ຄະນະກຳມະການໂພຊະນາການແຫ່ງຊາດ ໄດ້ຈັດກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ 7 ປະຈຳປີ 2021 ເພື່ອທົບທວນຄືນຜົນສຳເລັດ ແລະ ກຳນົດບັນດາບູລິມະສິດເພື່ອປັບປຸງໂພສະນາການ ໃນ ສປປ ລາວ ໂດຍຍົກໃຫ້ເຫັນວ່າ: ຍັງມີເດັກນ້ອຍໃນ ສປປ ລາວ ຈຳນວນ 1 ໃນ 3 ຄົນ ຫຼື ຈໍານວນປະມານເກືອບ 3 ແສນຄົນ ທີ່ຍັງສ່ຽງຕໍ່ການຂາດສານອາຫານ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 16 ກຸມພາ 2022 ທີ່ໂຮງແຮມຄຣາວພຣາຊາ, ເປັນປະທານໂດຍ ທ່ານ ດຣ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມະການແຫ່ງຊາດດ້ານໂພຊະນາການ, ມີ ທ່ານ ນາງ ອີນາ ມາຊິອຸຍຣິໂອເນຕິ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ດຣ ນາງ ເພຍ ເຣເບນໂລ ບຣິໂຕ ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ຄະນະກໍາມະການແຫ່ງຊາດດ້ານໂພຊະນາການຂັ້ນສູນກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ.

+ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫົວໜ້າກອງເລຂາ ຄະນະກຳມະການແຫ່ງຊາດດ້ານໂພຊະນາການ ກ່າວວ່າ:

ຕະຫຼອດໄລຍະ 1 ປີຜ່ານມາ, ພັກ ແລະ ລັດ ໄດ້ສຸ່ມໃສ່ຊີ້ນຳ-ນຳພາໂຄງການຄໍ້າປະກັນສະບຽງອາຫານ ແລະ ການໃຫ້ຄວາມຮູ້ທາງດ້ານໂພຊະນາການ, ນະໂຍບາຍເກີດລູກ ແລະ ປີ່ນປົວເດັກນ້ອຍລຸ່ມ 5 ປີ ບໍ່ເສຍຄ່າ ແລະ ປະຕິບັດກິດຈະກໍາເຊື່ອມສານວຽກງານສົ່ງເສີມສຸຂະພາບໃນຊຸມຊົນ ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນດ້ານໂພຊະນາການ ເພື່ອການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ເພື່ອຫຼຸດຜ່ອນສະພາບການຂາດສານອາຫານຊຳເຮື້ອ ໂດຍການສະໜອງອາຫານເສີມໄລຍະ 52 ວັນ ໃຫ້ເດັກລຸ່ມ 5 ປີ ໃນເມືອງຂອງແຂວງສະຫວັນນະເຂດ ຈຳນວນ 365 ຄົນ ໃນ 6 ບ້ານ ແລະ ເມືອງຊ່ອນ ແຂວງຫົວພັນ ຈຳນວນ 360 ຄົນ ໃນ 6 ບ້ານ.

ເຖິງຈະແກ້ໄຂບັນຫາດ້ານໂພຊະນາການໄດ້ໃນລະດັບໃດໜຶ່ງ ແຕ່ໃນປັດຈຸບັນ, ສປປ ລາວ ຍັງມີເດັກນ້ອຍ 1 ໃນ 3 ຄົນ ຫຼື ຈໍານວນປະມານເກືອບ 3 ແສນຄົນ ທີ່ຈະເປັນອະນາຄົດຂອງຊາດ ຍັງສ່ຽງຕໍ່ການຂາດສານອາຫານ ເຊິ່ງຈະມີຜົນກະທົບຕໍ່ພັດທະນາການດ້ານຮ່າງກາຍ ແລະ ມັນສະໝອງ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍາເຮື້ອແບບລວງສູງ, ນ້ຳໜັກບໍ່ໄດ້ມາດຕະຖານ ແລະ ການຂາດອາຫານກະທັນຫັນ. 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ບັນດາທ່ານໃນຄະນະກຳມະການແຫ່ງຊາດໂພຊະນາການ ທັງສູນກາງ, ທ້ອງຖິ່ນ, ກອງເລຂາຜູ້ແທນພາຍໃນ ແລະ ຕ່າງປະເທດ ເຊີດຊູຄວາມຮັບຜິດຊອບໃຫ້ສູງໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງມີຄຸນນະພາບ, ຕົກລົງບັນຫາຢ່າງຖືກຕ້ອງ-ຢ່າງກົງໄປກົງມາ, ກຳແໜ້ນ ແລະ ພິຈາລະນາຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສ ຖືເປັນພື້ນຖານໃນການວາງທິດທາງໜ້າທີ່ໃນການແກ້ໄຂທຸກຮູບແບບຂອງການຂາດສານອາຫານ  ທີ່ຈະເກີດຂຶ້ນກັບເດັກນ້ອຍໃນ ສປປ ລາວ ໃນຊຸມປີຕໍ່ໜ້າ ໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ ໃນການຈັດຕັ້ງປະຕິບັດແຜນຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ ຮອດປີ 2025 ຢ່າງຄົບຖ້ວນສົມບູນ.