ກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018, ໂດຍການເຂົ້າຮ່ວມຂອງ ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ມີຫົວໜ້າ-ຮອງກອງບັນຊາການ, ຫົວໜ້າ-ຮອງພະແນກ, ໜ່ວຍງານ, ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ສິງຄໍາ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກງື່ມ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃຫ້ຮູ້ວ່າ: ປີ 2017 ຜ່ານມາ, ຄະນະກອງບັນຊາການ ປກສ ເມືອງປາກງື່ມ ໄດ້ຊີ້ນໍາ-ນໍາພາພະນັກງານທຸກຂັ້ນ ເອົາໃຈໃສ່ເຮັດວຽກງານປົກປັກຮັກສາສະຖຽນລະພາບທາງດ້ານການເມືອງຢ່າງເຂັ້ມງວດ ໂດຍແບ່ງໜ້າວຽກລະອຽດ ແລະ ແບ່ງໃຫ້ແຕ່ລະສະຫາຍຮັບຜິດຊອບ ຄື: ວຽກງານເກັບກໍາຂ່າວ ແລະ ກໍາແໜ້ນເປົ້າໝາຍ, ວຽກງານປ້ອງກັນພາຍໃນ, ວຽກງານຕ້ານປະຕິການ, ວຽກງານຕ້ານນັກສືບ, ວຽກງານຄຸ້ມຄອງຄົນຕ່າງປະເທດ, ວຽກງານສະກັດກັ້ນຕ້ານອາຊະຍາກໍາ, ວຽກງານສະກັດກັ້ນປາບປາມການຜະລິດ-ຄ້າຂາຍຢາເສບຕິດ, ວຽກງານສະກັດກັ້ນ ແລະ ແກ້ໄຂອຸບັດຕິເຫດ, ວຽກງານປ້ອງກັນຄວາມປອດໄພຄ້າຍຄຸມຂັງຊົ່ວຄາວ, ວຽກງານຄຸ້ມຄອງ ແລະ ນໍາໃຊ້ສູນຄວບຄຸມກ້ອງວົງຈອນປິດ, ວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ.

ຜ່ານການປະຕິບັດວຽກງານດັ່ງກ່າວ ໄດ້ຄຸ້ມຄອງເກັບກໍາສະຖິຕິຄົນຕ່າງປະເທດທີ່ເຂົ້າມາເມືອງປາກງື່ມ ທັງໜົດ 320 ຄົນ ຍິງ 54 ຄົນ, ມີ 8 ສັນຊາດ. ໃນນັ້ນ, ເຄື່ອນໄຫວລະເມີດລະບຽບກົດໝາຍ 19 ຄົນ, ມີ 5 ກໍລະນີ, ມີ 3 ສັນຊາດ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ມີຄະນະດີເກີດຂຶ້ນທັງໝົດ 143 ເລື່ອງ, ແກ້ໄຂໄດ້ 106 ເລື່ອງ, ກັກຕົວຜູ້ກະທໍາຜິດມາດໍາເນີນຄະດີ 137 ຄົນ ຍິງ 12 ຄົນ, ວຽກງານປາບປາມການຜະລິດ, ຄ້າຂາຍຢາເສບຕິດ: ໄດ້ລົງຕິດຕາມເປົ້າໝາຍ ມີ 36 ຄັ້ງ, ມີເປົ້າໝາຍ 802 ຄົນ ຍິງ 27 ຄົນ, ເປົ້າໝາຍປະເພດ I ມີ 735 ຄົນ ຍິງ 20 ຄົນ, ເປົ້າໝາຍປະເພດ II ມີ 58 ຄົນ ຍິງ 7 ຄົນ, ເປົ້າໝາຍປະເພດ III ມີ 9 ຄົນ. ໃນນັ້ນ, ແກ້ໄຂໄດ້ 38 ເລື່ອງ, ກັກຕົວມາດໍາເນີນຄະດີ 46 ຄົນ ຍິງ 8 ຄົນ, ຢຶດຂອງກາງຢາບ້າໄດ້ 3.237 ເມັດ, ວຽກງານຄຸ້ມຄອງສໍາມະໂນ ຄົວ ແລະ ກໍ່ສ້າງຮາກຖານ: ທົ່ວເມືອງປາກງື່ມ ມີຈໍານວນ 889 ໜ່ວຍ, ມີ 9.899 ຫຼັງຄາເຮືອນ, ມີ 9.725 ຄອບຄົວ, ມີຈໍານວນພົນລະເມືອງ 53.655 ຄົນ ຍິງ 26.626 ຄົນ. ໃນນັ້ນ, ໄດ້ແກ້ໄຂສໍາມະໂນຄົວ 53 ບ້ານ, ມີຄົນສະເໜີຂໍຂຶ້ນທະບຽບສໍາມະໂນຄົວ ມີ 152 ສະບັບມີ 671 ຄົນ ຍິງ 351 ຄົນ, ສົ່ງໃຫ້ເຈົ້າເມືອງແກ້ໄຂ ຈໍານວນ 86 ສະບັບ, ມີຈໍານວນພົນ 637 ຄົນ ຍິງ 338 ຄົນ.

ສໍາລັບການປະຕິບັດແຜນການວຽກງານປ້ອງກັນຄວາມສະຫງົບ ພາຍໃນເມືອງປາກງື່ມ ປີ 2018 ນີ້, ຄະນະກອງບັນຊາການ ຈະໄດ້ປັບປຸງແບບແຜນວິທີເຮັດວຽກ ກໍຄືວິທີນໍາພາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ເຂົ້າສູ່ລະບົບ, ລະບຽບ, ກໍ່ສ້າງ, ປັບປຸງກໍາລັງປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊໍານິຊໍານານດ້ານວຽກງານວິຊາສະເພາະ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ.