ກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018, ໃນວັນທີ 21 ມີນາ 2018 ໂດຍການເຂົ້າຮ່ວມຂອງ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງກອງບັນຊາການ, ຄະນະນໍາຂັ້ນພະແນກ, ໜ່ວຍງານ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ຄໍາເຜີຍ ບານຸວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ, ຄະນະນໍາກອງບັນຊາການ ປກສ ເມືອງໄດ້ສຸມໃສ່ຊີ້ນໍາ-ນໍາພາເລົ່າຮົບວິຊາສະເພາະຈັດຕັ້ງປະຕິບັດວຽກງານວຽກງານສະເພາະ ເພື່ອສຸມໃສ່ປົກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທົ່ວເມືອງນາຊາຍທອງ ຢ່າງເຂັ້ມງວດ. ໃນນັ້ນ, ບັນຫາຕົ້ນຕໍແມ່ນໄດ້ສຸ່ມໃສ່ແກ້ໄຂບັນຫາປະ ກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງ ເທື່ອລະກ່າວ, ສະແດງອອກໃນ 1 ປີຜ່ານມາ, ສາມາດແກ້ໄຂຄະດີ ໄດ້ 233 ເລື່ອງ, ຈາກຄະດີທີ່ເກີດຂຶ້ນທັງໝົດ ຈໍານວນ 245 ເລື່ອງ, ກັກຕົວຜູ້ກະທໍາຜິດ ໄດ້ 341 ຄົນ ຍິງ 29 ຄົນ, ໃນນັ້ນ, ໄດ້ນໍາສົ່ງໄອຍະການ 84 ເລື່ອງ, ມີຜູ້ຕ້ອງຫາ 102 ຄົນ ຍິງ 21 ຄົນ, ສົ່ງສູນສົມສະຫງ່າ 130 ຄົນ ຍິງ 6 ຄົນ ໃນນີ້, ພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບ ມີ 50 ເລື່ອງ, ກັກຕົວໄດ້ 63 ຄົນ ຍິງ 1 ຄົນ, ຄະດີສໍ້ໂກ້ງຊັບມີ 19 ເລື່ອງ; ກັກຕົວໄດ້ 27 ຄົນ ຍິງ 6 ຄົນ, ຄະດີທໍາຮ້າຍຮ່າງກາຍ ມີ 19 ເລື່ອງ; ກັກຕົວໄດ້ 27 ຄົນ, ຈາກການກະທໍາຜິດຕ່າງໆໄດ້ສ້າງຜົນເສຍຫາຍເປັນເງິນກີບ 968.000.000 ກີບ, ເງິນບາດ 1.230.680 ບາດ, ເງິນໂດລາ 4 500 ໂດລາ, ຄໍາຮູບປະພັນ 17 ບາດ 2 ສະຫຼຶງ, ແຫວນເພັດ 1 ວົງ, ລົດຈັກ 95 ຄັນ, ຄອມພິວເຕີ 3 ຊຸດ, ໂນດບຸກ 5 ໜ່ວຍ, ໂທລະສັບ 16 ໜ່ວຍ ໃນນີ້, ສາມາດເກັບກູ້ ແລະ ຢຶດຂອງກາງຄືນໄດ້ເງິນກີບ 715.000.000 ກີບ, ເງິນບາດ 900.000 ບາດ, ເງິນໂດລາ 4.500 ໂດລາ, ແຫວນເພັດ 1 ວົງ ແລະ ລົດຈັກ 63 ຄັນ.


ສ່ວນທິດທາງໃນຕໍ່ໜ້າ, ຄະນະກອງບັນຊາການ ປກສ ເມືອງນາຊາຍທອງ ຈະສືບຕໍ່ເຮັດວຽກງານວິຊາສະເພາະ ໂດຍສະເພາະແມ່ນການແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆທີ່ເກີດຂຶ້ນຢູ່ພາຍໃນສັງຄົມ ເວົ້າສະເພາະແມ່ນຂອບເຂດເມືອງນາຊາຍທອງ ໃຫ້ຫຼຸດລົງເທື່ອລະກ້າວ ເພື່ອຮັບປະກັນໃຫ້ສັງຄົມມີສະຖຽນລະພາບທາງດ້ານການເມືອງ, ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໂດຍພື້ນຖານ, ສືບຕໍ່ສະກັດກັ້ນ ແລະ ຕ້ານອາຊະຍາກໍາ, ປາບປາມການຜະລິດ, ການຄ້າຢ່າງຈິງຈັງ.