ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໄດ້ຈັດພິທີເປີດຊຸດຮຽນ ລະບົບປະລິນຍາໂທ ຮຸ່ນທີ 14, ປະລິນຍາຕີກໍ່ສ້າງ ຮຸ່ນທີ 25 ແລະ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ 16 ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົຈວ ປອ ວົງເຊໂດນ ພັນທະແກ້ວ ຫົວໜ້າອຳນວຍການວິທະຍາຄານຕຳຫຼວດປະຊາຊົນ, ມີບັນດາຄະນະອຳນວຍການ, ຕາງໜ້າຈາກກົມ-ກອງ ແລະ ນັກສຶກສາທັງ 3 ລະບົບ ເຂົ້າຮ່ວມ.

ພັອ ປອ ໂອໄດ ທິລັນດາ ຮອງອຳນວຍການວິທະຍາຄານຕຳຫຼວດປະຊາຊົນ ກ່າວວ່າ:

ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງອົງຄະນະພັກກະຊວງ ປກສ ວາງອອກ ທັງເປັນການປັບປຸງກໍ່ສ້າງກຳລັງໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ ສູງຂຶ້ນເລື້ອຍໆ. 

+ ສໍາລັບການເປີດຊຸດຮຽນທັງ 3 ຮຸ່ນ ປະກອບມີລາຍລະອຽດດັ່ງຕໍ່ໄປນີ້:

  • ນັກສຶກສາປະລິນຍາໂທ ຮຸ່ນທີ 14 ລວມມີ 18 ສະຫາຍ ຍິງ 3 ສະຫາຍ ໃຊ້ເວລາຄົ້ນຄວ້າຕາມຫຼັກສູດ 2 ປີ ລວມມີ 120 ໜ່ວຍກິດ; ໃນນັ້ນ, ຂຶ້ນຫ້ອງຕົວຈິງ 23 ວິຊາ ມີ 63 ໜ່ວຍກິດ, ໄລຍະເກັບກຳຂໍ້ມູນຂຽນວິທະຍານິພົນ-ປ້ອງກັນບົດ 57 ໜ່ວຍກິດ
  • ນັກສຶກສາປະລິນຍາຕີກໍ່ສ້າງ ຮຸ່ນທີ 25 ມີນັກສຶກສາທັງໜົດ 156 ສະຫາຍ ຍິງ 32 ສະຫາຍ, ໃຊ້ເວລາຮຽນ 4 ປີ ມີ 8 ພາກ, ລວມມີ 132 ໜ່ວຍກິດ
  • ນັກສຶກສາຕໍ່ເນື່ອງປະລິນຍາຕີ ຮຸ່ນທີ 16 ມີທັງໜົດ 69 ສະຫາຍ ຍິງ 5 ສະຫາຍ, ໃຊ້ເວລາຮຽນ 2 ປີ ລວມມີ 68 ໜ່ວຍກິດ