ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກະຊວງ ປກສ ໃນວັນທີ 22 ກຸມພານີ້, ເປັນປະທານຂອງ ພັອ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ເຂົ້າຮ່ວມມີ ພັອ ສຸພັນທອງ ໄຄ້ຍະວົງ ຮອງຫົວໜ້າກົມກວດກາ-ກວດການ, ມີຕາງໜ້າກົມໃຫຍ່ການເມືອງ ປກສ, ພະແນກ, ຫົວໜ້າໜ່ວຍງານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ເຜີຍແຜ່ມະຕິຂອງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ເລກທີ 39/ຄພ. ປກສ ວ່າດ້ວຍການສ້າງແຜນກຳນົດພະນັກງານນຳພາ-ບັນຊາໃນກຳລັງປ້ອງກັນຄວາມສະຫງົບ ເພື່ອເປັນເຈົ້າການກຳນົດເປົ້າໝາຍພະນັກງານທີ່ຈະບຳລຸງ, ກໍ່ສ້າງ, ບັນຈຸຈັດວາງ ເຂົ້າໃນຕຳແໜ່ງງານຕ່າງໆ ເປັນຕົ້ນແມ່ນຕຳແໜ່ງນຳພາ-ບັນຊາ ແຕ່ລະຂັ້ນຢູ່ບັນດາເຫຼົ່າວິຊາສະເພາະມີລັກສະນະສືບທອດຕໍ່ເນື່ອງ, ມີຄວາມຮູ້-ຄວາມສາມາດໃນລະດັບອັນແນ່ນອນ; ເພື່ອເປັນການກະກຽມເປົ້າໝາຍບຸກຄະລາກອນທີ່ມີລັກສະນະເປີດກວ້າງ ແລະ ເພື່ອໃຫ້ມີແຫຼ່ງໃນການເລືອກເຟັ້ນເອົາພະນັກ ງານນຳພາ-ບັນຊາຢ່າງອຸດົມສົມບູນຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບດ້ານບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ແລະ ການຈັດຕັ້ງແຕ່ລະໄລຍະ.

ກອງປະຊຸມ, ຍັງໄດ້ຜ່ານມາດຖານເງື່ອນໄຂພະນັກງານນຳພາ-ບັນຊາທີ່ຈະເລືອກເຟັ້ນເຂົ້າໃນແຜນກຳນົດພະນັກງານ ແນະນຳວິທີການດຳເນີນການທາບທາມ ແລະ ດຳເນີນການປ່ອນບັດທາບທຽມຮອບທີ 1, 2, 3, ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 3 ວັນ ໂດຍເລີ່ມແຕ່ວັນທີ 22 ຫາ 24 ກຸມພາ 2022 ສຳເລັດ.