ລັດຖະບານ ເລັ່ງທວງໃຫ້ແຕ່ລະຂະແໜງການ ຜັນຂະຫຍາຍວາລະແຫ່ງຊາດ ແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ

0
418
ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ປະຕິບັດວຽກງານໂຄສົກລັດຖະ ບານ ໄດ້ຖະແຫຼ່ງຂ່າວຜົນສຳເລັດກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2022 ທີ່ໄຂຂຶ້ນໃນຕອນເຊົ້າຂອງວັນທີ 21 ແລະ ປິດລົງໃນຕອນແລງຂອງ ວັນທີ 22 ກຸມພາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານທ່ານອື່ນໆ ເຂົ້າຮ່ວມຢ່າງພ້ອມພຽງ ວ່າ: ໃນເດືອນມີນາ ປີນີ້, ລັດຖະບານ ສືບຕໍ່ສຸມໃສ່ເລັ່ງທວງໃຫ້ແຕ່ລະຂະແໜງການມີການຫັນເປັນວຽກລະອຽດ ໃຫ້ມີຄວາມຊັດເຈນ ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງແຂງແຮງ ແລະ ໄດ້ຮັບຜົນດີກວ່າເກົ່າ.

ໃນກອງປະຊຸມດັ່ງກ່າວ, ແມ່ນໄດ້ມີການຄົ້ນຄວ້າວາງແຜນວຽກງານຈຸດສຸມໃນເດືອນມີນາ ໃນຫຼາຍຂົງເຂດວຽກງານ ໂດຍສະເພາະຂົງເຂດເສດຖະ ກິດແມ່ນຈະສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປີ 2022 ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢ່າງແຂງແຮງ ແລະ ໄດ້ຮັບຜົນດີກວ່າເກົ່າ; ໃນນີ້, ເລັ່ງທວງໃຫ້ມີການຫັນເປັນວຽກລະອຽດຂອງແຕ່ລະຂະແໜງການ ໃຫ້ມີຄວາມ ຊັດເຈນ, ມີຄາດໝາຍເວລາ ເພື່ອກຽມສະ ຫຼຸບໃນເດືອນມີນາ 2022 ໃຫ້ໄດ້ຮັບຜົນ ດີກວ່າເກົ່າ; ເອົາໃຈໃສ່ແກ້ໄຂສິ່ງກີດຂວາງ ຕ່າງໆໃຫ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ມີປະສິດທິຜົນສູງຂຶ້ນ, ເລັ່ງຈັດຕັ້ງປະຕິບັດບັນດາໂຄງການແຮ່ທາດ, ການເຮັດທົດລອງທຸລະກິດດີຈີຕອນ ແລະ ບັນດາໂຄງການທີ່ລັດຖະບານ ໄດ້ອະນຸຍາດໃຫ້ເຮັດທົດລອງໄປແລ້ວນັ້ນ ໃຫ້ມີຄວາມຄືບໜ້າ ແລະ ມີປະສິດທິຜົນ.

ກອງປະຊຸມຍັງໄດ້ສະຫຼຸບຕີລາຄາການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມພາ; ຮັບຟັງລາຍງານການຄົ້ນຄວ້າຮ່າງແຜນການລົງທຶນຂອງລັດ ປະຈຳ ປີ 2022; ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກຳທັງ 5 ສະບັບ ພ້ອມທັງຊີ້ນໍາໃຫ້ຄະນະຮັບຜິດຊອບຮ່າງນິຕິກໍາດັ່ງກ່າວ ປະສານສົມທົບກັບພາກສ່ວນກ່ຽວຂ້ອງນຳໄປປັບປຸງຕື່ມຕາມການປະກອບຄຳເຫັນຂອງບັນດາທ່ານສະມາຊິກລັດຖະບານ ພ້ອມທັງຮຽບຮຽງຄືນ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.