ໃນວັນທີ 23 ກຸມພາ 2022, ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະຫຼຸບວຽກງານອະໄພຍະໂທດ ປະຈຳ ປີ 2021 ແລະ ທິດ ທາງແຜນການຈຸດສຸມ ປະຈຳປີ 2022, ເຊິ່ງໄດ້ຈັດຂຶ້ນໃນຮູບແບບເຊິ່ງໜ້າ ແລະ ແບບກອງປະຊຸມທາງໄກ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ຮອງປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຄະນະກຳມະການອະໄພຍະໂທດລະດັບຊາດ ທີ່ມາຈາກຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ສານປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ, ມີບັນດາທ່ານຮອງເຈົ້າແຂວງ-ນະຄອນຫຼວງ ຜູ້ຊີ້ນຳວຽກງານອະໄພຍະໂທດ, ພ້ອມດ້ວຍກອງເລຂາຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ ຜູ້ປະຈໍາການ ໄດ້ສະຫລຸບລາຍງານ ວຽກງານອະໄພຍະໂທດ ປະຈໍາປີ 2021 ແລະ ທິດທາງວຽກງານຈຸດສຸມ ປະຈໍາປີ 2022 ໂດຍທ່ານ ໄດ້ຍົກໃຫ້ເຫັນດ້ານດີ ແລະ ຜົນສໍາເລັດ ເຖິງວ່າປະເທດເຮົາຈະພົບກັບບັນຫາຄວາມຫຍຸ້ງຍາກໂລກພະຍາດລະບາດໂຄວິດ-19 ແລະ ອື່ນໆ ກໍຕາມ ແຕ່ບັນດາຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ທັງຮັບປະກັນໄດ້ຄວາມຖືກຕ້ອງ, ສອດຄ່ອງ ຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ, ຊຶ່ງສະແດງອອກ ຄື ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ຕາມລັດຖະດຳລັດຂອງປະທານປະເທດ ປະຈໍາ ປີ 2021 ທັງໝົດມີ 2.403 ຄົນ, ຍິງ 351 ຄົນ, ຕ່າງປະເທດ 27 ຄົນ, ຍິງ 5 ຄົນ. ໃນນັ້ນ, ມີນັກໂທດທີ່ໄດ້ເງື່ອນໄຂ ຫລຸດຜ່ອນໂທດ 2.005 ຄົນ, ຍິງ 281 ຄົນ; ນັກໂທດທີ່ໄດ້ເງື່ອນໄຂປ່ອຍຕົວ 12 ຄົນ, ຍິງ 3 ຄົນ; ນັກໂທດປະຫານຊີວິດໄດ້ຮັບອະໄພຍະໂທດມາເປັນໂທດຕະຫລອດຊີວິດ 25 ຄົນ ແລະ ນັກໂທດປ່ອຍຕົວໃນຊ່ວງໄລຍະປ້ອງກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ມີ 361 ຄົນ, ຍິງ 58 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ໃຫ້ກັບພະແນກຍຸຕິທຳໃນຂອບເຂດທົ່ວປະເທດ ໃນການເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດຊຳລະໃນບັ້ນຄົ້ນຄວ້າສະເໜີ ໃຫ້ອະໄພຍະໂທດ ປະຈຳປີ 2021 ໄດ້ຈໍານວນ 4.901.721.000 ກີບ, ເງິນຕາຕ່າງປະເທດ 750.000 ບາດ, 700 ໂດລາ, ໃນນັ້ນ ຄ່າເສຍຫາຍທາງແພ່ງ ຈໍານວນ 866.862.000 ກີບ ໄດ້ມອບຄືນໃຫ້ໂຈດທາງແພ່ງແລ້ວ ຈໍານວນ 811.424.000 ກີບ ຍັງຄ້າງມອບໃຫ້ໂຈດທາງແພ່ງ ຈໍານວນ 55.438.000 ກີບ, ຊຶ່ງພາກສ່ວນກ່ຽວຂ້ອງຈະສືບຕໍ່ມອບໃຫ້ໂຈດທາງແພ່ງ; ຄ່າປັບໃໝທາງອາຍາ ຈຳນວນ 4.034.859.000 ກີບ, ຖອກເຂົ້າຄັງເງິນແຫ່ງຊາດແລ້ວຈຳນວນ 2.116.234.000 ກີບ, ຍັງຄ້າງຖອກເຂົ້າຄັງເງິນແຫ່ງຊາດ ຈໍານວນ 1.918.625.000 ກີບ, ເຊິ່ງພາກສ່ວນຮັບຜິດຊອບຍັງຈະສືບຕໍ່ມອບເຂົ້າງົບປະມານຂອງລັດຕາມລະບຽບຫຼັກການ. ນອກຈາກນັ້ນ, ຍັງຍົກໃຫ້ເຫັນດ້ານອ່ອນຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃຫ້ຕົກໄປໃນປີ 2022 ນີ້.

ພ້ອມນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຍັງໄດ້ມີຄຳເຫັນສະຫຼຸບ ແລະ ໂອ້ລົມຕໍ່ກອງປະຊຸມ, ເຊິ່ງທ່ານໄດ້ເໜັ້ນໜັກບາງບັນຫາສໍາຄັນ ຄື: ໃຫ້ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງມະຕິ, ຄຳສັ່ງ, ນະໂຍບາຍຂອງລັດ, ບັນດາມາດຕາຕາມລັດຖະບັນຍັດຂອງປະທານປະເທດ ແລະ ນິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ, ຮັບປະກັນທາງດ້ານຫລັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ, ພາຍໃຕ້ການຊີ້ນໍາ-ຕິດຕາມກວດກາ ຂອງຄະນະກໍາມະການອະໄພຍະໂທດ ລະດັບຊາດ ໂດຍກົງ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ ແລະ ທັນເວລາ, ໃຫ້ມີຄວາມຮັບປະກັນ ໃນການປະພຶດຕົວທີ່ດີຂອງນັກໂທດ, ກອງເລຂາຂອງຄະນະກໍາມະການອະໄພຍະໂທດຂັ້ນຕ່າງໆ ຕ້ອງໄດ້ປະຕິບັດສຳເລັດລ້ອນໜ້າທີ່ຢ່າງມີຄຸນນະພາບ.

ຂໍ້ມູນຂ່າວ: ຂ່າວສານປະເທດລາວ