ປີ 2021, ກອງພັນ 133 ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະໃນການປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ງານບຸນປະເພນີ, ວັນສໍາຄັນ, ກອງປະຊຸມ, ໂຄງການ ແລະ ບໍລິສັດຫ້າງຮ້ານ ທີ່ໄດ້ຮັບມອບໝາຍຈາກຂັ້ນເທິງຮັບປະກັນໄດ້ຄວາມສະຫງົບ ແລະ ປອດໄພ ໂດຍພື້ນຖານ ແລະ ຈະສືບຕໍ່ຍົກສູງຄວາມຮັບຜິດຊອບກຽມພ້ອມສູ້ຮົບຕະຫຼອດເວລາໃນປີ 2022.

ພັຕ ບຸນທໍາ ອິນທະນົນ ຮອງຫົວໜ້າກອງພັນ 133 ກ່າວໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງກອງພັນ 133 ຄັ້ງວັນທີ 24 ກຸມພາ 2022 ໂດຍ ມີ ພັອ ໄຊສຸວັນ ພັນທະສຸກ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພັທ ດາວວັນ ຈັນທະລັງສີ ຫົວໜ້າກອງພັນ 133, ມີຄະນະພັກ-ຄະນະກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ພາຍໃນກອງພັນເຂົ້າຮ່ວມວ່າ: ປີ 2021, ຄະນະ ພັກ-ຄະນະກອງພັນ 133 ໄດ້ເອົາໃຈໃສ່ນຳພາ-ຊີ້ນຳພະນັກງານ-ນັກຮົບເຄື່ອນໄຫວປະຕິບັດວຽກງານວິຊາສະ ເພາະຕາມການມອບໝາຍຂອງການຈັດຕັ້ງ-ຂັ້ນເທິງກໍຄືກອງບັນຊາການ ເປັນຕົ້ນແມ່ນປ້ອງກັນຢູ່ບັນດາຈຸດຕ່າງໆຕາມຂອບເຂດຮັບຜິດຊອບ 26 ແຮງງານ, ປ້ອງກັນຄ້າຍຄຸມຂັງນາໄຫ-ນາໂນ 20 ແຮງງານ, ປ້ອງກັນໂຄງການກໍ່ສ້າງ ທາງລົດໄຟ ລາວ-ຈີນ 22 ແຮງງານ, ປ້ອງກັນພິທີເປີດເສັ້ນທາງລົດໄຟ ລາວ-ຈີນ ຈໍານວນ 62 ແຮງ ງານ, ປ້ອງກັນການແຂ່ງຂັນກິລາບານເຕະ 2 ຄັ້ງ 17 ແຮງງານ, ປ້ອງກັນງານຊາປະນາກິດສົບ 3 ຄັ້ງ 24 ແຮງງານ, ປ້ອງກັນກອງປະຊຸມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ມີ 87 ແຮງງານ, ປ້ອງກັນກອງປະຊຸມ ແລະ ງານລ້ຽງຕ່າງໆ 4 ຄັ້ງ 31 ແຮງງານ, ປ້ອງກັນງານໂຮມຊຸມນຸມເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ຢູ່ສູນເຝິກອົບຮົມກົມໃຫຍ່ການ ເມືອງ ( ສະໜາມມ້າ ) 3 ຄັ້ງມີ 90 ແຮງງານ, ເຂົ້າຮ່ວມສະແດງ ວຽກງານວິຊາສະເພາະສະຫຼາຍ ການຊຸມນຸມປະທ້ວງ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ, ມີ 120 ແຮງງານ, ປ້ອງກັນປະທານປະເທດແຫ່ງ ສສ ຫວຽດນາມ ທີ່ ມາຢ້ຽມຢາມລາວມີ 112 ແຮງ ງານ.

ທິດທາງແຜນການປີ 2022 ກອງພັນ 133 ຈະສືບຕໍ່ເອົາໃຈ ໃສ່ການເຮັດວຽກງານປ້ອງກັນ ກອງປະຊຸມຂັ້ນຕ່າງໆ, ແຂກພາຍ ໃນ-ຕ່າງປະເທດ, ປ້ອງກັນການນຳ ພັກ-ລັດ, ສຳນັກງານ-ອົງການ, ບໍລິສັດຫ້າງຮ້ານ, ງານວາງສະແດງ, ບຸນປະເພນີໃຫ້ມີຄວາມສະຫງົບ ປອດໄພ, ເອົາໃຈໃສ່ເພີ່ມທະວີ ຄວາມຮັບຜິດຊອບສູງໃນການປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງການຝຶກອົບ ຮົມຫັດແອບການແກ້ໄຂກໍລະນີ ຕ່າງໆ ອາດຈະເກີດຂຶ້ນຢູ່ໃນນະ ຄອນຫຼວງວຽນຈັນ ແລະ ບາງ ແຂວງທີ່ມີຈຸດຫຼ່ໍແຫຼມມີຄວາມ ສ່ຽງເປັນຕົ້ນແມ່ນ: ແກ້ໄຂການ ຊຸມນຸມປະທ້ວງ, ກຸ່ມແກ້ງແຂ່ງ ລົດກວນເມືອງ ແລະ ບັນຫາອື່ນໆ.