ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 40 ໄດ້ໄຂຂຶ້ນໃນວັນທີ 1-5 ມີນາ 2022 ທີ່ຣາຊະອານະຈັກ ກໍາປູເຈຍ ພາຍໃຕ້ການເປັນປະທານຂອງ ພົອ ເນດຊາເວືອນ ຫົວໜ້າຕໍາຫຼວດແຫ່ງຊາດ ຣາຊະອານະຈັກ ກໍາປູເຈຍ, ເຂົ້າຮ່ວມມີ ທ່ານ ສົມເດັດ ໂຄຼລາຫົມ ຊາເຄັງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງ ຣາຊະອານະຈັກ ກໍາປູເຈຍ, ເຊິ່ງຄະນະຜູ້ແທນຝ່າຍລາວນໍາໂດຍ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະລວມ 17 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 40 ເພື່ອເປັນການເພີ່ມທະວີການຮ່ວມມືວຽກງານວິຊາສະເພາະຕໍາຫຼວດ ແລະ ທັງເປັນການຊຸກຍູ້ຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນວຽກງານຕໍາຫຼວດລະດັບພາກພື້ນໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມມິດຕະພາບ, ການຮ່ວມມືລະຫວ່າງກໍາລັງຕໍາຫຼວດຂອງ ບັນດາປະເທດສະມາຊິກຕໍາຫຼວດອາຊຽນ, ປະເທດຄູ່ເຈລະຈາ ແລະ ປະເທດຜູ້ສັງເກດການ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ການກໍ່ການຮ້າຍ, ການຄ້າຂາຍອາວຸດ, ການຄ້າມະນຸດ, ການຄ້າຂາຍສັດປ່າ, ການສໍ້ໂກງທາງທະເລ, ຄະດີເສດຖະກິດ, ການກະທໍາຜິດທາງທະນາຄານ ແລະ ການປອມແປງບັດເຄຼດິດ, ອາຊະຍາກໍາທາງຄອມພິວເຕີ, ການປອມແປງເອກະສານເດີນທາງ, ການສໍ້ໂກງຂ້າມຊາດ, ຖານຂໍ້ມູນຕໍາຫຼວດອາຊຽນ, ການຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານອາຊະຍາກໍາ, ການແລກປ່ຽນທາງດ້ານວິຊາການ, ການຝຶກອົບຮົມວຽກງານຕໍາຫຼວດອາຊຽນ ແລະ ເຄືອຄ່າຍປະສານງານວຽກງານນິຕິວິທະຍາ.

ກອງປະຊຸມຄັ້ງນີ້ ມີຫົວໜ້າຕໍາຫຼວດຂອງບັນດາປະເທດ ເຂົ້າຮ່ວມ ຄື: ປະເທດບຼູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ລາວ, ຟິລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ນອກນັ້ນ, ຍັງມີປະເທດຄູ່ເຈລະຈາ 11 ປະເທດ ຄື: ປະເທດຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອົດສະຕາລີ, ນິວຊີແລນ, ສະຫະພັນລັດເຊຍ, ຕວັກກີ, ອົງການຕໍາຫຼວດສາກົນ, ຕໍາຫຼວດອັງກິດ, ຕໍາຫຼວດເອີລົບ ແລະ ກອງເລຂາອາຊຽນ ແລະ ປະເທດຜູ້ສັງເກດການ ຈໍານວນ 8 ປະເທດ ຄື: ຕໍາຫຼວດຟິຈິ, ຕໍາຫຼວດແຫ່ງຊາດ ຕີມໍເລສເຕ, ຫ້ອງການສືບສວນ-ສອບສວນຂອງ ສະຫະລັດ ອາເມລິກາ, ສະມາຄົມຫົວໜ້າຕໍາຫຼວດລະຫວ່າງຊາດ, ຕໍາຫຼວດແຫ່ງຊາດຝຣັ່ງ, ຕໍາຫຼວດການາດາ, ຕໍາຫຼວດບັນດາປະເທດເກາະດອນ ແລະ ອົງການກາແດງສາກົນ.

ທັງນີ້, ໃນກອງປະຊຸມ ຍັງໄດ້ມີປະຊາມັດຕິເຫັນດີໃຫ້ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ໃນປີ 2023.