ໃນວັນທີ 18 ກຸມພາ 2022, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມເປີດບັ້ນດໍາເນີນຊີວິດການເມືອງ ພ້ອມທັງ ເຊື່ອມຊຶມບັນດາເອກະສານທີ່ກ່ຽວຂ້ອງ, ໂດຍການເປັນປະທານຂອງສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ຄະນະພັກກົມໃຫຍ່ ເລຂາໜ່ວຍພັກກົມ ຫົວໜ້າກົມຕໍາຫຼວດຈະລາຈອນ, ມີຄະນະພັກກົມ, ຫົວໜ້າພະແນກ, ຫ້ອງການ, ກອງຮ້ອຍ, ສະມາຊິກພັກ-ພະນັກງານເຂົ້າຮ່ວມ.

ສະຫາຍ ພັອ ກົງສີ ສຸວັນນະຕຸ້ມ ກ່າວວ່າ: ການເປີດບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້, ກໍເພື່ອເປັນການສໍາຫຼວດກວດກາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ທັງເປັນການສະຫຼຸບຕີລາຄາບາງບັນຫາທີ່ຍັງຄົງຄ້າງຂອງແຕ່ລະບຸກຄົນ ເພື່ອຕໍານິສົ່ງຂ່າວ ແລະ ກໍ່ສ້າງພະນັກງານ-ນັກຮົບໃນຖັນແຖວໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິບັດ, ມີລະບຽບວິໄນ, ຮູ້ຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ຕັ້ງໜ້າ-ບຸກບືນ ແລະ ສຸມທຸກກໍາລັງແຮງເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງຊຳນິ-ຊໍານານ ແລະ ເປັນມືອາຊີບ. ເນື່ອງຈາກວ່າ ກໍາລັງຕໍາຫຼວດເປັນກໍາລັງທີ່ໃກ້ຊິດກັບປະຊາຊົນທີ່ສຸດເຮັດໜ້າທີ່ໃນການບໍລິການຮັບໃຊ້ປະຊາຊົນໃນວຽກງານປ້ອງກັນຄວາມສະຫງົບ-ປອດໄພຂອງປະຊາຊົນທຸກຮູບແບບຕະຫຼອດ 24 ຊົ່ວໂມງ.

ສໍາລັບເອກະສານທີ່ນໍາມາເຜີຍແຜ່ ແມ່ນປະກອບມີ: ເສີມຂະຫຍາຍທາດເແທ້-ມູນເຊື້ອປະຕິວັດອັນສະຫງ່າຂອງກໍາລັງປ້ອງກັນຄວາມສະຫງົບປະຊາ ຊົນລາວ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທໍາປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງນາຍ ແລະ ພົນຕໍາຫຼວດ ໃນໄລຍະໃໝ່ ແລະ ຈັນຍາບັນ-ຈັນຍາທໍາຂອງນາຍ ແລະ ພົນຕໍາຫຼວດ.