ໃນອາທິດຜ່ານມາ, ພົຈວ ນີລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານວິຊາສະເພາະຢູ່ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງຈຳປາສັກ, ໂດຍມີ ພັທ ບຸນສົງ ຈັນທະວົງສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ຫົວໜ້າຫ້ອງຕຳຫຼວດ ພ້ອມຄະນະບັນຊາ, ຫ້ອງ, ຫົວໜ້າ-ຮອງ ພະແນກ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ພັທ ບຸນສົງ ຈັນທະວົງສັກ ໄດ້ຍົກໃຫ້ເຫັນບັນຫາ ໂດຍສະເພາະແມ່ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນແຂວງຈຳປາສັກ ເປັນຕົ້ນແມ່ນບັນ ຫາຂີ້ລັກ-ງັດເງະ, ຊິງຊັບ, ປຸ້ນຊັບ, ການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ການກໍ່ອາຊະຍາກຳ ແລະ ບັນຫາອື່ນໆ, ເຊິ່ງໃນໄລຍະ 3 ເດືອນຜ່ານມາ, ມີຄະດີອາຍາ, ເສດຖະກິດເກີດຂຶ້ນທັງໝົດ 93 ເລື່ອງ. ໃນນັ້ນ, ສາມາດມ້າງໄດ້ 47 ເລື່ອງ, ກັກຕົວຕ້ອງຫາໄດ້ 56 ຄົນ ຍິງ 3 ຄົນ. ນອກນັ້ນ, ຍັງໄດ້ສຸມໃສ່ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍໄດ້ຖືເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດເປັນບັນຫາສຳຄັນ. ໃນໄລຍະ 3 ເດືອນຜ່ານມາ, ສາມາດມ້າງຄະດີຢາເສບຕິດໄດ້ 171 ເລື່ອງ, ກັກຕ້ອງຫາໄດ້ 244 ຄົນ ຍິງ 10 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 320.362 ເມັດ, ຢາໄອສ໌ 24 ກິໂລ ກັບ 809,56 ກຼາມ, ຢາອີ 2 ກຼາມ, ລົດໃຫຍ່ 3 ຄັນ ແລະ ວັດຖຸມີຄ່າ ອີກຈຳນວນໜຶ່ງ, ມີອຸປະຕິເຫດເກີດຂຶ້ນ ທັງໝົດ 130 ເລື່ອງ, ມີຄົນເສຍຊີວິດ 17 ຄົນ.

ໃນໂອກາດທີ່ລົງເຄື່ອນໄຫວຊີ້ນຳວຽກງານ, ພົຈວ ນີລະວົງ ເຈືອງຕະວະລາດ ໄດ້ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະບັນຊາຫ້ອງຕຳຫຼວດ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານສະມາຊິກພັກ ແລະ ພະນັກງານ-ນັກຮົບໃຫ້ເປັນປົກກະຕິຕໍ່ເນື່ອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືຂອງກຳລັງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນ, ມີຄວາມເປັນເອກະພາບພາຍໃນ, ປັບປຸງວຽກງານທຸກຂົງເຂດໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ສຸມໃສ່ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ສັງຄົມໃຫ້ດີຂຶ້ນ, ເອົາໃຈໃສ່ເຮັດວຽກງານສືບສວນ-ສອບ ສວນໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ, ສືບຕໍ່ຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດທີ່ເກີດຂຶ້ນໃຫ້ຫຼຸດນ້ອຍຖອຍລົງ, ເອົາໃຈ ໃສ່ແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນຫຼວງ, ສຸມໃສ່ປ້ອງກັນອັກຄີໄພບໍ່ໃຫ້ເກີດຂຶ້ນ, ປຸກລະດົມຂົນຂວາຍພໍ່-ແມ່ປະຊາຊົນໃຫ້ເຂົ້າໃຈແນວທາງຂອງພັກ-ລັດ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ປອດໄພ, ມີສະຖຽນລະພາບທາງດ້ານການເມືອງ, ມີສະຕິກຽມພ້ອມເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.