ກົມໃຫຍ່ການເມືອງ ປກສ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈໍານວນ 54 ສະຫາຍ ໃນວັນທີ 10 ມີນາ 2022, ເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະຫ້ອງ, ກົມ, ໂຮງຮຽນ ອ້ອມຂ້າງ ກົມໃຫຍ່ການເມືອງ ແລະ ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ນາງ ນວນ ເທບພະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມໃຫຍ່ການເມືອງ ປກສ ສະບັບເລກທີ 344, 345 ແລະ 346/ປກສ, ລົງວັນທີ 23 ກຸມພາ 2022, ລັດຖະມົນຕີ ກະຊວງ ປກສ ຕົກລົງເລື່ອນຊັ້ນ ດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 2 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 25 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 27 ສະຫາຍ

ໃນພິທີ, ພົຈວ ຄໍາສາຍ ຈັນທະວົງ ກໍໄດ້ສະຄວາມຍ້ອງຍໍຊົມເຊີຍຕໍ່ນາຍຕໍາຫຼວດທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງເນັ້ນໃຫ້ນາຍຕໍາຫຼວດທຸກສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເອົາໃຈໃສ່ສືບຕໍ່ຮັກສາມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຕົນເອງມີໄວ້ເປັນຢ່າງດີ, ສຸມທຸກກຳລັງເຮື່ອແຮງ ແລະ ສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດຫຼ້ອນໜ້າທີ່ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.