ພິທີສະຫຼຸບບັ້ນຝຶກຫັດຈົບຊັ້ນຂອງນັກສຶກສາລາວ ຮຸ່ນທີ 27 ແລະ 28 ທີ່ໄດ້ໄປສຶກສາຢູ່ວິທະຍາຄານປ້ອງກັນຄວາມສະຫງົບປະຊາຊົນ ສສ ຫວຽດນາມ ທີ່ໄດ້ມາຝຶກຫັດຢູ່ ສປປ ລາວ ແຕ່ເດືອນທັນວາ 2017 ຫາ ເດືອນມີນາ 2018 ໄດ້ຈັດພິທີສະຫຼຸບບັ້ນຝຶກຫັດ ໃນວັນທີ 21 ມີນານີ້, ໂດຍການເຂົ້າຮ່ວມຂອງ ພັອ ປອ ວັນສົມ ສີສົມບັດ ຮອງອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບ (ວປສ) ແຫ່ງຊາດ ສປປ ລາວ, ມີ ພົຈວ ສຈ ປອ ຫງວຽນ ກຸ້ຍຄວ້າດ ຮອງອໍານວຍການວິທະຍາຄານຕໍາຫຼວດປ້ອງກັນຄວາມສະຫງົບປະຊາຊົນ ສສ ຫວຽດນາມ ພ້ອມຄະນະເຂົ້າຮ່ວມ.

ພັທ ຄໍາສີ ໄຊຍະໂຊກ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ ວປສ ແຫ່ງຊາດ ທັງເປັນຄະນະຮັບຜິດຊອບບັ້ນຝຶກຫັດຂອງນັກສຶກສາກ່າວວ່າ: ຕະຫຼອດໄລຍະ 4 ເດືອນ ການຝຶກຫັດຂອງນັກສຶກສາລາວ ຮຸ່ນທີ 27 ແລະ 28, ມີຈໍານວນ 59 ສະຫາຍ ຍິງ 5 ຫາຍ ໃນນີ້; ມີຂະແໜງສືບສວນ-ສອບສວນ 15 ສະຫາຍ ຍິງ 2 ສະຫາຍ, ຂະແໜງປ້ອງກັນພາຍໃນ 25 ສະຫາຍ ຍິງ 2 ສະຫາຍ ແລະ ຂະແໜງເຕັກນິກຂໍ້ມູນຂ່າວສານ 19 ສະຫາຍ ຍິງ 1 ສະຫາຍ; ພາຍຫຼັງທີ່ໄດ້ຮັບການມອບໝາຍ, ບັນດາກົມກອງວິຊາສະເພາະທີ່ຂຶ້ນກັບ ກະຊວງ ປກສ ໄດ້ຈັດຕັ້ງຜັນຂະຫຍາຍແຜນການຝຶກຫັດຂອງນັກສຶກສາຖືກຕ້ອງຕາມແຜນການ, ຕາມລະບຽບຫຼັກການ; ເຊິ່ງໃນນີ້ກົມກອງທີ່ກ່ຽວຂ້ອງມີຄວາມເອົາໃຈໃສ່ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ນັກສຶກສາລົງຝຶກຫັດ ແລະ ຊັບຊ້ອນໃຫ້ເຂົາເຈົ້າໄດ້ເຮັດວຽກຖືກຕ້ອງຕາມຂະແໜງການວິຊາສະເພາະທີ່ຮຽນມາ; ຜ່ານການຝຶກຫັດ ໂດຍອີງຕາມການລາຍງານຂອງກົມກອງວິຊາສະເພາະທີ່ນັກສຶກສາໄດ້ລົງຝຶກຫັດ ເຫັນວ່ານັກສຶກສາທຸກສະຫາຍໄດ້ພ້ອມກັນເຮັດສໍາເລັດໜ້າທີ່ ແລະ ປະຕິບັດຕາມຕົວຊີ້ວັດກ່ຽວກັບຂະແໜງການລົງເລິກວິຊາສະເພາະຂອງຕົນ; ໃນນີ້ໄດ້ຄົ້ນຄວ້າສໍານວນ-ສໍາເນົາຄະດີທີ່ໄດ້ພ້ອມກັນຄົ້ນຄວ້າ 8 ສໍານວນ-ສໍາເນົາ ແລະ ໄດ້ຂຽນບົດລາຍງານ 15 ບົດ, ນັກສຶກສາໄດ້ເຂົ້າຮ່ວມການຈັດຕັ້ງລາຍງານ 2 ຄະນະທີ່ພົວພັນເຖິງຄວາມສະຫງົບຂອງຊາດ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ ໃນວັນທີ 20 ມີນາ 2018 ຍັງໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບນັກສຶກສາລາວ ຮຸ່ນທີ 27 ແລະ 28 ກັບຄືນວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ໂດຍການລົງນາມລະຫວ່າງ ພັທ ຄໍາສີ ໄຊຍະໂຊກ ຫົວໜ້າຫ້ອງຄຸ້ມຄອງຫຼັກສູດການສຶກສາ ວປສ ແຫ່ງຊາດ ແລະ ພັອ ປອ ເຈິນ ຫງ໋ອກຖິ໋ງ ຫົວໜ້າຫ້ອງກໍ່ສ້າງນັກສຶກສາວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ເພື່ອປະຕິບັດຕາມແຜນການເຄື່ອນໄຫວຫຼັກສູດການຮຽນ-ການສອນທ້າຍຊຸດຮຽນ; ພ້ອມນີ້ທ່ານຮອງອໍານວຍການວິທະຍາຄານປ້ອງກັນຄວາມສະຫງົບ ປະຊາຊົນ ສສ ຫວຽດນາມ ຍັງໄດ້ມອບເງິນຈໍານວນ 50 ລ້ານກີບ ເພື່ອສ້າງຮູບຫຼ່ໍປະທານ ໄກສອນ ພົມວິຫານ ໃຫ້ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ.