ທ້າວ ພວງ ອາຍຸ 58 ປີ ປະຊາຊົນຢູ່ບ້ານດົງຂວງ ເມືອງໜອງບົກ ແຂວງຄຳມ່ວນ ຫຼົບໜີຈາກຄະດີທຳຮ້າຍຮ່າງ ກາຍເມຍ ແລ້ວໄປອາໄສຢູ່ນຳພີ່ນ້ອງຢູ່ກົກເດື່ອ ນະຄອນປາກເຊ ແຂວງຈຳປາສັກ ແລ້ວກໍ່ເຫດວາງຢາເບື່ອໜູໃສ່ ເຄື່ອງດື່ມນໍ້າຫວານ ໄປໄວ້ໃນຕູ້ເຢັນຂອງສອງຄອບຄົວ ຫວັງຄາດຕະກຳຍ້ອນບໍ່ພໍໃຈ້ ເຮັດໃຫ້ມີເດັກນ້ອຍເສຍຊີວິດ 2 ຄົນ ອາຍຸ 6 ປີ ແລະ 2 ປີເສຍຊີວິດ ແລ້ວຫຼົບໜີໄປຢູ່ ໄທ ກັບມາອາໄສຢູ່ຄຳມ່ວນ ຖືກເຈົ້າໜ້າທີ່ຈັບໄດ້ໃນທ້າຍເດືອນ ມັງກອນ 2022.

  ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ເຫດການຄົນຮ້າຍ ວາງຢາເບື່ອໜູໃສ່ເຄື່ອງດື່ມປະເພດນໍ້າຫວານ ແມ່ນເກີດຂຶ້ນໃນ ວັນທີ 14 ແລະ 15 ມີນາ 2021, ເຈົ້າໜ້າທີ່ໄດ້ຮັບ ແຈ້ງຈາກອົງການ ປົກຄອງບ້ານກົກເດື່ອ ນະຄອນປາກເຊ ວ່າ: ທ້າວ ປານ ອາຍ 21 ປີ ແລະ ນາງ ສຸກສະໝອນ ອາຍຸ 19 ທັງສອງເປັນຜົວ ເມຍກັນ ພ້ອມດ້ວຍລູກ ແລະ ຫຼານສາວ ໄດ້ດື່ມນໍ້າຫວານມິລິນດາ ແລ້ວເຮັດໃຫ້ລູກ ແລະ ຫຼານສາວເສຍຊີວິດ, ສ່ວນ ທ້າວ ປານ ແລະ ຈັນສະໝອນ ແມ່ນໄດ້ນຳສົ່ງໄປປິ່ນປົວຢູ່ໂຮງໝໍ ແລະ ປອດໄພແລ້ວ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ ເກັບກຳຂໍ້ມູນຫຼັກຖານ ແລະ ຂຶ້ນບັນຊີເປົ້າໝາຍ ຈົນສືບຮູ້ວ່າ ຜູ້ກ່ໍ່ເຫດຄື ທ້າວ ພວງ ທີ່ມາອາໄສຢູ່ກັບພີ່ນ້ອງຢູ່ບ້ານກົກເດື່ອ, ພາຍຫຼັງກໍ່ເຫດຜູ້ກຽວໄດ້ເອົາຕົວຫຼົບໜີໄປຢູ່ປະເທດໄທ ແລະ ຕໍ່ມາຜູ້ກ່ຽວ ໄດ້ກັບມາລາວ ແລະ ໄດ້ລີ້ຊ້ອນຢູ່ແຂວງຄຳມ່ວນ. ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈຶ່ງໄດ້ປະສານຫາ ປກສ ແຂວງຄຳ ມ່ວນ ເພື່ອຈັບຕົວຜູ້ກ່ຽວ ແລະ ສາມາດຈັບຕົວໄດ້ໃນວັນທີ 31 ມັງກອນ 2022, ປກສ ແຂວງຄຳມ່ວນ ຈຶ່ງໄດ້ນຳຕົວ ຜູ້ກ່ຽວສົ່ງໃຫ້ ປກສ ແຂວງຈຳປາສັກ ດຳເນີນຄະດີ.

 ຜູ້ກ່ຽວໄດ້ສາລະພາບກັບເຈົ້າໜ້າທີ່ ວ່າ: ປີ 2019 ຜູ້ກ່ຽວໄດ້ແຕ່ງງານກັບນາງ ສອນນາລິນ ອາຍຸ 26 ປີ ປະຊາ ຊົນຢູ່ບ້ານທ່າເດື່ອ ເມືອງທ່າແຂກ ແຂວງຄຳມ່ວນ ແລະ ໄດ້ພ້ອມກັນມາອາໄສຢູ່ເຮືອນຂອງຜູ້ກ່ຽວຢູ່ບ້ານ ດົງຂວາງ ເມືອງໜອງບົກ. ມາຮອດວັນທີ 1 ມັງກອນ 2021, ທັງສອງຈິ່ງໄດ້ໄປຢາມແມ່ຂອງ ນາງສອນນາລິນ ຢູ່ບ້ານທ່າເດື່ອ ແລະ ໄດ້ດື່ມເບຍຈົນເມົາ ນາງ ສອນນາລິນ ໄດ້ລຸກເຕັ້ນຕາມພາສາຄົນເມົາ ເຮັດໃຫ້ຜູ້ກ່ຽວບໍ່ພໍໃຈຈິ່ງບອກໃຫ້ເມຍຢູດເຊົາ ແລະ ຊວນເມຍເມືອ ແຕ່ເມຍບໍ່ເມືອ ຈິ່ງເຮັດໃຫ້ຜູ້ກ່ຽວຢາກຮ້າຍ ແລະ ໄດ້ຂຶ້ນເຮືອນຈັບເອົາພ້າມາ 1 ດວງ ມາຟັນໃສ່ຫົວເມຍ 1 ບາດ. ຈາກນັ້ນ, ພີ່ນ້ອງ ໄດ້ມາຫ້າມໄວ້ ແລະ ຍາດເອົາພ້າ ແຕ່ບໍ່ສາມາດຍາດໄດ້, ຜູ່ກ່ຽວໄດ້ແກວ່ງພ້າໄປມາຖືກແຂນ ເມຍຂອງຜູ້ກ່ຽວອີກ 1 ບາດ ແລ້ວຜູ້ກ່ຽວໄດ້ດຶງແຂນເມຍຈົນລົ້ມລົງ ແລະ ໃຊ້ພ້າຟັນຫົວເມຍອີກ 2 ບາດ ເຮັດໃຫ້ເມຍ ສະຫຼົບກັບທີ່.

  ພາຍຫຼັງກໍ່ເຫດດັ່ງກ່າວແລ້ວ ຜູ້ກ່ຽວໄດ້ເອົາຕົວຫຼົບໜີ ມາອາໄສຢູ່ນຳທ້າວ ບຸນຕາ ທີ່ເປັນນ້າບ່າວຢູ່ບ້ານກົກເດື່ອ ນະຄອນປາກເຊ, ຮອດກາງເດືອນກຸມພາ 2021, ຜູ້ກ່ຽວໄດ້ໄປຊອກຊື້ປືນ ແລະໄດ້ໄປຖາມທ້າວ ແຂກ ຢູ່ບ້ານກົກເດື່ອ ວ່າຢາກໄດ້ປືນສັ້ນ 1 ກະບອກ, ທ້າວ ແຂກ ຕອບວ່າ ມີຢູ່ ພ້ອມທັງເວົ້າວ່າຕ້ອງເອົາເງິນມາກ່ອນ 2.000 ບາດ, ຜູ້ກ່ຽວກໍເອົາເງິນໃຫ້ທ້າວ ແຂກ ຕາມຈຳນວນ ແລະ ນັດໝາຍສົ່ງປືນໃຫ້ໃນຕອນແລງ, ພໍຮອດເວລານັດເອົາປືນ ທ້າວ ແຂກ ຕອບວ່າບໍ່ໄດ້ປືນ ຈຶ່ງເຮັດໃຫ້ຜູ້ກ່ຽວຢາກຮ້າຍ. ຕໍ່ມາພີ່ນ້ອງຢູ່ແຂວງຄຳມ່ວນ ໄດ້ຮັບຮູ້ວ່າຜູ້ກ່ຽວມາອາໄສຢູ່ນຳ ນ້າບ່າວ ຍ້ອນນ້າບ່າວເປັນຄົນບອກ ຈິ່ງຢາກຮ້າຍໃຫ້ນ້າບ່າວ ແລ້ວຂີ່ລົດຈັກອອກໄປອາໄສຢູ່ນຳທ້າວ ແຂກ ໄດ້ 5 ວັນ ແລ້ວໄດ້ຍ່າງໄປຮ້ານປີ້ງເປັດຢູ່ເຮືອນຜູ້ຍິງຫຼັງໜຶ່ງທີ່ຢູ່ບ້ານກົກເດື່ອ ເວລານັ້ນຜູ້ກ່ຽວໄດ້ປະໂທລະສັບໄອໂຟນໄວ້ໃນ ເບາະລົດຈັກທີ່ຈອດໄວ້ ຈິ່ງໄດ້ຍ່າງໄປໄຂເບິ່ງ ແຕ່ບໍ່ເຫັນ, ຜູ້ກ່ຽວຈຶ່ງໄດ້ຂີ່ລົດຈັກກັບໄປເຮືອນທ້າວ ບຸນຕາ ແລະ ໄດ້ພົບ ກັບທ້າວ ປານ ( ຜູ້ເສຍຊີວິດ) ທີ່ເປັນລູກຊາຍຂອງທ້າວ ບຸນຕາ ແລ້ວຜູ້ກ່ຽວໄດ້ຖາມທ້າວ ປານ ວ່າ ເຫັນໂທລະສັບບໍ ?, ທ້າວ ປານ ຕອບວ່າບໍ່ເຫັນ ພ້ອມທັງໄລ່ຜູ້ກ່ຽວໜີ. ຫຼັງຈາກຜິດຖຽງກັນແລ້ວ ຜູ້ກ່ຽວໄດ້ໄປພັກເຊົາຢູ່ເຮືອນພັກແຫ່ງໜຶ່ງ ເຂດບ້ານໂພນງາມ ນະຄອນປາກເຊ ແລ້ວຄິດວາງແຜນຄາດຕະກຳທ້າວ ປານ ແລະ ທ້າວ ແຂກ.

