ກົມໃຫຍ່ພະລາທິການ ປກສ ຈັດພິທີປະກາດການເລື່ອນຊັ້ນ ແລະ ມອບບັດສະມາຊິກພັກສົມບູນໃຫ້ນາຍຕຳຫຼວດ ໃນວັນທີ 25 ກຸມພາ 2022, ເຂົ້າຮ່ວມໂດຍ ພົຈວ ຄຳແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຄະນະຫ້ອງ, ກົມ, ກອງ, ໂຮງໝໍ 5 ເມສາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຕະຫຼອດຮອດ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ແລະ ໄດ້ຮັບບັດສະມາຊິກພັກ ເຂົ້າຮ່ວມ.

ພັທ ພຸດທອນ ສົມມະນີວັນ ຮອງຫົວໜ້າຫ້ອງການເມືອງ ໄດ້ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການ ເລື່ອນຊັ້ນ ໃຫ້ນາຍຕຳຫຼວດກົມ ໃຫຍ່ພະລາທິການ ປກສ,ໃນນັ້ນ ໄດ້ເລື່ອນຊັ້ນ ວາທີ ຂຶ້ນເປັນຊັ້ນ ຮ້ອຍຕີ ຈຳນວນ 2 ສະຫາຍ ເລື໋ອນຊັ້ນ ຮ້ອຍຕີ ຂຶ້ນເປັນ ຮ້ອຍ ໂທ ຈຳນວນ 1 ສະຫາຍ ແລະ ຜ່ານມະຕິຕົກລົງ ຂອງເລຂາຄະນະ ພັກກົມໃຫຍ່ພະ ລາທິການ ປກສ ວ່າດ້ວຍການຮັບຮອງອອກບັດໃຫ້ສະມາຊິກພັກ ສົມບູນ ຈຳນວນ 54 ຍິງ 21 ສະຫາຍ. ເຊິ່ງໃຫ້ ກຽດຂຶ້ນປະດັບຊັ້ນ ແລະ ມອບ  ບັດສະມາຊິກພັກສົມບູນໃຫ້ນາຍຕໍາຫຼວດໃນຄັ້ງນີ້ໂດຍ ພົຈວ ຄໍາ ແພງ ລາວລີ ຮອງຫົວໜ້າ ກົມໃຫຍ່ ພະລາທິການ.

ໃນໂອກາດດັ່ງກ່າວ ພົຈວ ຄໍາ ແພງ ລາວລີ ໄດ້ສະແດງຄວາມ    ຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະ ບັນດາສະ ຫາຍທີ່ໄດ້ຮັບບັດສະມາຊິກພັກ ສົມບູນໃໝ່ ພ້ອມທັງເນັ້ນໜັກໃຫ້ຈົ່ງເພີ່ມທະວີຕໍ່ໜ້າທີ່ວຽກງານວິ ຊາສະເພາະທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກ ພັກດີຕໍ່ພັກ-ລັດ, ຕໍ່ກຳລັງປ້ອງກັນ ຄວາມສະຫງົບ, ສຶບຕໍ່ເຮັດໜ້າທີ່ ວຽກງານວິຊາສະເພາະໃຫ້ມີຜົນ ສຳເລັດ ແລະ ສືບຕໍ່ພັດທະນາຕົນ ເອງໃນທຸກດ້ານເພື່ອສ້າງໃຫ້ໄດ້  ພະນັກງານສືບທອດປ່ຽນແທນ ທີ່ດີ ແລະ ມີຄຸນະພາບໃນຕໍ່ໜ້າ.