ໃນໄຕມາດທີ II ອົງຄະນະພັກກົມໃຫຍ່ການເມືອງ ( ກົມ 501 ) ກະຊວງ ປກສ ຈະສຸມໃສ່ປັບປຸງພັກໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ປອດໃສຮອບດ້ານ ໂດຍເລີ່ມຈາກການປັບປຸງກົງຈັກການຈັດຕັ້ງພັກ, ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ປະຕິບັດລະບອບແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ປຸກລະດົມຂົນຂວາຍມະຫາຊົນ ໂດຍຜ່ານຂະບວນການຕ່າງໆຄັດເລືອກເອົາຜູ້ດີເດັ່ນເຂົ້າພັກ.

ພັອ ຄໍາກິ່ງ ຜຸຍຫຼ້າມະນີວົງ ຄະນະປະຈໍາພັກກົມ 501 ໃຫ້ຜ່ານບົດສະຫຼຸບປະຈໍາການເຄື່ອນໄຫວວຽກງານຂອງອົງຄະນະພັກຂອງກົມ 501 ປະຈຳໄຕມາດທີ I ( ເດືອນມັງກອນ-ມີນາ ) ແລະ ທິດທາງແຜນການໄຕມາດທີ II ( ເດືອນເມສາ-ມິຖຸນາ ) 2018 ວ່າ: ໃນຕໍ່ໜ້ານີ້, ຄະນະພັກກົມໃຫຍ່ ຈະສືບຕໍ່ກໍ່ສ້າງ-ປັບປຸງພັກ ໃຫ້ຮັບປະກັນຄຸນນະພາບ ໂດຍປັບປຸງການຈັດຕັ້ງພັກຕິດພັນກັບການປັບປຸງກົງຈັກການຈັດຕັ້ງລັດ, ເສີມຂະຫຍາຍບົດບາດການນໍາພາຂອງພັກ ລົງສູ່ມະຫາຊົນໃຫ້ເລິກເຊິ່ງກວ່າເກົ່າ, ສືບຕໍ່ຄົ້ນຄວ້າປັບປຸງການຈັດຕັ້ງພັກຢູ່ຮາກຖານໃຫ້ສອດຄ່ອງ ພ້ອມທັງຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 6 ສ ແລະ 3 ບໍ່ ຂອງຄະນະພັກກົມໃຫຍ່ວາງອອກ ແລະ ປະຕິບັດລະບອບແບບແຜນວິທີ ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແລະ ແບ່ງໃຫ້ບຸກຄົນຮັບຜິດຊອບຄຽງຄູ່ກັບການປຸກລະດົມຂົນຂວາຍມະຫາຊົນ ໂດຍຜ່ານຂະບວນການຕ່າງໆ ເພື່ອຄັດເລືອກເອົາຜູ້ດີເດັ່ນຫ້າວຫັນໃນຂະບວນການຂອງມະຫາຊົນເຂົ້າພັກ.

ໃນ 3 ເດືອນຕົ້ນປີນີ້ (ໄຕມາດ I ), ຄະນະພັກກົມ 501 ທຸກຂັ້ນ ໄດ້ຖືເອົາວຽກງານການເມືອງ-ແນວ ຄິດວຽກງານສໍາຄັນ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໄດ້ຮັບຜົນສໍາເລັດ ຄື: ໄດ້ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ 16 ຄັ້ງ ມີຜູ້ເຂົ້າຮ່ວມ 2.775 ຄົນ ຍິງ 684 ຄົນ, ສະແດງສິລະປະ-ວັນນະຄະດີຮັບໃຊ້ງານຕ່າງໆ 25 ຄັ້ງ, ຜະລິດ ແລະ ຈໍາໜ່າຍໜັງສືພິມຄວາມສະຫງົບໄດ້ 132.000 ສະບັບ, ວາລະສານ 6.000 ຫົວ, ສ້າງລາຍການວິທະຍຸ ແລະ ໂທລະພາບໄດ້ 5.122 ລາຍການ, ເຂົ້າຮ່ວມທີມແຂ່ງຂັນກິລາຊີເກມ ຄັ້ງທີ 34 ທີ່ປະເທດສິງກະໂປ ຈໍານວນ 12 ສະຫາຍ, ສົ່ງທີມກິລາບານເຕະລຸ້ນບໍ່ເກີນອາຍຸ 14 ປີ ແຂ່ງຂັນຊີງປະທານສະຫະພັນບານເຕະແຫ່ງຊາດລາວໄດ້ອັນດັບທີ 3 ແລະ ບານເຕະຊຸດໃຫຍ່ເຂົ້າແຂ່ງຂັນລະດັບສະໂມສອນໃນລະດູການ 2017 ໄດ້ອັນດັບ 4 ແລະ ວຽກງານອື່ນໆສໍາເລັດຜົນຕາມຄາດໝາຍ.

ກອງປະຊຸມເປີດກວ້າງອົງຄະນະພັກກົມ 501 ປະຈຳໄຕມາດທີ I ແລະ ວາງແຜນໄຕມາດທີ II ປີ 2018 ໄດ້ຈັດຂຶ້ນໃນວັນທີ 22 ມີນາ 2018, ເປັນປະທານໂດຍ ພົຈວ ອາລູ ວາລີຊື ຄະນະພັກ ກະຊວງ ເລຂາຄະນະພັກ ຫົວໜ້າກົມ 501.