ເລື່ອງທີ່ຈະນຳສະເໜີຕໍ່ໄປນີ້ ເປັນອີກກໍລະນີໜຶ່ງທີ່ຈະເຕືອນສະຕິຂອງພໍ່ແມ່ປະຊາຊົນ ທີ່ຮັກລູກແພງຫຼານ ແຕ່ພວກເຂົາກະທຳຜິດຈົນຖືກດຳເນີນຄະດີຕາມກົດໝາຍ ແລ້ວຄິດຢາກຫາທາງຊ່ວຍໃຫ້ລູກຫຼານພົ້ນໂທດດ້ວຍການ ຊອກຫາຜູ້ທີ່ທ່ານຄິດວ່າອາດຈະຊ່ວຍທ່ານໄດ້ ດ້ວຍການໃຫ້ເງິນກັບຜູ້ທີ່ແອບອ້າງຕົນວ່າມີອຳນາດໃນການແລ່ນເອົາຄົນ ອອກຈາກຄຸກໄດ້. ດັ່ງກໍລະນີ ທີ່ມີປະຊາຊົນຊາວເມືອງສຸຂຸມມາ ແຂວງຈຳປາສັກ ຫຼົງເຊື້ອຊາຍບໍ່ຮູ້ຊື່ແອບອ້າງຕົນວ່າເປັນ ເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ສາມາດແລ່ນເອົາລູກອອກຈາກຄ້າຍຄຸມຂັງໄດ້ ຈິ່ງໂອນເງິນໄປໃຫ້ສຸດທ້າຍຖືກຫຼອກ.

ວັນທີ 16 ກຸມພາ 2021 ຫ້ອງຂ່າວ ປກສ ແຂວງຈຳປາສັກ ລາຍງານວ່າ: ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 22 ພະຈິກ 2021, ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຊື່ ນາງ ເຫຼືອງ ຢູ່ບ້ານໂຄກກ່ອງ ແລະ ນາງ ອ່ອນດີ ຢູ່ບ້ານປາກຊ້າງ ເມືອງສຸຂຸມມາ ວ່າ: ໄດ້ມີຊາຍບໍ່ຮູ້ຊື່ ແອບອ້າງເປັນເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໂທລະສັບມາຫາບອກໃຫ້ໂອນ ເງິນໃຫ້ ຄ່ານໍາສົ່ງ ທ້າວ ເຫຼືອງ ແລະ ທ້າວ ລາດ ທີ່ຖືກກັກຕົວຢູ່ຄ້າຍຄຸມ ຂັງ-ດັດສ້າງ ປກສ ແຂວງຈຳປາສັກ ໂດຍບອກວ່າ ທັງສອງປ່ວຍ ແຮງໄດ້ນຳຕົວອອກມາປິ່ນປົວ. ຈາກນັ້ນ, ນາງ ເຫຼືອງ ໄດ້ໂອນເງິນໃຫ້ຈຳນວນ 2.000.000 ກີບ ແລະ ນາງ ອ່ອນດີ ໂອນເຂົ້າບັນຊີດຽວກັນ ຈຳນວນ 3.000.000 ກີບ.

ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ, ເຈົ້າໜ້າທີ່ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຫຼັກຖານຕິດຕາມເປົ້າໝາຍ. ມາຮອດວັນທີ 31 ທັນວາ 2021, ຈຶ່ງສາມາດກັກຕົວຜູ້ຖືກຫາໄດ້ ຊື່ ທ້າວ ເພ່ຍ ອາຍຸ 35 ປີ ປະຊາ ຊົນຢູ່ບ້ານໜອງແຕ້ ເມືອງຈຳປາສັກ ແຂວງຈຳປາສັກ.

