ໃນວັນທີ 1 ມີນາ 2022, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມຜົນການເຄື່ອນໄຫວວຽກງານ ປະຈຳປີ 2021 ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ມີ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ ພ້ອມດ້ວຍແຂກຮັບເຊີນ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.

ທ່ານ ສຸພົນ ຈັນທະວີໄຊ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນທີ່ ລາວໂທລະຄົມ ສາມາດຍາດແຍ່ງມາໄດ້ ໃນໜຶ່ງປີຜ່ານມາ ເປັນຕົ້ນແມ່ນ:

ໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ ມີມູນຄ່າທັງໝົດ 36 ລ້ານໂດລາສະຫະລັດ; ປັດຈຸບັນມີ​​ສະຖານີ​ມື​ຖືທັງ​ໝົດ 9.878 ສະຖານີ ເຊິ່ງໃນ​ນີ້ GSM 2G ຈໍານວນ 1.966 ສະຖານີ, 3G ຈໍານວນ 3.214 ສະຖານີ, 4G ຈໍານວນ 3.960 ສະຖານີ, 4.5G ຈໍານວນ 725 ສະຖານີ ແລະ 5G ຈຳນວນ 8 ສະຖານີ (ມີສັນຍານໂທລະສັບມືຖືຄວບຄຸມໄດ້ທົ່ວປະເທດ ກວມເອົາປະຊາກອນ 72%, ໃນນັ້ນ 4G ກວມ 71%), IP Core/IPRAN 3.685 ສະຖານີ ແລະ FTTH ຈໍານວນ 91.835 Ports ກວມ 31% ຂອງຫຼັງຄາເຮືອນໃນທົ່ວປະເທດ.

ທັງໝົດເຫຼົ່ານັ້ນ, ມັນໄດ້ກາຍເປັນປັດໄຈຫຼັກທີ່ພັກດັນໃຫ້ ລາວໂທລະຄົມ ສາມາດຂະຫຍາຍຖານລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ຢ່າງໝັ້ນຄົງ, ມາຮອດປັດຈຸບັນ ມີ​ລູກ​ຄ້າ​ໃຊ້​ບໍລິການຕົວຈິງຈໍານວນ 2.865.927 ເລກໝາຍ.

ໃນປີ 2021 ຜ່ານມາ, ສາມາດສ້າງລາຍຮັບໄດ້ທັງໝົດ 1.555,53 ຕື້ກີບ (ລວມອາກອນ), ກໍາໄລສຸດທິທັງໝົດ 155,71 ຕື້ກີບ ບໍ່ລວມການຂາດທຶນຈາກອັດຕາແລກປ່ຽນ, ສາມາດປະຕິບັດພັນທະໃຫ້ລັດຖະບານໄດ້ທັງໝົດ ຈຳນວນ 251 ຕື້ກີບ ເຊິ່ງກວມເອົາອັດຕາສ່ວນ 16,1% ຂອງລາຍຮັບທີ່ ລາວໂທລະຄົມ ປະຕິບັດໄດ້ ໃນປີ 2021.

ນອກຈາກນັ້ນ, ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆ ເພື່ອຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເລື້ອຍໆ ໄປຄຽງຄູ່ກັບ ການດໍາເນີນທຸລະກິດ ຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖຳຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ເປັນມູນຄ່າ 5,6 ຕື້ກວ່າກີບ, ໃນນັ້ນອັນພົ້ນເດັ່ນ ແມ່ນໄດ້ຊຸກຍູ້ລັດຖະບານໃນການຄວບຄຸມ ແລະ ຕ້ານພະຍາດ COVID-19 ມູນຄ່າ 4,3 ຕື້ກວ່າກີບ, ຍັງໄດ້ສະໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຖະບານຈຳນວນໜຶ່ງ ໃນມູນຄ່າຫຼາຍກວ່າຕື້ກີບ.

ໃນຕໍ່ໜ້າ, ລາວໂທລະຄົມ ຈະສູ້ຊົນຮັກສາຖານລູກຄ້າເກົ່າ ແລະ ສ້າງຖານລູກຄ້າໃຫ້ໄດ້ 3 ລ້ານກວ່າເລກໝາຍ ແລະ ສ້າງລາຍຮັບຂອງກຸ່ມລາວໂທລະຄົມ ໃຫ້ໄດ້ທັງໝົດ 1.735,15 ຕື້ກີບ ທຽບໃສ່ປີ 2021 ເພີ່ມຂຶ້ນ 17,8%, ຄາດຄະເນກໍາໄລສຸດທິຂອງກຸ່ມລາວໂທລະຄົມ ໃຫ້ໄດ້ 163,45 ຕື້ກີບ ແລະ ຄາດຄະເນວ່າ ຈະສາມາດປະຕິບັດພັນທະໃຫ້ລັດຖະບານ ຈຳນວນ 249,9 ຕື້ກີບ.

ນອກນີ້, ຍັງຈະໄດ້ລົງທຶນທັງໝົດ 27,97 ລ້ານໂດລາສະຫະລັດ ເພື່ອສືບຕໍ່ປັບປຸງ ແລະ ຂະຫຍາຍເຄືອຂ່າຍການໃຫ້ບໍລິການດ້ານໂທລະຄົມ ໂດຍສະເພາະແມ່ນ Mobile Broadband and Fixed Broadband ເພື່ອຮັບປະກັນໃຫ້ແກ່ການບໍລິການລູກຄ້າທາງດ້ານປະລິມານ ແລະ ຄຸນນະພາບ, ຂໍ້ມູນມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ​ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ບໍລິການ​ສັງຄົມ. ທັງໝົດເຫຼົ່ານີ້, ກໍເພື່ອໃຫ້ບັນລຸຕາມແຜນຍຸດທະສາດ ແລະ ວິໄສທັດກ້າວໄປສູ່ຍຸກ Lao Digital Life.