ຢາເສບຕິດເປັນບັນຫາໃຫຍ່ທີ່ບັນດາປະເທດໃນທົ່ວໂລກໃຫ້ຄວາມສໍາຄັນໃນການຕ້ານສະກັດກັ້ນ, ຄວບຄຸມແລະເລັ່ງໃສ່ແກ້ໄຂທັງຍັງເປັນໜຶ່ງໃນບັນຫາອາຊະຍາກໍາລະດັບສາກົນຍ້ອນເຫັນໄດ້ໄພອັນຕະລາຍແລະການເລັ່ງທວງໃຫ້ແກ້ໄຂຢ່າງຮີບດ່ວນ ເຈົ້າໜ້າທີ່ຕໍາຫຼວດໃນຂອບເຂດທົ່ວປະເທດຈຶ່ງໄດ້ພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງເປັນຮູບປະທໍາ, ຈິງຈັງແລະເຂັ້ມງວດ; ເຊິ່ງຜ່ານການຈັດຕັ້ງປະຕິບັດຕະຫຼອດໄລຍະຜ່ານມາສາມາດມ້າງຄະດີຢາເສບຕິດໄດ້ເຖິງ 3.730 ເລື່ອງ. ໃນນັ້ນ, ມີຄະດີຢາເສບຕິດທີ່ພົ້ນເດັ່ນ ແລະ ເປັນຄະດີລາຍໃຫຍ່ຈໍານວນ 15 ເລື່ອງ.

ພັອ ປອ ບົວພັນ ຟອງມະນີ ຮອງຫົວໜ້າກົມໃຫຍ່ຕໍາຫຼວດກະຊວງປກສໃຫ້ສໍາພາດ ໃນວັນທີ 14 ກຸມພາ 2022 ວ່າ: ພາຍຫຼັງທີ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຂອບເຂດທົ່ວປະເທດສໍາເລັດຢ່າງເປັນຮູບປະທໍາເຈົ້າໜ້າທີ່ກໍາລັງຕໍາຫຼວດວິຊາສະເພາະທຸກເຫຼົ່າຮົບໄດ້ສຸມໃສ່ກວດກາ-ຕິດຕາມ ແລະ ຊອກຄົ້ນບັນດາເປົ້າໝາຍຄ້າຂາຍຢາເສບຕິດຢູ່ຕາມຈຸດຫຼ່ໍແຫຼມ-ມົ້ວສຸມ, ລີ້ຊ້ອນ ແລະ ຕາມຂອບເຂດຊາຍແດນ. ໃນນັ້ນ, ຜ່ານການນໍາກໍາລັງສຸມໃສ່ແກ້ໄຂໃນໄລຍະຜ່ານມາ ທົ່ວປະເທດສາມາດມ້າງຄະດີຢາເສບຕິດໄດ້ 3.730 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 5.217 ຄົນຍິງ 509 ຄົນ, ຕ່າງປະເທດ 119 ຄົນຍິງ 5 ຄົນ ແລະ ສາມາດດໍາເນີນຄະດີສໍາເລັດໄດ້ 3.370 ເລື່ອງ, ມີຜູ້ຖືກຫາ 4.758 ຄົນຍິງ 534 ຄົນ.

ຈາກຄະດີທີ່ເກີດຂຶ້ນສາມາດຢຶດຂອງກາງຢາເສບຕິດປະເພດຕ່າງໆໄດ້ ຄື: ເຮໂຣອິນ 467,79 ກິໂລກຼາມ, ຢາບ້າ 14.300,81 ກິໂລກຼາມ, ຢາຝິ່ນ 18,92ກິໂລກຼາມ, ຄັນຊາ 5.846,69 ກິໂລກຼາມ, ຢາໄອສ໌ 2.991,02 ກິໂລກຼາມ, ນ້ຳຢາເຄມີ 10 ກິໂລກຼາມ, ເຄຕາມິນ 4,11 ກິໂລກຼາມ, ຢາອີ 0,08 ກິໂລກຼາມ, ແປ້ງຝຸ່ນເພື່ອນຳມາປະສົມຜະລິດຢາເສບຕິດ 19.480,07 ກິໂລກຼາມ, ກວດພົບເຄື່ອງຂອງກາງໃນການນຳໃຊ້ເຄື່ອນໄຫວກໍການກະທໍາຜິດເຊັ່ນ: ພາຫະນະ, ອາວຸດ,ອຸປະກອນປະເພດຕ່າງໆຄື: ລົດໃຫຍ່ຈໍານວນ 135 ຄັນ, ລົດຈັກ 755 ຄັນ, ເຮືອ 2 ລໍາ, ອາວຸດປືນ 28 ກະບອກ, ລູກປືນ 420 ລູກ, ເງິນກີບ 1.318.373.000 ກີບ, ເງິນບາດ 4.165.450 ບາດ, ເງິນໂດລາ 590 ໂດລາ, ເງິນຢວນ 540.366 ຢວນ, ເງິນດົງ 1.450. 000 ດົງ ແລະ ເຄື່ອງຂອງກາງອື່ນໆອີກຫຼາຍລາຍການ.  

