ວັນທີ 19 ມີນາ 2018 ອົງການກວດສອບແຫ່ງລັດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃຫ້ 8 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກອົງການກວດສອບແຫ່ງລັດ ແລະ ມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຊຸດທີ IV ຈໍານວນ 11 ສະຫາຍ ຍິງ 6 ສະຫາຍ ມອບໂດຍ ທ່ານ ປອ ນາງ ວຽງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ.

ທ່ານ ແສງເພັດ ສີຫາວົງ ຮອງຫົວໜ້າກົມຈັດຕັ້ງພະນັກງານຂຶ້ນຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 20/ຄຈສພ, ວັນທີ 20 ກຸມພາ 2018 ວ່າດ້ວຍການມອບບັດສະມາຊິກພັກ ຊຸດທີ IV ແລະ ໜັງສືນຳສົ່ງຂອງກົມກໍ່ສ້າງພັກ, ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 73/ກສພ, ລົງວັນທີ 20 ທັນວາ 2017 ກ່ຽວກັບການມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ຂອງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ຕົກລົງມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃຫ້ 8 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກອົງການກວດສອບແຫ່ງລັດ ຄື: ໜ່ວຍພັກຫ້ອງການ, ໜ່ວຍພັກຈັດຕັ້ງ-ພະນັກງານ, ໜ່ວຍພັກກວດສອບອົງການຈັດຕັ້ງລັດ, ໜ່ວຍພັກກວດສອບວິສາຫະກິດ, ໜ່ວຍພັກກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ, ໜ່ວຍພັກນິຕິກຳ, ໜ່ວຍພັກຮ່ວມມືສາກົນ ແລະ ໜ່ວຍພັກສະຖາບັນຝຶກອົບຮົມ; ພ້ອມດຽວກັນນັ້ນໄດ້ປະກາດແຜນສ້າງໜ່ວຍພັກກວດສອບທະນາຄານ ແລະ ໜ່ວຍພັກກວດກາເປັນໜ່ວຍພັກປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ.

ການມອບ-ຮັບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ບັດສະມາຊິກພັກໃນຄັ້ງນີ້ ແມ່ນເອກະສານທີ່ຢັ້ງຢືນຖານະນາມຂອງໜ່ວຍພັກ ແລະ ສະມາຊິກພັກຜູ້ທີ່ດີເດັ່ນ, ໄດ້ສຳເລັດ, ເຮັດຫຼ້ອນໜ້າທີ່ການເມືອງ, ມີຄຸນງາມຄວາມດີ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມບໍລິສຸດສັດຊື່ຕໍ່ຊາດ, ຕໍ່ປະຊົນ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກຢ່າງແທ້ຈິງ ແລະ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຂອງພັກຢ່າງສະເໝີຕົ້ນສະເໝີປາຍ.

ຫຼັງຈາກນັ້ນ, ທ່ານ ປອ ນາງ ວຽງທອງ ສີພັນດອນ ໄດ້ມອບຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ທີ່ໄດ້ປະກອບສ່ວນເຂົ້າໃນກອງປະຊຸມສຸດຍອດອາຊຽນຊາຍ ຄັ້ງທີ 4 ທີ່ອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນລະຫວ່າງ ວັນທີ 4-7 ພະຈິກ 2017 ໄດ້ຮັບຜົນສໍາເລັດຢ່າງຈົບງາມ ໃນນີ້ໄດ້ມອບຫຼຽນກາແຮງງານ ຈຳນວນ 28 ທ່ານ ແລະ 8 ກົມກອງ, ມອບໃບຍ້ອງຍໍລັດຖະບານ ຈຳນວນ 78 ທ່ານ ແລະ 7 ກົມກອງ.