  ຮອດວັນທີ 14 ມີນາ 2021, ຜູ້ກ່ຽວ ໄດ້ຂີ່ລົດຈັກໄປຕະຫຼາດດາວເຮືອງ ເພື່ອໄປຊື້ຢາເບື່ອໜູ 1 ຖົງ ລາຄາ 10 ພັນກີບ ແລະ ນໍ້າຫວານສີຂຽວ, ຈາກນັ້ນ ໄດ້ເອົາຢາເບື່ອໜູໃສ່ໃນຕຸກນໍ້າຫວານ 2 ບ່ວງນ້ອຍແລ້ວເອົາໄປ ວາງໄວ້ຢູ່ຕູ້ເຢັນ ເຮືອນຂອງທ້າວ ບຸນ ຕາ ແລະ ເຮືອນຂອງທ້າວ ແຂກ.

ມາຮອດເວລາ 18 ໂມງຂອງວັນດຽວກັນ, ທ້າວ ປານ ແລະ ນາງ ສຸກສະໝອນ ໄດ້ພາກັນກິນເຂົ້າ, ເມື່ອກິນເຂົ້າ ອິ້ມແລ້ວ ນາງ ສຸກສະໝອນ ໄດ້ເອົານໍ້າຫວານໃນຕູ້ເຢັນອອກມາດື່ມ ແລ້ວເກີດອາການ ເມື່ອຍ, ຊັກ ປາກບໍ່ອອກ ແລະ ໄດ້ນຳສົ່ງໄປໂຮງໝໍ. ມາຕອນເຊົ້າຂອງວັນທີ 15 ມີນາ 2021, ທ້າວ ປານ ໄດ້ເອົານໍ້າຫວານຕຸກເກົ່ານັ້ນ ອອກມາດື່ມ ແລ້ວກໍເກີດອາການແບບດຽວກັນຈົນໝົດສະຕິ, ເວລາ 9 ໂມງຂອງວັນດຽວກັນ, ລູກຊາຍ ແລະ ຫຼານສາວ ຂອງພວກ ກ່ຽວ ກໍໄດ້ເອົານໍ້າຫວານດັ່ງກ່າວນັ້ນມາດື່ມແລ້ວເກີດອາການຊັກ ແລະ ຖືກນຳສົ່ງໄປໂຮງໝໍ ແຕ່ໂຊກ ຮ້າຍເດັກນ້ອຍ ທັງສອງໄດ້ເສຍຊີວິດໃນເວລາຕໍ່ມາ.          ມາຮອດວັນທີ 18 ມີນາ 2021, ທ້າວ ແຂກ ຢູ່ເຮືອນກັບ ລູກສາວ ເວລານັ້ນ ລູກສາວ ໄດ້ເອົານໍ້າຫວານຈາກຕູ້ ເຢັນອອກມາດື່ມ ໄດ້ປະມານ 5 ນາທີ ແລ້ວກໍເກີດອາການວິນຫົວ, ເມື່ອຍ ລົ້ມລົງຄາທີ່ ທ້າວ ແຂກ ໄດ້ນຳສົ່ງລູກສາວໄປ ໂຮງໝໍ. ມື້ຕໍ່ ທ້າວ ພວງ ( ຜູ້ກໍ່ເຫດ ) ໄດ້ຮູ້ຂ່າວດັ່ງກ່າວ ຈິ່ງໄດ້ເອົາຕົວຫຼົບໜີໄປອາໄສຢູ່ບ້ານພັກແຫ່ງໜຶ່ງເຂດເມືອງໂຂງ ແຂວງຈຳປາສັກ, ຮອດທ້າຍເດືອນພຶດສະພາ ຜູ້ກ່ຽວໄດ້ກັບໄປນະຄອນປາກເຊ ແລະ ຂາຍລົດຈັກໄດ້ເງິນ 15.000 ບາດ ແລ້ວຂີ່ລົດໂດຍສານກັບເມືອງໜອງບົກ ແຂວງຄຳມ່ວນ ແລະໄດ້ລັກຂ້າມນໍ້າຂອງໄປຢູ່ປະເທດໄທ; ມາຮອດເດືອນທັນ ວາ 2021, ຜູ້ກ່ຽວກໍກັບມາຢູ່ທ່າແຂກ ແລະ ຖືກຈັບຕົວໄດ້ໃນວັນທີ 31 ມັງກອນ 2022.

ໂດຍ: ໜັງສືພິມຄວາມສະຫງົບ