ພາຍຫຼັງມີພົນລະເມືອງດີໃຫ້ບໍ່ແສມາວ່າ ຢູ່ເຂດບ້ານໜອງພະຍາ ເມືອງໄຊາທານີ ນະຄອນຫຼວງວຽງຈັນ ມີກຸ່ມຄົນຫຼັ່ງໄຫຼເຂົ້າອອກທັງເວັນ ແລະ ຄືນ ເພື່ອມົ້ວສຸມຢາເສບຕິດ, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ຈຶ່ງແຕ່ງຕັ້ງກຳລັງວິຊາສະເພາະລົງຕິດຕາມເຂດດັ່ງກ່າວຈົນແນ່ໃຈວ່າ ມີການມົ້ວສຸມຢາເສບຕິດແທ້; ມາໃນວັນທີ 8 ກຸມພາ 2022, ຈຶ່ງສົມທົບກັບພາກສ່ວນກ່ຽວຂ້ອງ ລົງແກ້ໄຂຈຸດມົ້ວສຸມດັ່ງກ່າວ ຈົນສາມາດກັກຕົວກຸ່ມມົ້ວສຸມຢາເສບຕິດໄດ້ທັງໝົດ 6 ຄົນ ພ້ອມອຸປະກອນເສບຢາຈໍານວນໜຶ່ງ.

+ ພັທ ແອັດດີ້ ວັນຄຳທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບການລາຍງານວ່າ ມີການມົ້ວສຸມເສບຢາເສບຕິດ ກໍໄດ້ມອບໃຫ້ກຳລັງລົງຕິດຕາມ ແລະ ເຫັນວ່າ ມີການເຄື່ອນໄຫວຂອງກຸ່ມມົ້ວສຸມ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງເຂົ້າແກ້ໄຂ ແລະ ສາມາດກັກຕົວ ໃນເວລາ 13:00 ໂມງ ວັນທີ 8 ກຸມພາ 2022.

ທັງນີ້, ໜຶ່ງໃນຈຳນວນດັ່ງກ່າວທີ່ຖືກກັກຕົວ ເຄີຍຖືກຜູ້ປົກຄອງນຳໄປບຳບັດ ຢູ່ສູນບຳບັດຢາເສບຕິດສົມສະຫງ່າມາແລ້ວ, ແຕ່ຜູ້ກ່ຽວບໍ່ມີການປ່ຽນແປງ; ພາຍຫຼັງອອກມາກໍມີການເຄື່ອນໄຫວສືບຕໍ່ພົວພັນກັບຢາເສບຕິດອີກ.

ຕໍ່ກັບເປົ້າໝາຍຈຳນວນດັ່ງກ່າວ ເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວຂຶ້ນມາສຶກສາອົບຮົມ ຢູ່ຫ້ອງການປົກຄອງບ້ານໜອງພະຍາ ພ້ອມທັງໄດ້ເຮັດບົດທຶກ ແລະ ມອບໃຫ້ຜູ້ປົກຄອງສືບຕໍ່ຕິດຕາມ, ຄຸ້ມຄອງການປະພຶດຂອງພວກເຂົາ, ຖ້າຫາກເຈົ້າໜ້າທີ່ພົບເຫັນການກະທໍາດັ່ງກ່າວອີກ ຈະໄດ້ໃຊ້ມາດຕະການເດັດຂາດຕໍ່ຜູ້ລະເມີດ.

ສະນັ້ນ, ຮຽກຮ້ອງມາຍັງກຸ່ມຄົນໄວໝຸ່ມທີ່ຍັງມົ້ວສຸມຢາເສບຕິດ ແລະ ຄິດທີ່ຈະເສບ ທ່ານອາດຄິດຜິດ, ຖ້າຫາກວ່າເຈົ້າໜ້າທີ່ພວກເຮົາຈັບຕົວໄດ້ ພວກເຮົາຈະໃຊ້ມາດຕະການປັບໃໝໃສ່ໂທດຢ່າງໜັກ ໂດຍບໍ່ມີຂໍ້ຍົກເວັ້ນ ແລະ ສໍາລັບພໍ່ແມ່ຜູ້ປົກຄອງ ຕ້ອງໄດ້ເອົາໃຈໃສ່ເບິ່ງແຍງອົບຮົມບົ່ມສອນ ບໍ່ໃຫ້ລູກຫຼານຂອງຕົນໄປພົວພັນກັບສິງເສບຕິດ.