ທ່ານ ຮສ.ດຣ.ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃຫ້ສໍາພາດກ່ຽວກັບຜົນງານທີ່ພົ້ນເດັ່ນໄລຍະຜ່ານມາ ຂອງອົງການກາແດງແຫ່ງຊາດລາວ ວ່າ: ອົງການກາແດງແຫ່ງຊາດລາວ ໃນຖານະທີ່ເປັນການຈັດຕັ້ງທາງສັງຄົມ ຂອງ ສປປ ລາວ ທີ່ເຄື່ອນໄຫວວຽກງານມະນຸດສະທຳຢ່າງ ເປັນເອກະລາດຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ ແລະ 7 ຫຼັກການພື້ນຖານຂອງຂະບວນການກາແດງ ແລະ ຊິກວົງເດືອນແດງສາກົນໄລຍະ 1 ປີຜ່ານມາ, ສາມາດຈັດຕັ້ງປະຕິບັດວຽກງານຂອງຕົນໃນ 9 ຂົງເຂດວຽກງານມະນຸດສະທຳ ໂດຍສະເພາະການລະດົມທຶນຊ່ວຍເຫຼືອຜູ້ປະສົບໄພພິບັດໄດ້ 15 ຕື້ກວ່າກີບ.

ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ; ອົງການກາແດງແຫ່ງຊາດລາວ ໄດ້ເອົາໃຈໃສ່ແກ້ໄຂບັນເທົາທຸກເບື້ອງຕົ້ນຕໍ່ຜູ້ໄດ້ຮັບຜົນກະທົບຈາກໄພທຳມະ ຊາດ, ອັກຄີໄພ, ການລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນທົ່ວປະເທດ 17 ແຂວງ ແລະ 1 ນະຄອນຫຼວງ, ລວມມູນຄ່າການຊ່ວຍເຫຼືອທັງໝົດ 15 ຕື້ກວ່າກີບ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກກາແດງສາກົນ ແລະ ກາແດງເພື່ອນມິດ, ຈາກສັງຄົມທັງພາຍໃນ ແລະ ຕ່າງປະເທດ, ງົບປະມານປະ ກອບສ່ວນຈາກແຂວງ ແລະ ການຊ່ວຍເຫຼືອຜ່ານໂຄງການຕ່າງໆ, ໃນຈຳນວນຜູ້ໄດ້ຮັບຜົນກະທົບທັງໝົດ 1.331 ບ້ານ, 436 ເມືອງ 38.787 ຄອບຄົວ, ຈໍານວນ 188.646 ຄົນ ຍິງ 140.223 ຄົນ. ໃນນັ້ນ, ໄດ້ໃຫ້ການຊ່ວຍເຫຼືອດ້ານໄພນ້ຳຖ້ວມມີ 6 ແຂວງ ຄື: ແຂວງບໍ່ແກ້ວ, ໄຊຍະບູລີ, ສະຫວັນນະເຂດ, ສາລະວັນ, ເຊກອງ, ແລະ ແຂວງອັດຕະປື.

ສະເພາະການຮ່ວມມືກັບອົງການອາຫານໂລກໄດ້ຊ່ວຍເຫຼືອ 63 ບ້ານ, 5 ເມືອງ 3.815 ຄອບ ຄົວ, 20.417ຄົນ ຍິງ 10.906 ຄົນ ມູນຄ່າການຊ່ວຍເຫຼືອ 6.276. 598.000 ກີບ; ຊ່ວຍເຫຼືອຜູ້ທີ່ ປະສົບອັກຄີໄພ ໄດ້ 17 ແຂວງ ແລະ 1 ນະຄອນຫຼວງ ມີຈຳນວນ 124 ບ້ານ, 98 ເມືອງ 193 ຄອບ ຄົວ, 1.100 ຄົນ ຍິງ 547 ຄົນ, ມູນຄ່າການຊ່ວຍເຫຼືອ 462.374. 000 ກີບ; ຂະນະດຽວກັນຍັງໄດ້ ຊ່ວຍເຫຼືອຄອບຄົວທີ່ຍົກຍ້າຍຖິ່ນ ຖານ 2 ແຂວງຄື : ແຂວງໄຊຍະບູລີ ແລະ ເຊກອງ ຈຳນວນ 2 ຄັ້ງ 77 ຄອບຄົວ, 414 ຄົນ ຍິງ 231 ຄົນ, ມູນຄ່າການຊ່ວຍເຫຼືອ 28.004.000 ກີບ; ຊ່ວຍເຫຼືອ ຄອບຄົວທີ່ທຸກຍາກ, ປ່ຽວພອຍດ້ອຍໂອກາດໄດ້ 17 ແຂວງ ແລະ 1 ນະຄອນຫຼວງ, ຈຳນວນ 234 ບ້ານ, 52 ເມືອງ, 8.656 ຄອບ ຄົວ ມີ 50.857 ຄົນ ຍິງ 20.014 ຄົນ, ມູນຄ່າຊ່ວຍເຫຼືອທັງໝົດ 817.214.000 ກີບ; ຊ່ວຍເຫຼືອ ຜູ້ໄດ້ຮັບຜົນກະທົບຈາກການລະ ບາດພະຍາດໂຄວິດ-19, ໂດຍແຈກ ຍາຍອາຫານທີ່ສູນຈຳກັດບໍລິເວນ, ໂຮງໝໍພາກສະໜາມ, ເຂດບ້ານ ແດງ ແລະ ໂຮງຮຽນທີ່ມີຄວາມສ່ຽງ ຄື: ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ ແລະ ຈຳປາສັກ, ຈຳນວນ 77.115 ຄົນ ຍິງ 37.108 ຄົນ, ມູນຄ່າການຊ່ວຍເຫຼືອ 31.807. 505.071 ກີບ, ເຊິ່ງແມ່ນງົບປະ ມານກາແດງ ສ. ເກົາຫຼີ , ສະຫະ ພັນກາແດງ ແລະ ຊີກວົງເດືອນແດງສາກົນ, ກາຊາດໄທ, ກາແດງສະວິດ, ອົງການອາຫານໂລກ, ອົງ ການຮ່ວມມືສາກົນຂອງສະວິດ, ສະຖານທູດການາດາ.

ນອກຈາກນັ້ນ, ຍັງໄດ້ຮັບເຄື່ອງຊ່ວຍເຫຼືອບັນເທົາທຸກປະເພດເຄື່ອງນຸ່ງຫົ່ມ ແລະ ເກີບຈາກອົງການກາແດງ ສ.ເກົາຫຼີ ຈໍານວນ 14.198 ແກັດ, ແລະ ສຳເລັດ ການແຈກຍາຍໃຫ້ກາແດງແຂວງແລ້ວ 16 ແຂວງ ແລະ ພາກສ່ວນອື່ນຈຳນວນໜຶ່ງລວມທັງໝົດ 3. 050 ແກັດ; ປັດຈຸບັນຍັງສືບຕໍ່ແຈກຍາຍອີກ 2 ແຂວງທີ່ຍັງເຫຼືອ ແລະ ຈະສົ່ງໄປສາງ 3 ພາກ ຂອງ ອົງການກາແດງລາວເພື່ອຮອງຮັບໃຫ້ການຊ່ວຍເຫຼືອຢ່າງທັນການ.

