ກົມຕໍາຫຼວດສິ່ງແວດລ້ອມ ກົມໃຫ່ຍຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີມອບ-ຮັບຄວາມຮັບຜິດຊອບວຽກງານ ການດໍາເນີນຄະດີອາຊະຍາກໍາສັດນໍ້າ-ສັດປ່າ ແລະ ປ່າໄມ້ ໃຫ້ ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ ໃນວັນທີ 11 ມີນາ 2022 ທີ່ໂຮງແຮມລາວພຣາຊາ, ເປັນປະທານໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຮອງຫົວໜ້າກົມໃຫຍ່, ຫ້ອງວ່າການ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ທັງສອງກະຊວງ ເຂົ້າຮ່ວມ.

ນັບແຕ່ປີ 2012-2021, ກົມຕໍາຫຼວດສິ່ງເວດລ້ອມ ສາມາດແກ້ໄຂຄະດີສັດນໍ້າ-ສັດປ່າ ໄດ້ 14 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 13 ຄົນ, ຕ່າງປະເທດ 5 ຄົນ, ສານຕັດສິນແລ້ວ 2 ເລື່ອງ; ດັ່ງນັ້ນ, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ຖືກຕາມລະບຽບກົດໝາຍ, ເຈົ້າໜ້າທີ່ໆກ່ຽວຂ້ອງ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ປຶກສາຫາລືວຽກງານດຳເນີນຄະດີກ່ຽວກັບຊັບພະຍາກອນປ່າໄມ້, ສັດນໍ້າ, ສັດປ່າ ແລະ ການເຜີຍແຜ່ ກົດໝາຍວ່າດ້ວຍປ່າໄມ້ ຄັ້ງວັນທີ 23-24 ທັນວາ 2019.

ຜ່ານການປຶກສາຫາລືຄົ້ນຄວ້າ, ກະຊວງ ປກສ ຈຶ່ງມອບໃຫ້ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການສະບັບເລກທີ 312 /ຫກ, ລົງວັນທີ 29 ມັງກອນ 2020 ເພື່ອມອບວຽກດໍາເນີນຄະດີອາຊະຍາກໍາສັດນໍ້າ-ສັດປ່າ ແລະ ປ່າໄມ້ ໃຫ້ ກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ໂດຍມີຄວາມຮັບຜິດຊອບໂດຍກົງ ໃນການດໍາເນີນຄະດີອາຍາກ່ຽວກັບອາຊະຍາກໍາສັດນໍ້າ-ສັດປ່າ ລວມທັງອາຊະຍາກໍາຂ້າມຊາດສັດນໍ້າ-ສັດປ່າ ແລະ ປ່າໄມ້.

ພ້ອມທັງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ຕິດພັນກັບ ສົນທິສັນຍາຂອບການຮ່ວມມື SOMTC, ASEANAPOL ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ ສະເພາະໃນຂົງເຂດສັດນໍ້າ-ສັດປ່າ ແລະ ປ່າໄມ້ ຢູ່ພາຍໃນ, ພາກພື້ນ ແລະ ສາກົນ.

ກົມຕຳຫຼວດສິ່ງແວດລ້ອມ ສືບຕໍ່ຊີ້ນຳສາຍຕັ້ງຂອງຕົນ ໃນການສະກັດກັ້ນ ແລະ ຕ້ານອາຊະຍາກໍາສັດນໍ້າ ສັດປ່າ ແລະ ປ່າໄມ້, ກໍລະນີກວດພົບຜູ້ລະເມີດກົດໝາຍສັດນໍ້າ-ສັດປ່າ ແລະ ປ່າໄມ້ ແມ່ນໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ປ່າໄມ້ຮັບຊາບ, ແລ້ວໃຫ້ເກັບກຳຂໍ້ມູນເບື້ອງຕົ້ນທີ່ເຫັນວ່າ ເປັນການກະທຳຜິດທາງອາຍາ ໃຫ້ຈັບຕົວນຳຕົວຜູ້ຖືກສົງໄສ ຫຼື ຜູ້ຖືກຫາໄປຝາກຂັງໄວ້ຄ້າຍຄຸມຂັງຂອງເຈົ້າໜ້າທີ່ຕຳຫຼວດ.

ຫຼັງຈາກນັ້ນ, ຈຶ່ງມອບເຄື່ອງຂອງກາງ ແລະ ສໍານວນຄະດີສົ່ງໃຫ້ ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ສືບຕໍ່ດໍາເນີນຄະດີ; ກໍລະນີການກະທໍາຜິດ ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ທີ່ເກີດຂຶ້ນຢູ່ພາຍໃນ ຫຼື ຂ້າມຊາດ ທີ່ສະຫຼັບຊັບຊ້ອນ, ພົວພັນຫຼາຍພາກສ່ວນ ເຈົ້າໜ້າທີ່ປ່າໄມ້ ຕ້ອງສົມທົບກັບ ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ແລະ ພາກສ່ວນກ່ຽວຂ້ອງທີ່ນອນຢູ່ໃນເຄືອຂ່າຍບັງຄັບໃຊ້ ກົດໝາຍສັດນໍ້າ-ສັດປ່າ ແລະ ປ່າໄມ້ (LAO WEN) ຮ່ວມກັນດໍາເນີນຄະດີ ໂດຍມີ ເຈົ້າໜ້າທີ່ປ່າໄມ້ ເປັນໃຈກາງ.

ໃນພິທີ ກໍໄດ້ມີການເຊັນບົດບັນທຶກມອບ-ຮັບຄວາມຮັບຜິດຊອບວຽກງານ ການດໍາເນີນຄະດີອາຊະຍາກໍາສັດນໍ້າ-ສັດປ່າ ແລະ ປ່າໄມ້ ເຊິ່ງມອບໂດຍ ພັອ ວັນເຮືອງ ຈັນທະພອນ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ແລະ ຮັບໂດຍ ທ່ານ ສົມພອນ ແກ້ວຫາວົງ ຫົວໜ້າກົມກວດກາປ່າໄມ້.