ເມືອງ (2021-2023) ໂດຍເປັນປະທານຂອງທ່ານ ອຸໄພວັນ ໄຍະວົງ ເຈົ້າເມືອງໆອາດສະພັງທອງ ທັງເປັນປະທານຜູ້ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານ ພັທ ຄຳສະໝອງດີ ແກ້ວມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະກອງບັນການ ພ້ອມດ້ວຍ ປກສ ກຸ່ມບ້ານ ແລະ ນາຍບ້ານພ້ອມຄະນະທັງ 40 ບ້ານ ໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

 ທ່ານ ພັທ ຄໍາສະໝອງດີ ແກ້ວມະນີວົງ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຍົກໃຫ້ເຫັນ ແຜນການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ຢູ່ເມືອງອາດສະພັງທອງ( 2021-2023 ), ເພື່ອຈັດຕັ້ງແຜນການຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດຢູ່ແຂວງສະຫວັນນະເຂດ ເລກທີ 240/ປກສ.ສຂ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຕິດພັນກັບການຈັດຕັ້ງວາລະແຫ່ງຊາດ ໃນການແກ້ໄຂບັນຫາຢາເສບຕິິດ, ເພື່ອຍົກສູງຄວາມຮູ້-ເຂົ້າໃຈ ສະຕິຕື່ນຕົວເປັນເຈົ້າການ ຄວາມຮັບຜິດຊອບຂອງຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນຕໍ່ວຽກງານປ້ອງກັນຄວາມສະຫງົບ, ການແກ້ໄຂບັນຫາຢາເສບຕິດ, ປະກົດການຫຍໍ້ທໍ້ໃຫ້ດຳເນີນໄປຢ່າງເປັນລະບົບ ຕໍ່ເນື່ອງ ເດັດຂາດ ໂປ່ງໃສ ເຂັ້ມງວດ ເປັນມືອາຊີບ ແລະ ທັນເວລາ, ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ກໍຄື ຄະນະຮັບຜິດຊອບແຕ່ລະຂະແໜງການກຳແໜ້ນບັນດາມະຕິຄຳສັ່ງຂອງຂັ້ນເທິງ ເພື່ອນຳໄປຈັດຕັ້ງ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ມີປະສິດທິຜົນ ແລະ ມີຜົນ ສຳເລັດຕາມລະດັບຄາດໝາຍ, ແນໃສ່ແກ້ໄຂສາເຫດ ແລະ ຈຸດຊ່ອງວ່າງເງື່ອນໄຂທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ ຢູ່ຕາມພື້ນຖານທ້ອງຖິ່ນກົມກອງ, ຂະແໜງການຕ່າງໆ.

ສຳລັບເມືອງອາດສະພັງທອງ ກໍ່ໄດ້ຮັບຜົນກະທົບຈາກບັນຫາຢາເສບຕິດ, ຍ້ອນສະພາບຈຸດພິເສດຂອງແຂວງເວົ້າລວມ ເວົ້າສະເພາະໃນເມືອງອາດສະພັງທອງ ເປັນພື້ນທີ່ໜຶ່ງ ແລະ ເປັນທາງຜ່ານຂອງເມືອງ ແລະ ມີຊາຍແດນຕິດຈອດກັບຫຼາຍເມືອງ ເຊີ່ງເປັນສາເຫດເຮັດໃຫ້ກຸ່ມຄົນບໍ່ດີຈຳນວນໜຶ່ງສວຍໃຊ້ ເປັນເສັ້ນທາງລຳລຽງ,ຂົນສົ່ງຄ້າຂາຍ,ຢາເສບຕິດ ແລະ ສິ່ງຜິດກົດໜາຍປະເພດຕ່າງໆ.

ສະນັ້ນ, ເພື່ອແກ້ໄຂບັນຫາຢາເສບຕິດຢູ່ເມືອງອາດສະພັງທອງ ຂອງພວກເຮົາ,ໃຫ້ມີປະສິດທິຜົນສູງຂື້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສ້າງແຜນການໃນການຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາ ຢາເສບຕິດແນ່ໃສ່ປຸກລະດົມ,ໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມ ແລະ ພ້ອມກັນແກ້ໄຂ ໃຫ້ເປັນຮູບປະທຳເພື່ອເຮັດໃຫ້ບັນຫາດັ່ງກ່າວຫຼຸດໜ້ອຍຖອຍລົງ.

ໃນກອງປະຊຸມ ຍັງຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ເມືອງອາດສະພັງທອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບພິຊອບຊີ້ນຳວຽກງານຕິດພັນກັບແຜນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດແກ້ໄຂຢາເສບຕິດ ຢູ່ໃນເມືອງ.ໃນຕອນທ້າຍຂອງກອງປະຊຸມກໍ່ຍັງໄດ້ຮັບຟັງການໂອ້ລົມຈາກທ່ານເຈົ້າເມືອງ ອາດສະພັງທອງຕື່ມອີກ

ຂ່າວ: ປກສ ເມືອງອາດສະພັງທອງ