ທ່ານ ຮສ.ດຣ.ພູທອນ ເມືອງປາກ ໃຫ້ຮູ້ອີກວ່າ: ປີ 2021, ວຽກງານທີ່ພົ້ນເດັ່ນອີກອັນໜຶ່ງແມ່ນວຽກງານລະດົມການບໍລິຈາກເລືອດ, ເຖິງວ່າມີ ຄວາມຫຍຸ້ງຍາກທາງດ້ານງົບປະມານ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງ ກໍໄດ້ສູ້ຊົນຜ່ານຜ່າປະຕິບັດໜ້າທີ່ຂອງຕົນຢ່າງຕໍ່ເນື່ອງ ພ້ອມດຽວກັນນັ້ນ, ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບທາງລົບຕໍ່ຂະບວນ ການຮັບບໍລິຈາກເລືອດເຮັດໃຫ້ບໍ່ສາມາດອອກຮັບບໍລິຈາກເລືອດຕາມແຜນການທີ່ວາງໄວ້; ຕາມຄາດໝາຍສູ້ຊົນທົ່ວປະເທດໃຫ້ໄດ້ 64.000 ຖົງ ແຕ່ປະຕິບັດຕົວຈິງ ໄດ້ 55.486 ຖົງ. ໃນນີ້, ຢູ່ສູນກາງໄດ້ 25.808 ຖົງ ແລະ ຢູ່ທ້ອງຖິ່ນໄດ້ 29.678 ຖົງ, ຖ້າທຽບໃສ່ແຜນການປີທົ່ວປະເທດສາມາດປະຕິບັດໄດ້ 87% ຫຼຸດແຜນການທີ່ວາງໄວ້ 8.514 ຖົງ, ແຕ່ກໍມີບາງແຂວງທີ່ສາມາດປະຕິບັດໄດ້ລື່ນຄາດໝາຍ ເຊັ່ນ: ບໍ່ແກ້ວ, ວຽງຈັນ, ບໍລິຄໍາໄຊ, ອັດຕະປື ແລະ ໄຊຍະບຸລີ; ໃນນີ້, ມີການບໍລິຈາກເລືອດແບບສະໝັັກໃຈບໍ່ຮຽກຮ້ອງສິ່ງຕອບແທນ 70% ແລະ ບໍລິຈາກແບບພີ່ນ້ອງ 30%; ໄດ້ຮັບການສະໜັບສະໜູນຈາກບໍລິສັດ ປະກັນໄພ ພົງສະຫວັນ ໃນການເຮັດປະກັນໄພອຸບັດຕິເຫດໃຫ້ແກ່ຜູ້ບໍລິຈາກເລືອດແບບສະໝັກໃຈຢູ່ໃນນະຄອນຫຼວງວຽງຈັນ ຈຳນວນ 1.000 ຄົນ; ຄຽງຄູ່ກັນນີ້, ໄດ້ກວດວິເຄາະເລືອດຢັ້ງຢືນຄຸນນະພາບເຖິງຄວາມປອດໄພຢ່າງເປັນລະບົບ ແລະ ໄດ້ແຈກຈ່າຍເລືອດ ແລະ ສວ່ນປະກອບຂອງເລືອດ ທັງໝົດ 64.357 ຖົງ, ເຊິ່ງໄດ້ຊ່ວຍກອບກູ້ເອົາຊີວິດຂອງຄົນເຈັບໄວ້ໄດ້ຫຼາຍກວ່າ 50.000 ຄົນ.

ໃນປີ 2022, ອົງການກາແດງແຫ່ງຊາດລາວ ຈະສືບຕໍ່ຮັບໃຊ້ສັງຄົມດ້ວຍການປຸກລະດົມຂົນຂວາຍບໍລິຈາກເລືອດໃຫ້ພຽງພໍ ຄື: ຈໍານວນ 64.000 ຖົງ; ພ້ອມທັງປັບປຸງໜ່ວຍກູ້ໄພສຸກເສີນ ແລະ ຂະຫຍາຍເພີ່ມຕື່ມຢ່າງໜ້ອຍ 2 ແຂວງ; ສ້າງຄູຝຶກປະຖົມພະຍາບານໃຫ້ກາແດງແຂວງຢ່າງໜ້ອຍ ແຂວງລະ 2 ຄົນ, ຝຶກອົບຮົມການປະຖົມພະຍາບານໃຫ້ໄດ້ແຂວງລະ 20 ຄົນ; ສະໜອງນໍ້າສະອາດໃນພາວະສຸກເສີນໃຫ້ຊຸມຊົນທີ່ຖືກຜົນກະທົບຈາກ ໄພພິບັດ, ຂົນຂວາຍສະມາຊິກ ແລະ ອາສາສະໝັກກາແດງໃຫ້ໄດ້ແຂວງລະ 20 ຄົນ; ສົ່ງເສີມໃຫ້ຊຸມຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິ ການວຽກງານສືບທາວຫາຍາດພີ່ນ້ອງແຕ່ລະແຂວງ ພ້ອມທັງຍາດແຍ່ງເອົາໂຄງການຊ່ວຍເຫຼືອ ແລະ ສາມາດເຂົ້າຮ່ວມເຄືອຂ່າຍວຽກງານຕ່າງໆທີ່ຕິດພັນກັບກາແດງເພື່ອນມິດ, ພາກພື້ນ ແລະ ສາກົນ ລວມທັງບັນດາມູນນິທິຕ່າງໆເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດແກ່ອົງການ.