ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ວາງທິດທາງຊຸກຍູ້ການປະຕິບັດຂໍ້ແຂ່ງຂັນ 4 ບຸກ

0
766

ປີນີ້, ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ (ຄຊ.ກມປສ) ວາງທິດທາງຈະສືບຕໍ່ຊຸກຍູ້ໃຫ້ ຄະນະໜ່ວຍຮາກຖານຊາວໜຸ່ມກົມກອງອ້ອມຂ້າງ ເປັນເຈົ້າການປຸກລະດົມສະມາຊິກຊາວໜຸ່ມຂົງເຂດຄວາມຮັບຜິດຊອບຂອງຕົນ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມວາງອອກ ຕິດພັນກັບ 18 ຂໍ້ແຂ່ງຂັນທີ່ຊາວໜຸ່ມ ກະຊວງ ປກສ ວາງອອກ ໂດຍໄດ້ມີການຈັບມືກັນເພື່ອຮັບຮອງເອົາໄປປະຕິບັດໃຫ້ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຕາມຄາດໝາຍ.

ທິດທາງດັ່ງກ່າວໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານ 4 ບຸກ ຊາວໜຸ່ມກົມໃຫຍ່ການເມືອງ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ຄັ້ງວັນທີ 3 ມີນາ 2022 ໂດຍມີ ພົຈວ ຄຳສາຍ ຈັນທະວົງ ຄະນະພັກກະຊວງ ປກສ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂອງກົມໃຫຍ່, ພັທ ສັນຕິ ບຸນມາໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄະນະໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ອ້ອມຂ້າງ ກົມໃຫຍ່ການເມືອງ ເຂົ້າຮ່ວມ.

ພັຕ ສຸກສັນ ພັນທະວົງ ຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ໃຫ້ຮູ້ວ່າ:

ຂໍ້ແຂ່ງຂັນ 4 ບຸກ ທີ່ຈະປະຕິບັດມີ ຄື:

+ ບຸກດ້ານແນວຄິດ:

ແມ່ນໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຊຸກຍູ້ສະມາຊິກຊາວໜຸ່ມເຂົ້າຮ່ວມຮໍ່າຮຽນເອກະສານສຳຄັນຕ່າງໆ ທີ່ຂັ້ນເທິງຈັດຕັ້ງຂຶ້ນໃຫ້ກວ້າງຂວາງ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ຍົກສູງສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນຂອງກຳລັງ ປກສ ໃຫ້ເຂັ້ມງວດ, ຫຼີກເວັ້ນບໍ່ໃຫ້ສະມາຊິກຊາວໜຸ່ມເຮັດຜິດຕໍ່ຮີດຄອງປະເພນີອັນດີງາມຂອງຊາດ

+ ບຸກດ້ານການຝຶກຝົນຫຼ່ໍຫຼອມຮໍ່າຮຽນ:

ຈະສືບຕໍ່ຊຸກຍູ້-ສົ່ງເສີມໃຫ້ສະມາຊິກຂອງຕົນ ໄປຍົກລະດັບວິຊາສະເພາະດ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ ເພື່ອຍົກລະດັບຄວາມ ຮູ້-ຄວາມສາມາດ ທັງເປັນການຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມຊໍານານໃນວຽກງານວິຊາສະເພາະຕົວຈິງ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ.

+ ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ:

ສືບຕໍ່ເອົາໃຈໃສ່ວຽກງານປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ເພື່ອໃຫ້ແທດເໝາະສອດຄ່ອງ ແລະ ຮັບປະກັນໃນການເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ ໃນແຕ່ລະໄລຍະ ໂດຍອີງໃສ່ຄວາມຮູ້-ຄວາມສາມາດ ແລະ ວິຊາສະເພາະຕົວຈິງຂອງແຕ່ລະສະຫາຍ.

+ ບຸກດ້ານວິຊາສະເພາະ ແລະ ຂະບວນການຕ່າງໆ:

ສືບຕໍ່ປຸກລະດົມສະມາຊິກຊາວໜຸ່ມຢູ່ແຕ່ລະຂົງເຂດວຽກງານ ໃຫ້ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ມີຄວາມຮັບຜິດຊອບສູງ, ຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນໃຫ້ສູງຂຶ້ນ ເພື່ອເຮັດໃຫ້ຕົນເອງກາຍເປັນສະມາຊິກຊາວໜຸ່ມທີ່ດີ, ເປັນແບບຢ່າງໃຫ້ມະຫາຊົນ ແລະ ເປັນຜູ້ສືບທອດທີ່ດີໃນຕໍ່ໜ້າ.

ໄລຍະປີ 2021, ຄຊ.ກມປສ ໄດ້ຊຸກຍູ້ໃຫ້ບັນດາໜ່ວຍຮາກຖານຊາວໜຸ່ມ ກໍຄື ສະມາຊິກຊາວໜຸ່ມກົມກອງອ້ອມຂ້າງ ກົມໃຫຍ່ການເມືອງ ປກສ ປະຕິບັດຂໍ້ແຂ່ງຂັນ 4 ບຸກ ໂດຍສະເພາະແມ່ນ ບຸກດ້ານການເມືອງ-ແນວຄິດ ທີ່ໄດ້ຖືສຳຄັນຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວ ສະມາຊິກຊາວໜຸ່ມ-ເຍົາວະຊົນ ທົ່ວກົມໃຫຍ່ການເມືອງ ປກສ ເປັນກົກຖືເອົາການຈັດຕັ້ງປະຕິບັດລະບອບຮ່ວມຊີວິດ, ລະບຽບການສ່ອງແສງລາຍງານປະຈຳເດືອນ, ການຈັດຕັ້ງຮໍ່າຮຽນ-ຄົ້ນຄວ້າເຊື່ອມຊຶມມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບວິໄນຂອງກຳລັງ ປກສ ແລະ ຖືເອົາຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ມາເປັນພື້ນຖານໃນການເຄື່ອນໄຫວວຽກງານວິຊາສະເພາະ ສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມໄດ້ຮັບການຝຶກຝົນຫຼ່ໍຫຼອມທາງດ້ານຄຸນສົມບັດສິນທຳປະຕິວັດ, ຍົກສູງນ້ຳໃຈຮັກຊາດ ແລະ ຮັກລະບອບໃໝ່.

ໂອກາດນີ້, ກໍໄດ້ມີການມອບໃບຢັ້ງຢືນໃຫ້ ໜ່ວຍຮາກຖານຊາວໜຸ່ມ 16 ກົມກອງ ອ້ອມຂ້າງ ກົມໃຫຍ່ການເມືອງ ທີ່ໄດ້ຖືກຮັບຮອງເປັນໜ່ວຍຊາວໜຸ່ມ ນຳໜ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ; ມອບໂດຍ ພັທ ປອ ວຽງໄຊ ທຳມະສິດ ຄະນະປະຈຳຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ.