ກະຊວງປ້ອງກັນຄວາສະຫງົບ ໄດ້ສະຫຼຸບ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2021, ໃຫ້ແຕ່ລະຮາກຖານພັກອ້ອມຂ້າງອົງຄະນະພັກກະຊວງ ປກສ ໃນ ວັນທີ 24 ກຸມພາ 2022, ເປັນກຽດເຂົ້າຮ່ວມ ແລະ ມອບໃບຢັ້ງ ຢືນໂດຍ ສະຫາຍ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກກະຊວງ, ຄະນະພັກ-ຄະນະບັນຊາ, ພະນັກງານ ຫຼັກແຫຼ່ງກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ສະຫາຍ ພັອ ປອ ຫຸມພັນ ຜິວເຂັມພອນ ຄະນະປະຈໍາພັກກົມໃຫຍ່ ຫົວໜ້າກົມພັກ ກະຊວງ ປກສ ໄດ້ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ໃຫ້ຮູ້ວ່າ: ຄະນະພັກແຕ່ລະຂັ້ນໄດ້ຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໄປພ້ອມກັບການຈັດຕັ້ງຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຄະນະພັກຂັ້ນເທິງວາງອອກ. ໃນນີ້, ໄດ້ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນຕາມ 5 ເນື້ອ ໃນທີ່ສູນກາງພັກວາງອອກເປັນບ່ອນອີງ, ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ເພີ່ມທະວີການປັບປຸງແບບແຜນນຳພາ, ວິທີເຮັດວຽກຂອງຄະນະພັກບົນພື້ນຖານຫຼັກການຂອງພັກໃຫ້ມີຄວາມເຂັ້ມງວດ ແລະ ສັກສິດ.

ຜ່ານການຕີລາຄາແບ່ງປະເພດສະມາຊິກພັກ ແລະ ຕີລາຄາຄັດເລືອກໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ສະມາຊິກພັກມີທັງໝົດ 7.743 ສະຫາຍ ຍິງ 1.726 ສະຫາຍ ໄດ້ແບ່ງປະເພດ ມີ 7.540 ສະຫາຍ ຍິງ 1.672 ສະຫາຍ, ບໍ່ໄດ້ແບ່ງປະເພດ 203 ສະຫາຍ ຍິງ 54 ສະຫາຍ (ຍ້ອນໄປສຶກສາ ແລະ ຍົກຍ້າຍໃໝ່), ສະມາຊິກພັກແຂງ 7.229 ສະ ຫາຍ ຍິງ 1.622 ສະຫາຍ ກວມ 95,87%, ສະມາຊິກພັກກາງ 265 ສະຫາຍ ຍິງ 44 ສະຫາຍ, ກວມ 3,51%. ໃນນີ້ທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ມີ 13 ອົງຄະນະພັກ, 2 ຄະນະພັກຮາກຖານ, 1 ໜ່ວຍພັກຮາກຖານເອກະລາດ, ມີຮາກຖານພັກລວມ 273 ຫົວໜ່ວຍ; ໃນນັ້ນ, ມີຄະນະພັກຮາກຖານ 19 ຫົວ ໜ່ວຍ, ໜ່ວຍພັກຮາກຖານ  169 ຫົວໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 85 ຫົວໜ່ວຍ, ໄດ້ແບ່ງປະເພດ 249 ຫົວໜ່ວຍ, ບໍ່ໄດ້ແບ່ງປະເພດ 5 ຫົວໜ່ວຍ. ຜົນການຕີລາຄາແບ່ງປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ມີ 193 ໜ່ວຍ ທຽບ ໃສ່ປີ 2020 ເພີ່ມຂຶ້ນ 7 ໜ່ວຍ. ໃນນັ້ນ, ໜ່ວຍພັກທີ່ໄດ້ນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນສູງສຸດ 3 ປີຕິດຕໍ່ກັນມີ 124 ໜ່ວຍ, 2 ປີຕິດຕໍ່ກັນມີ 27 ໜ່ວຍ ແລະ ສະເໜີໃໝ່ ມີ 42 ໜ່ວຍ.

ໃນພິທີ, ສະຫາຍ ພັທ ພຽນສີ ແສງຄໍາຢອງ ຮອງຫົວໜ້າກົມພັກ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 76/ຄພປກສ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ປະຈຳປີ 2021 ຈຳນວນ 193 ໜ່ວຍ.

ໂອກາດນີ້, ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ໃຫ້ທິດຊີ້ນຳຄະນະ ພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ຮູ້ໝູນໃຊ້ຫຼາຍຮູບ, ຫຼາຍວິທີການ ເພື່ອສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງການນຳພາຂອງພັກຕໍ່່ກຳລັງປ້ອງກັນຄວາມສະຫງົບ. ພ້ອມນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງຍົກສູງບົດບາດການນຳພາຂອງຕົນກຳແໜ້ນທັດສະນະການນຳພາຂອງພັກຕໍ່ວຽກງານ ປກຊ-ປກສ, ວຽກງານການເມືອງ, ເສດຖະກິດ, ວັດທະ ນະທຳສັງຄົມ ແລະ ການຕ່າງປະເທດເປັນພື້ນຖານໃນການນຳພາວຽກງານຂອງຕົນ, ໄປຄຽງຄູ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຫັນເປັນວຽກງານຍຸດທະສາດຂອງກົມກອງພ້ອມກັນປະຕິບັດຢ່າງເຂັ້ມງວດ.