ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດແມ່ນການສຸມທຸກກໍາລັງແຮງສັງລວມເຂົ້າໃນການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ.

ສປປ ລາວ ມີທີ່ຕັ້ງພູມສາດໃນອານຸພາກພື້ນລຸ່ມແມ່ນໍ້າຂອງ ມີຊາຍແດນຕິດຈອດກັບຫຼາຍປະເທດ, ເຊິ່ງປະເທດລາວ ກໍໄດ້ເປີດກວ້າງການຮ່ວມມືກັບພາກພື້ນ ແລະ ສາກົນ ຕາມທິດເຊື່ອມໂຍງ, ເຊື່ອມຈອດກັບບັນດາປະເທດເພື່ອນມິດ, ເຊິ່ງເປັນເງື່ອນໄຂໃຫ້ປະເທດເຮົາກາຍເປັນທາງຜ່ານໃນການລັກລອບ, ຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີຕົ້ນ ທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດ. ຈາກບັນຫາດັ່ງກ່າວນີ້, ກອງບັນຊາ ການ ປກສ ເມືອງຫີນບູນ ແຂວງຄໍາມ່ວນ ໄດ້ຍົກເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ 2021-2023 ເປັນວຽກງານວິຊາສະເພາະໜຶ່ງທີ່ສໍາຄັນ ເພື່ອເລັ່ງແກ້ໄຂ, ປາບປາມບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງ.

ພັທ ຄຳ ນັນທະວົງ ຫົວໜ້າ ກອງບັນຊາການ ປກສ ເມືອງຫີນບູນ ໃຫ້ສໍາພາດຕໍ່ນັກຂ່າວກອງບັນຊາການ ປກສ ແຂວງຄຳມ່ວນ ໃນກອງປະຊຸມສະຫູຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ໃນອາທິດຜ່ານມາວ່າ: ພາຍຫຼັງພັກ-ລັດຖະບານ ໄດ້ປະກາດການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ຢ່າງເປັນທາງການ ແລະ ໄດ້ຮັບການຊີ້ນໍາຈາກຄະນະພັກ-ຄະນະ ບັນຊາກອງບັນຊາການ ປກສ ແຂວງຄໍາມ່ວນ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງຫີນບູນ ຈຶ່ງໄດ້ເລີ່ມຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດນີ້ຢ່າງເລັ່ງດ່ວນ ໂດຍໄດ້ມີການປະຊຸມ, ຄົ້ນຄວ້າ ແລະ ປືກສາຫາລືກັນໃນການ, ແບ່ງຄວາມຮັບຜິດຊອບຢ່າງລະອຽດໃຫ້ແຕ່ລະຂະ ແໜ່ງການເຫຼົ່າຮົບວິຊາສະເພາະຢ່າງຂາດຕົວ ໂດຍເລີ່ມຈາການຈັດຕັ້ງເຊື່ອມຊືມບັນດາເອກະສານຕ່າງໆທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023, ມີການປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນທ້ອງຖິ່ນ-ຮາກຖານບ້ານ ເພື່ອໂຄສະນາສຶກສາອົບຮົມ, ເຜີຍແຜ່ລະບຽບ, ກົດໝາຍ, ຂໍ້ຕົກລົງ, ນິຕິກໍາຕ່າງໆ ໃຫ້ທົ່ວເຖິງບັນສະຖາບັນ, ໂຮງຮຽນ, ບ້ານ, ສໍາ ນັກງານ-ອົງການຕ່າງໆໄປພ້ອມກັບການສຸມໃສເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະໃນການນໍາກໍາລັງລົງກໍ່ສ້າງຮາກຖານປະຈໍາຢູ່ແຕ່ລະບ້ານ, ຈຸດຫຼ່ໍແຫຼມ ຕ່າງໆ ເພື່ອກຽມພ້ອມໃນການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆຕິດພັນກັບການແກ້ໄຂບັນຫາຢາເສບຕິດຢ່າງເຂັ້ມງວດ, ໃນນີ້ ສາ ມາດມ້າງຄະດີຢາເສບຕິດໄດ້ທັງ ໝົດ 73 ເລື່ອງ, ກັກຕົວຜູ້ຖືກໄດ້ 84 ຄົນ ຍິງ 5 ຄົນ, ຢືດຂອງກາງຢາ ເສບຕິດ ( ຢາໄອສ໌ ) 9 ຫຼອດ, ຢາ ບ້າ 2.400.137 ເມັດ, ຄັນຊາອັດ ແທ໋ງ 25 ເປົາໃຫຍ່ ແລະ 1 ເປົານ້ອຍ ນ້ໍາໜັກ 1.15 ກິໂລກຼາມ, ລົດກະບະລີໂວ້ 1 ຄັນ, ລົດຮຸນໄດ 1 ຄັນ. ໃນນີ້, ສົ່ງໄອຍະການດໍາເນີນ ມີ 19 ເລື່ອງ, ຖືກຫາ 19 ຄົນ ຍິງ 5 ຄົນ, ສົ່ງ ປກສ ແຂວງ ດໍາເນີນ 8 ເລື່ອງ, ຕ້ອງຫາ 8 ຄົນ, ສຶກສາອົບຮົມປ່ອຍຕົວຂັ້ນກອງບັນຊາການເມືອງ 46 ເລື່ອງ, ຕ້ອງຫາ 57 ຄົນ, ປ່ອຍຕົວຂັ້ນໄອຍະການ 16 ເລື່ອງ ຜູ້ຖືກຫາ 16 ຄົນ ຍິງ 5 ຄົນ.

ສໍາລັບທິດທາງແຜນການໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຢາເສບຕິດແມ່ນສຸມໃສ່ນໍາພາ-ຊີ້ນໍາທຸກເຫຼົ່າຮົບວິຊາສະເພາະໃຫ້ເຄື່ອນໄຫວເຮັດວຽກງານປ້ອງກັນຄວາມສະຫງົບຕາມສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ. ໃນນີ້, ໄດ້ຖື ເອົາການສຶກສາອົບຮົມການເມືອງ ນໍາພາ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີແນວຄິດຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ຊອກຮູ້ ແລະ ກໍາແໜ້ນບັນດາເລ່ລ່ຽມ, ກົນອຸບາຍຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ, ຮູ້ຈໍາແນກໄດ້ມິດ-ສັດຕູຢາງຈະແຈ້ງ, ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທຸກຂະແໜງການ ເປັນຕົ້ນກອງກໍ່ສ້ງຮາກຖານການເມືອງ, ກອງປະຕິບັດງານກອງຮ້ອຍທະ ຫານຊາຍແດນ, ບັນດາ ປກສ ກຸ່ມ ແລະ ອຳນາດການປົກຄອງບ້ານທົ່ວເມືອງຫີນບູນ.

ທັງນີ້, ກໍເພື່ອແນ່ໃສ່ເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານວິຊາສະເພາະປ້ອງກັນຄວາມສະຫງົບ ມີຄວາມສະດວກ, ວ່ອງໄວ ແລະ ທັນເວລາ ສາ ມາດທັບມ້າງຕໍ່ທຸກເລ່ລ່ຽມກົນອຸບາຍຂອງພວກສັດຕູ ແລະ ກຸ່ມຄົນບໍ່ຫັວງດີ ໂດຍສະເພາະແມ່ນບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.