ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພນະຄອນຫຼວງວຽງຈັນ ໄດ້ຝຶກອົບຮົມວຽກງານໃຫ້ນັກສຶກສາວິທະຍາໄລວຽງຈັນຄໍເລັສດ ໃນວັນທີ 21 ມີນາ 2018 ເພື່ອເຮັດໃຫ້ນັກສຶກສາ ແລະ ຄູ-ອາຈານ ຮູ້ວິທີປ້ອງກັນອັກຄີໄພຂັ້ນພື້ນຖານ ເຊິ່ງມີບັນດາຄູອາຈານຕະຫຼອດຮອດນັກສຶກສາທົ່ວວິທະຍາໄລເຂົ້າຮ່ວມ.

ຮອ ບຸນມີ ແສງອາລຸນ ວິຊາການໂຄສະນາພະແນກສະກັດກັ້ນ ແລະ ຕ້ານອັກຄິໄພນະຄອນຫຼວງວຽງຈັນ ໄດ້ຂຶ້ນບັນຍາຍອະທິບາຍເຖິງອັກຄີໄພທີ່ອາດຈະເກີດໃນອານາຄົດ ແລະ ວີທີປ້ອງກັນໃນເບື່ອງຕົ້ນ, ການເອົາຕົວລົບໜີ ຈາກສະຖານເກີດອັກຄີໄພ ແລະ ສາເຫດທີ່ພາໃຫ້ເກີດອັກຄີໄພເຊັ່ນ ໄຟຟ້າລັດວົງຈອນ, ອຸປະກອນນຳໃຊ້ໄຟຟ້າມີຄວາມເກົ່າແກ້ ແລະ ບໍ່ມີການປ່ຽນຖ່າຍ, ການໄຕ້ທູບທຽນບູຊາ, ການຈູດຂີ້ເຫຼື້ອແບບຊະຊາຍ ແລະ ດ້ວຍວິທີອື່ນໆ, ພ້ອມທັງແນະນຳວິທີການນຳໃຊບັ້ງດັບເພີງ ໃນການສະກັດກັ້ນແປວໄຟ ໃນເບື້ອງຕົ້ນ ແລະ ການນຳໃຊ້ອຸປະກອນດັບເພີງແຕ່ລະຊະນິດຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກອັກຄີໄພ ແລະ ການເອົາຕົວລອດຈານຕຶກອາຄ້ານຫຼາຍຊັ້ນ.


ນອກນີ້, ຍັງໄດ້ສາຍພາບ ແລະ ວີດີໂອອັກຄີໄພທີ່ເກີດຂຶ້ນຜ່ານມາຢູ່ທົ່ວປະເທດ ໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມເປັນສະຕິເຕືອນໃຈ ແລະ ເພື່ອປ້ອງກັນເຫດອັກຄີໄພ ທີ່ອາດເກີດຂຶ້ນພາຍໃນວິທະຍາໄລ, ຈາກນັ້ນ; ຜູ້ເຂົ້າຮ່ວມຍັງໄດ້ລົງປະຕິບັດຕົວຈິງ ໃນການນຳໃຊ້ວິທີການມອດແປວໄຟດ້ວຍບັງດັບເພີງ ແລະ ໃຫ້ເຂົ້າໃຈໄດ້ງ່າຍ ເພື່ອກຽມຄວາມພ້ອມສະກັດກັ້ນທຸກກໍລະນີທີ່ອາດເກີດອັກຄີໄພຂຶ້ນໄດ້.