ພໍ່ ແລະ ລູກຊາຍ ປະຊາຊົນແຂວງໄຊຍະບູລີ ຂັບຂີ່ລົດກະບະນິສັນ ຈາກແຂວງໄຊຍະບູລີ ໄປບັນທຸກເອົາຢາບ້າ ຈຳນວນກວ່າ 4 ເປົາ ຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫວັງມາສົ່ງໃຫ້ຜູ້ຮ່ວມຂະບວນການຢູ່ນະຄອນຫຼວງວຽງຈັນ, ແຕ່ໄປບໍ່ລອດ ຖືກຈະລາຈອນເມືອງນາຊາຍທອງຈັບຕົວໄດ້ກ່ອນ.

ເວລາປະມານ 19:20 ໂມງ ຂອງວັນທີ 14 ກຸມພາ 2022, ກອງຮ້ອຍຕໍາຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ປະຕິບັດໜ້າທີ່ຕັ້ງຈຸດກວດກາຢູ່ເສັ້ນທາງໜອງບຶກ ຫາ ດົງໂດກ ເຂດບ້ານນາສ້ຽວ ໄດ້ພົບເຫັນລົດກະບະນິດສັນ ນາວະລາ ສີສົ້ມ ໝາຍເລກທະບຽນ ກມ 1001 ກໍາແພງນະຄອນ ຈຶ່ງໄດ້ສັ່ງໃຫ້ຢຸດເພື່ອກວດກາເອກະສານລົດ ແຕ່ຜູ້ຂັບຂີ່ບໍ່ຍອມຢຸດລົດ ແລະ ໄດ້ລ້ຽວລົດກັບກະທັນຫັນ, ເຈົ້າໜ້າທີ່ຈຶ່ງຮ້ອງຂໍໃຫ້ລົດບັນທຸກທີ່ຂັບຂີ່ມາຕາມຫຼັງຂວາງເສັ້ນທາງໄວ້ ກ່ອນເຂົ້າຈັບກຸມຕົວໄດ້ 2 ຄົນ ແລະ ກວດຄົ້ນລົດພົບຢາບ້າ ຈຳນວນກວ່າ 4 ເປົາ ມີທັງໝົດ 500 ມັດ ເທົ່າກັບ 1.000.000 ເມັດ ທີ່ຊຸກເຊື່ອງໄວ້ຢູ່ດ້ານຫຼັງຄົນຂັບ.

+​ ພັທ ບຸນມີ ກັນຕີຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ຖະແຫຼງຕໍ່ທີມງານຂ່າວ ປກສ ໃນວັນທີ 15 ກຸມພາ 2022 ວ່າ:

ພາຍຫຼັງ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ສາມາດຈັບຕົວຜູ້ຂັບຂີ່ ແລະ ຜູ້ຕິດລົດມານໍາໄດ້ແລ້ວ ຈຶ່ງປະສານຫາ ກອງບັນຊາການ ປກສ ເມືອງນາຊາຍທອງ ເພື່ອນໍາຕົວພວກກ່ຽວມາສືບສວນ-ສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ຈຶ່ງຮູ້ວ່າພວກກ່ຽວທັງສອງຊື່ ທ້າວ ເຢຍລາ ອາຍຸ 46 ປີ ແລະ ທ້າວ ຕຸ ອາຍຸ 23 ປີ ເປັນພໍ່-ລູກກັນ ຢູ່ບ້ານຫາດງາມ ເມືອງຄອບ ແຂວງໄຊຍະບູລີ; ຜ່ານການກວດຄົ້ນລົດຄັນດັ່ງກ່າວ ໄດ້ພົບເຫັນຢາບ້າ ຈຳນວນກວ່າ 4 ເປົາ ມີທັງໝົດ 500 ມັດ ເທົ່າກັບ 1.000.000 ເມັດ, ສ່ວນຄົນ ແລະ ຂອງກາງແມ່ນໄດ້ມອບໃຫ້ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄປດໍາເນີນຕາມກົດໝາຍ.

+ ຜ່ານການສອບສວນ ພວກກ່ຽວທັງສອງຄົນຮັບສາລະພາບໃນເບື້ອງຕົ້ນ ວ່າ:

ຢາບ້າຈໍາດັ່ງກ່າວທີ່ເຈົ້າໜ້າທີ່ກວດພົບ ແມ່ນໄດ້ຮ່ວມກັນລັກລອບຂົນສົ່ງໃຫ້ຄົນຮູ້ຈັກ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍພວກກ່ຽວໄດ້ພຽງແຕ່ຄ່າຂົນສົ່ງເທົ່ານັ້ນ; ຜ່ານມາ, ແມ່ນໄດ້ພາກັນລັກລອບຂົນສົ່ງມາແລ້ວ 3 ຄັ້ງ ຄັ້ງລະ 1.000.000 ເມັດ ໂດຍໄປເອົາຢາບ້າຢູ່ເມືອງຕົ້ນເຜີ້ງ ແລ້ວມຸ່ງໜ້າມາສົ່ງຢູ່ນະຄອນຫຼວງວຽງຈັນ ແຕ່ຄັ້ງນີ້ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ກຳລັງເລັ່ງທໍາການສືບສວນຂະຫຍາຍຜົນ ເພື່ອຊອກຫາກຸ່ມແກ້ງຮ່ວມຂະບວນການດຽວກັນ ມາດໍາເນີນຄະດີຕາມລະບຽບກົດໝາຍ.