ຕໍ່ກັບຄະດີດັ່ງກ່າວ, ມີຄະດີຢາເສບຕິດທີ່ພົ້ນເດັ່ນທີ່ເຈົ້າໜ້າທີ່ມ້າງໄດ້ຈໍານວນ 15 ເລື່ອງ ເປັນຕົ້ນແມ່ນໃນວັນທີ 26 ມິຖຸນາ 2021, ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດກົມໃຫຍ່ຕໍາຫຼວດສາມາດມ້າງຄະດີ 1 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 1 ຄົນ ແລະ ຢຶດຂອງກາງປະເພດຢາບ້າໄດ້ 780 ມັດເທົ່າກັບ1.560.000 ເມັດນໍ້າໜັກ 156 ກິໂລກຼາມ, ລົດໃຫຍ່ 1 ຄັນ.

ວັນທີ 27 ມິຖຸນາ 2021, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ສາມາດກັກຕົວຜູ້ຖືກຫາໄດ້ 8 ຄົນຍິງ 4 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 1.686. 225 ເມັດນໍ້າໜັກ 168,62 ກິໂລກຼາມ, ແປ້ງຝຸ່ນ 874,96 ກິໂລກຼາມ, ຢາໄອສ໌ 4 ກິໂລກຼາມ, ເຄື່ອງຈັກຜະລິດຢາບ້າ 3 ເຄື່ອງ, ຈັກປັ່ນໄຟ 2 ເຄື່ອງ, ປືນສັ້ນ 1 ກະບອກ, ລູກປືນ 24 ລູກ, ລົດໃຫຍ່ 5 ຄັນ ແລະ ລົດຈັກ 4 ຄັນ.

ວັນທີ 13 ກໍລະກົດ 2021, ເຈົ້າໜ້າທີ່ກອງບັນຊາການປກສນະຄອນຫຼວງວຽງຈັນ ໄດ້ນໍາກໍາລັງເຂົ້າກັກຕົວຜູ້ຖືກຫາ 1 ຄົນ, ຢຶດຂອງກາງຢາບ້າໄດ້ 21.982.000 ເມັດນ້ຳໜັກ 2.198.2 ກິໂລກຼາມ ແລະ ລົດໃຫຍ່ 1 ຄັນ.

ວັນທີ 27 ຕຸລາ 2021, ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ກັກຕົວຜູ້ຖືກຫາ 2 ຄົນ, ຢຶດເຄື່ອງຂອງກາງຢາບ້າໄດ້ 55.664.000 ເມັດນ້ຳໜັກ 5.611,9 ກິໂລກຼາມ, ຢາໄອສ໌ 1. 537 ກິໂລກຼາມ, ແປ້ງຝຸ່ນ 179,3 ກິໂລກຼາມ, ນໍ້າຢາເຄມີປະສົມຢາບ້າ 10 ກິໂລກຼາມ, ຢາຝິ່ນ 900 ກຼາມ, ເຄື່ອງອັດຢາບ້າ 1 ຊຸດ, ປືນ 2 ກະບອກ, ລູກປືນ 103 ລູກ ແລະ ລົດໃຫຍ່ 3 ຄັນ.

ຮອງຫົວໜ້າກົມໃຫຍ່ຕໍາຫຼວດຍັງກ່າວອີກວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມີທັງສິ່ງອໍານວຍຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ເນື່ອງຈາກວ່າພວກກະທໍາຜິດທາງອາຍາໃນທົ່ວສັງຄົມນັບມື້ເພີ່ມຂຶ້ນ, ມີລັກສະນະສັບສົນ, ສະຫຼັບຊັບຊ້ອນ, ມີເລ່ລ່ຽມການເຄື່ອນໄຫວທີ່ເລິກແລບແນບນຽນ, ບັງອາດເປີດແປນ, ຈັດຕັ້ງເປັນກຸ່ມແກ້ງ, ຕິດຕໍ່ກັນຫຼາຍແຂວງ-ຫຼາຍປະເທດ, ມີລັກສະນະຮຸນແຮງ, ນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ອາວຸດເສິກເຂົ້າໃນການກໍ່ເຫດ ພ້ອມທັງມີການບັນຊາທັງພາຍໃນ ແລະ ຕ່າງປະເທດ; ຢ່າງໃດກໍຕາມ, ເຈົ້າໜ້າທີ່ ປກສ າກໍໍບໍ່ໄດ້ລົດລະຄວາມພະຍາຍາມຍັງໄດ້ນໍາກໍາລັງວິຊາສະເພາະທີ່ມີຄວາມສາມາດ, ມີຄວາມສໍານິ-ຊໍານານເຂົ້າໃນການສະກັັດກັ້ນແລະມ້າງລາຍຄະດີດັ່ງກ່າວເຮັດໃຫ້ສາມາດແກ້ໄຂຄະດີໄດ້ຢ່າງເປັນຮູບປະທໍາ ພ້ອມທັງຢຶດຂອງກາງທີ່ມີສ່ວນພົວພັນກັບຢາເສບຕິດໄດ້ເປັນຈໍານວນຫຼາຍ.