ໃນທີ 24 ກຸມພາ 2022, ໂຄງການລະບົບຈັດການສິ່ງເສດເຫຼືອແບບບໍ່ລວມສູນ ນຳໂດຍທ່ານ ນາງ ໂຊມິ ຄິມ (Ms. Shomi Kim) ຊ່ຽວຊານໂຄງການການຈັດການຂີ້ເຫຍື້ອ, ອົງການ GGGI ປະຈຳ ສປປ ລາວ ໄດ້ນຳເອົາລົດເກັບຂີ້ເຫຍື້ອໄຟຟ້າຂະໜາດນ້ອຍ ຈຳນວນ 4 ຄັນ ແລະ ຖັງຂີ້ເຫຍື້ອຂະໜາດ 120 ລິດ ຈຳນວນ 1.535 ຖັງ ມອບໃຫ້ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືສາກົນ ສ ເກົາຫຼີ (KOICA) ຜ່ານການຈັດຕັ້ງປະຕິບັດໂຄງການຂອງ ສະຖາບັນເຕີບໂຕສີຂຽວສາກົນ (GGGI).

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງການ ຄບຕ ກ່າວວ່າ:

ໂຄງການດັ່ງກ່າວ ຈະໄດ້ຈັດຕັ້ງປະຕິບັດໃນເຂດບ້ານໂຄງການບົດທົດລອງ ເຊິ່ງລວມມີ ບ້ານໜອງບົວທອງເໜືອ, ດົງນາໂຊກໃຕ້ ແລະ ປາກທ້າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະ ສໍາລັບຖັງຂີ້ເຫຍື່ອຈຳນວນນີ້ ແມ່ນຈະໄດ້ແຈກຢາຍໃຫ້ກັບແຕ່ລະຄົວເຮືອນ ໃນເຂດບ້ານໂຄງການໃນໄວໆນີ້ ເພື່ອຄັດແຍກຂີ້ເຫຍື້ອ ແລະ ຂີ້ເຫຍື້ອປະເພດຍ່ອຍສະຫຼາຍໄດ້ ຈະຖືກນໍາໄປຈັດການທີ່ໂຮງງານເຮັດຝຸ່ນບົ່ມ ທີ່ຕັ້ງຢູ່ບ້ານນາໄຫ ເມືອງໄຊເສດຖາ ໃນການປັບປຸງການຄຸ້ມຄອງສິ່ງເສດເຫຼືອໃນນະຄອນຫຼວງວຽງຈັນ.

ເຊິ່ງຈຸດປະສົງຂອງໂຄງການແມ່ນ ເພື່ອປັບປຸງເພີ່ມການບໍລິການເກັບມ້ຽນຂີ້ເຫຍື້ອ ໃນເຂດທີ່ລົດເກັບຂີ້ເຫຍື້ອຂະໜາດໃຫຍ່ເຂົ້າບໍ່ເຖິງ ແລະ ເພື່ອເລີ່ມການຄັດແຍກຂີ້ເຫຍື້ອຢູ່ແຫຼ່ງກຳເນີດ ຫຼື ຄົວເຮືອນ, ເຊິ່ງແມ່ນການນຳໃຊ້ລົດໄຟຟ້າຂະໜາດນ້ອຍຄັ້ງທໍາອິດ ຢູ່ໃນ ສປປ ລາວ ພ້ອມທັງເປັນການສະໜັບສະໜູນທາງລັດຖະບານລາວ ໃນການຄຸ້ມຄອງຂີ້ເຫຍື້ອ ແລະ ເຊື່ອໝັ້ນວ່າ ໂຄງການນີ້ຈະເປັນໜຶ່ງໃນໂຄງການທີ່ຈະກ້າວໄປສູ່ການເຕີບໂຕສີຂຽວ.