ຜູ້ກ່ຽວໄດ້ຮັບສາລະພາບກັບເຈົ້າໜ້າທີ່ວ່າ: ໃນປີ 2019, ຜູ້ກ່ຽວ ໄດ້ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ຫາສໍ້ໂກງຊັບ ແລະ ຖືກສາຕັດສິນຈຳຄູກ 1 ປີ 6 ເດືອນ ພາຍຫຼັງທີ່ພົ້ນໂທດກໍໄດ້ສ້າງຄອບ ຄົວກັບນາງ ຄຳ ຢູ່ບ້ານໂນນແດງ ເມືອງສຸຂຸມ ມາ, ມາຮອດທ້າຍປີ 2021, ຜູ້ກ້ຽວບໍ່ມີເງິນໃຊ້ ຈຶ່ງຫາວິທີຕວົະເອົາເງິນນຳ ພີ່ນ້ອງ ຂອງທ້າວ ສາຍ ອາຍຸ 28 ປີ ທີ່ຖືກ ກັກຂັງນຳກັນຢູ່ຄຸມຂັງ-ດັດສ້າງເມືອງຈຳປາສັກ ໂດຍໄດ້ຂໍເບີໂທລະສັບຂອງແມ່ ທ້າວ ສາຍ ກ່ອນອອກຈາກຄ້າຍຄຸມຂັງ ແລ້ວໂທຫາແມ່ທ້າວ ສາຍ ໂດຍອ້າງວ່າຕົນເອງເປັນເຈົ້າໜ້າທີ່ອອກ ຊື່ ທ້າວ ສີລາ ວົງ ຫຼື ນ້ອຍ ຢູ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ ແລ້ວຕົວະວ່າ ໃຫ້ໄປພົວພັນເອົາ ທ້າວ ສາຍ ອອກຈາກຄ້າຍຄຸມຂັງ ຕ້ອງໃຊ້ເງິນຈຳນວນ 2.000 ບາດໄທ. ຈາກນັ້ນ, ແມ່ຂອງທ້າວ ສາຍ ໄດ້ເອົາເງິນໃຫ້ຜູ້ກ່ຽວ ຈຳນວນ 600.000 ກີບ ແລະ ເຂົ້າສານ 1 ກະສອບ. ຜ່ານໄປ 2 ວັນ ແມ່ຂອງທ້າວ ສາຍ ໄດ້ໂທມາຫາຜູ້ກ່ຽວວ່າ ມີພີ່ນ້ອງຢາກແລ່ນເອົາລູກອອກຈາກຫ້ອງຂັງ; ຜູ້ກ່ຽວຕອບ ກັບໄປວ່າ ຖ້າຢາກເອົາອອກຈາກຄຸມຂັງ ຕ້ອງໃຊ້ເງິນຈຳນວນ 6.000.000 ກີບ.

ຈາກນັ້ນ, ຜູ້ກ່ຽວໄດ້ໂທບອກຜູ້ທີ່ຢາກແລ່ນເອົາລູກອອກຈາກຄ້າຍຄຸມຂັງ ໂອນເງິນໃຫ້ກ່ອນ 3.000.000 ກີບ ຜ່ານບັນຊີຂອງທ້າວ ຊົມ. ຕໍ່ມາຜູ້ກ່ຽວໄດ້ໄປເອົາເງິນນຳທ້າວ ຊົມ ແລ້ວເອົາມາໃຊ້ຈ່າຍຈົນໝົດ ຫຼັງຈາກນັ້ນ, ກໍໄດ້ຕົວະ ເອົາເງິນນຳພີ່ນ້ອງຂອງຜູ້ທີ່ຖືກກັກຕົວຢູ່ຄຸມຂັງ-ດັດສ້າງ ຈຳນວນຫຼາຍຄົນ ໃນນີ້ລວມທັງຜູ້ເສຍຫາຍທັງສອງຄົນທີ່ແຈ້ງ ຄວາມຕໍ່ເຈົ້າໜ້າທີ່ ໂດຍໄດ້ເງິນລວມທັງໝົດ 9.100.000 ກີບ. ມາຮອດວັນທີ 31 ທັນວາ 2021 ຈິ່ງຖືກເຈົ້າໜ້າທີ່ກັກ ຕົວມາດຳເນີນຄະດີ.

  ເລື່ອງນີ້ ຈິ່ງເປັນອີກເລື່ອງໜຶ່ງທີ່ເຕື່ອນສະຕິສັງຄົມວ່າຢ່າຫຼົງເຊື່ອຄົນບໍ່ດີ ເພາະການດຳເນີນຄະດີແມ່ນໄປ ຕາມ ຂະບວນການທາງກົດໝາຍ ບໍ່ມີໃຜສາມາດແລ່ນເອົານັກໂທດອອກມາໄດ້ແບບງ່າຍດາຍ, ນອກຈາກນັກໂທດໄດ້ຮັບອະ ໄພຍະໂທດ.

ໂດຍ: ໜັງສືພິມຄວາມສະຫງົບ