ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປາຖະກາຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 52 ປີ (9 ມັງກອນ 1966-9 ມັງກອນ 2018) ເພື່ອທົບທວນມູນເຊື້ອອັນດີງາມ, ຄຸນງາມຄວາມດີຂອງແມ່ຍິງໃນກຳລັງປ້ອງກັນຄວາມສະຫງົບ ໃນໄລຍະເຂົ້າຮ່ວມພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຂຶ້ນໃນອາທິດຜ່ານມາ, ເປັນກຽດປາຖະກະຖາ ໂດຍ ພັທ ໂພໄຊ ສຸລິວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ມີຄະນະພັກ, ຄະນະຫ້ອງ, ກອງອ້ອມຂ້າງຕະຫຼອດຮອດເອື້ອຍ-ນ້ອງແມ່ຍິງກອງບັນຊາການ ປກສ ແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ພັທ ໂພໄຊ ສຸລິວົງສາ ພັກໄດ້ຍົກໃຫ້ເຫັນເຖິງມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 52 ປີ ໃນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງໃນກຳລັງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະ ນັບແຕ່ປີ 1966 ເປັນຕົ້ນມາພາຍຫຼັງທີ່ແມ່ຍິງຫ້ອງການສັນຕິລາດສູນກາງ ໄດ້ຮັບການສ້າງຕັ້ງ ໃນວັນທີ 9 ມັງກອນ 1966 ເຊິ່ງໃນໄລຍະນີ້ການຈັດຕັ້ງເຄື່ອນໄຫວແມ່ຍິງໄດ້ປຸກລະດົມ, ຂົນຂວາຍເອື້ອຍ-ນ້ອງແມ່ຍິງບັນດາເຜົ່າຜູ້ທີ່ມີເງື່ອນໄຂອອກສູ່ສະໜາມຮົບ ຕໍ່ສູ້ປະຈັນບານກັບສັດຕູໂດຍກົງ, ປ້ອງກັນ, ເບິ່ງແຍງ-ຮັບໃຊ້ການນໍາ ແລະ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ. ນອກນັ້ນ, ຍັງໄດ້ນຳພາເອື້ອຍນ້ອງແມ່ຍິງເຮັດວຽກແນວຫຼັງພາຍໃຕ້ຄຳຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະສັດຕູ”.

ຈາກຜົນງານ ແລະ ໄຊຊະນະຂອງສະຫະພັນແມ່ຍິງ ໃນກຳລັງປ້ອງກັນຄວາມສະຫງົບ ໃນແຕ່ລະໄລຍະແມ່ນໄດ້ສະແດງອອກໃນການຕໍ່ສູ້ຕ້ານ “ສົງຄາມພິເສດ ຫຼື ສົງຄາມຈຳກັດ”, ທີ່ໄດ້ປະກອບສ່ວນອັນສຳຄັນ ແລະ ໃຫຍ່ຫຼວງເຂົ້າໃນການຕີເອົາຊະນະ “ສົງຄາມພິເສດເພີ່ມທະວີ” ແລະ ຍັງໄດ້ປະກອບສ່ວນໃນການປົດປ່ອຍປະເທດຊາດ ແຕ່ປີ 1973-1975. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ, ແມ່ຍິງ ກໍຍັງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການກໍ່ສ້າງກຳລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່, ເຂັ້ມແຂງ, ມີລະບຽບແບບແຜນ ແລະ ທັນສະໄໝ ໂດຍສະຫະພັນແມ່ຍິງໃນກຳລັງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ໃນຫຼາຍວຽກງານເປັນຕົ້ນ: ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ, ກໍ່ສ້າງພະນັກງານ, ວຽກງານນະໂຍບາຍ, ວຽກງານປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ວຽກງານພັດທະນາຊີວິດການເປັນຢູ່ຂອງກົມກອງ ແລະ ຄອບຄົວ, ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ວຽກງານທີ່ສຳຄັນອື່ນໆອີກ. ທັງໝົດນີ້ ກໍເພື່ອເຮັດໃຫ້ເອື້ອຍ-ນ້ອງສະມາຊິກສະຫະພັນແມ່ຍິງ ປກສ ແຂວງອັດຕະປື ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງວິວັດທະນາການຄວາມເປັນມາຂອງສະຫະພັນແມ່ຍິງໃນ ກຳລັງປ້ອງກັນຄວາມສະຫງົບ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງກັນ.