ແຂວງບໍລິຄໍາໄຊ ຈັດພິທີປະກາດການແຕ່ງຕັ້ງຫົວໜ້າຫ້ອງການ ຄະນະກໍາມະການ ປກຊ-ປກສ ແຂວງ ບໍລິຄໍາໄຊ ໃນອາທິດຜ່ານມາ, ເຂົ້າຮ່ວມໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ພົຈວ ບຸນເດື່ອງ ພັນສົດໃສ ຮອງຫົວໜ້າຫ້ອງການຄະນະກໍາມະການ  ປກຊ-ປກສ ສູນກາງ, ມີຫົວໜ້າກອງບັນຊາການ ປກຊ-ປກສ ແຂວງ, ພະນັກງານ-ນັກຮົບ ຫ້ອງການ ປກຊ-ປກສ ແຂວງ ເຂົ້າຮ່ວມ.

ພົຈວ ບຸນເດື່ອງ ພັນສົດໃສ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບສູນກາງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ບໍລິຄໍາໄຊ, ເຊິ່ງໄດ້ແຕ່ງຕັ້ງ ພັທ ເພັດສະໄໝ ໂຮມຂະສິດ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງ ຂຶ້ນເປັນຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ແຂວງບໍລິຄໍາໄຊ, ສ່ວນ ພັອ ດວງດີ ພັນທະວົງ ຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ແຂວງບໍລິຄຳໄຊ ຜູ້ເກົ່າ ແມ່ນພັກການກຽມຮັບອຸດໜູນບຳນານຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ. ໃນພິທີຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫ່ວາງຫົວໜ້າຫ້ອງການຄະນະກຳມະການ ປກຊ-ປກສ ຜູ້ເກົ່າ ແລະ ຫົວໜ້າຫ້ອງການ ຄະນະກໍາມະການ ປກຊ-ປກສ ຜູ້ໃໝ່ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ຜູ້ເກົ່າ ທີ່ສາມາດເຮັດສໍາເລັດໜ້າທີ່ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ໃນໄລຍະຜ່ານມາ; ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຫົວໜ້າຫ້ອງການຄະນະກໍາມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫົງບ ແຂວງບໍລິຄໍາໄຊ ຜູ້ໃໝ່ ຈົ່ງສືບຕໍ່ນໍາພາຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ແລະ ວຽກງານວິຊາສະ ເພາະໃຫ້ໄດ້ຮັບຜົນສໍາເລັດ, ສືບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະບັນຊາແຕ່ລະຂັ້ນໃນການສ່ອງແສງລາຍງານສະພາບການຕ່າງໆຢ່າງເປັນປົກກະຕິ ແລະ ທັນການ, ສືບຕໍ່ປະສານສົມທົບກັບທຸກພາກສ່ວນຈັດຕັ້ງຜັນຂະຫຍາຍແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ກາຍເປັນວຽກງານຂອງທົ່ວປວງຊົນຮອບດ້ານຢ່າງກ້ວາງຂວາງ, ເພີ່ມທະວີເຮັດວຽກງານຕ້ານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ສຸມໃສ່ແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງວາງອອກໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.